ຈະພົບປະກັບຝ່າຍໃດ ໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະຄວາມໝັ້ນຄົງຂອງຈີນ

2023-06-02 16:57:40 cri

ໃນຫຼາຍມື້ມໍ່ໆມານີ້, ມີຜູ້ແທນຈາກອົງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງຂອງ 40 ກວ່າປະເທດ ແລະ ເຂດແຄວ້ນໄດ້ເດີນທາງໄປເຖິງສິງກະໂປຕາມໆກັນ ເພື່ອເຂົ້າຮ່ວມກອງປະຊຸມສົນທະນາຊັງຣີລາ ທີ່ເລີ່ມຈັດຂຶ້ນໃນວັນທີ 2 ມິຖຸນານີ້. ຕອນເຊົ້າວັນທີ 1 ມິຖຸນານີ້, ທ່ານຫຼີຊາງຝູ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ພົບປະກັບທ່ານອຶງແອງເຮນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ນີ້ກໍແມ່ນວາລະລາຍການທຳອິດຂອງຄະນະຜູ້ແທນຈີນໃນການຢ້ຽມຢາມສິງກະໂປຄັ້ງນີ້.


ກ່ຽວກັບການພົວພັນຈີນ-ອາຊຽນ, ທ່ານຫຼີຊາງຝູກ່າວວ່າ, ພາກພື້ນອາຊີ-ປາຊີຟິກແມ່ນບ້ານເມືອງຮ່ວມຂອງພວກເຮົາ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງແມ່ນຄວາມປາດຖະໜາຮ່ວມຂອງປະຊາຊົນບັນດາປະເທດໃນພາກພື້ນນີ້. ອັນສັນຕິພາບນັ້ນ, ຕ້ອງການໃຫ້ເຮົາໄປຍາດເອົາເອງ ແລະ ຕ້ອງການການຮ່ວມມືກັນປົກປັກຮັກສາ ຫາກບໍ່ແມ່ນປະເທດໃດມາມອບຖວາຍໃຫ້ເຮົາ. ນີ້ແມ່ນຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຈີນ ແລະ ສິງກະໂປ ແລະກໍໄດ້ກາຍເປັນຄວາມເຫັນທີ່ເອກະພາບກັນເປັນສ່ວນຫຼາຍຂອງປະເທດອາຊີໃນເທື່ອລະກ້າວ.

ເປັນຫຍັງລັດຖະມົນຕີກະຊວງປ້ອງກັນປະເທດຈີນປະຕິເສດການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາຢູ່ສິງກະໂປ? ພວກເຮົາສາມາດສັງເກດເບິ່ງວ່າ, ອາເມຣິກາໄດ້ເຮັດຫຍັງກ່ອນກອງປະຊຸມສົນທະນາຊັງຣີລາຄັ້ງນີ້ ຄື: ຫວ່າງມໍ່ໆມານີ້, ເຮືອບິນສອດແນມລຳໜຶ່ງຂອງກອງທັບອາເມຣິກາ ໄດ້ມາສອດແນມຈີນຢູ່ເຂດອັນທີ່ເອີ້ນວ່າ “ນ່ານຟ້າສາກົນ” ຢູ່ທະເລຈີນໃຕ້.


ການສ້າງຄວາມວຸ້ນວາຍຢູ່ທະເລຈີນໃຕ້, ອາເມຣິກາໄດ້ເຮັດມາຫຼາຍເທື່ອແລ້ວ. ບົດລາຍງານສະແດງໃຫ້ເຫັນວ່າ: ປີ 2022, ກອງທັບອາເມຣິກາໄດ້ດຳເນີນການເຝິກຊ້ອມ ແລະ ການຊ້ອມຮົບປະເພດຕ່າງໆຢູ່ທະເລຈີນໃຕ້ຫຼາຍກວ່າ 100 ເທື່ອ. ໃນຖານະເປັນປະເທດນອກພາກພື້ນ, ອາເມຣິກາຢາກຍາດເອົາສິດປະກອບຄຳຄິດເຫັນຂອງຕົນຢູ່ພາກພື້ນນີ້ ທີ່ຕົນບໍ່ຄວນມີ. ຫວ່າງມໍ່ໆມານີ້, ອາເມຣິກາຍັງໄດ້ເລືອກເອົາຟີລິບປິນເປັນພິເສດຈາກບັນດາປະເທດສະມາຊິກອາຊຽນ, ໄປສ້າງເປັນພັນທະມິດຄວາມໝັ້ນຄົງ “ອາເມຣິກາ, ຍີ່ປຸ່ນ ແລະ ຟີລິບປິນ” ແລະ ພັນທະມິດຄວາມໝັ້ນຄົງ “ອາເມຣິກາ, ຟີລິບປິນ ແລະ ອົສຕຣາລີ” ເຊິ່ງຈຸດປະສົງກໍແມ່ນເພື່ອແບ່ງແຍກອາຊຽນນັ້ນເອງ.

ບັນດາປະເທດສະມາຊິກອາຊຽນຮູ້ດີຕໍ່ເຈຕະນາທີ່ບໍ່ດີຂອງອາເມຣິກາ. ຫຼາຍມື້ມໍ່ໆມານີ້, ຫຼາຍປະເທດສະມາຊິກອາຊຽນລ້ວນແຕ່ສະແດງທ່າທີຢ່າງເປີດເຜີຍ ໂດຍໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຊຸກຍູ້ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້” ໂດຍໄວ. ປະເທດໃນພາກພື້ນນີ້ ໄດ້ເບື່ອໜ່າຍຕໍ່ບາງປະເທດທີ່ໄດ້ກໍ່ເລື່ອງກໍ່ລາວຂຶ້ນ ເພື່ອທຳລາຍສັນຕິພາບມາແຕ່ດົນແລ້ວ.


ຕາມຂ່າວແຈ້ງວ່າ, ໃນໄລຍະຈັດກອງປະຊຸມສົນທະນາຊັງຣີລາຄັ້ງນີ້, ທ່ານຫຼີຊາງຝູ ລັດຖະມົນຕີກະຊວງປ້ອງກັນປະເທດຈີນຍັງຈະກ່າວຄຳປາໄສໃນກອງປະຊຸມພາຍໃຕ້ຫົວຂໍ້ “ຂໍ້ລີເລີ່ມຂອງຈີນວ່າດ້ວຍຄວາມໝັ້ນຄົງໃໝ່”. ນອກຈາກນີ້ແລ້ວ, ທ່ານຫຼີຊາງຝູຍັງຈະພົບປະກັບຫົວໜ້າຄະນະຜູ້ແທນຂອງປະເທດທີ່ກ່ຽວຂ້ອງ ເພື່ອຮ່ວມກັນເປິກສາຫາລືເສັ້ນທາງໄປສູ່ຄວາມໝັ້ນຄົງ ແລະ ຮ່ວມກັນປົກປັກຮັກສາສັນຕິພາບຂອງໂລກ.


ໃນກອງປະຊຸມສົນທະນາຊັງຣີລາ, ຄະນະຜູ້ແທນຈີນມີຫຼາຍວຽກ. ຈະພົບປະກັບຝ່າຍໃດ ຫຼືບໍ່ພົບປະກັບຝ່າຍໃດ, ລ້ວນແຕ່ເພື່ອສັນຕິພາບເທົ່ານັ້ນ!