ຈີນນຳເຂົ້າໝາກໄມ້ຜ່ານທາງລົດໄຟຈີນ-ລາວ ຫຼາຍກວ່າ 2 ໝື່ນໂຕນ

2023-06-02 10:47:37 CRI


ກຸ່ມບໍລິສັດຄຸນມິງທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ, ນັບແຕ່ສະໜາມຕິດຕາມຄຸ້ມຄອງໝາກໄມ້ເຂົ້າເມືອງຢູ່ ດ່ານທາງລົດໄຟບໍ່ຫານແຂວງຢຸນນານ ເປີດບໍລິການເມື່ອເດືອນທັນວາ ປີ 2022 ເປັນຕົ້ນມາ, ມາຮອດວັນທີ 1 ມິຖຸນາ 2023 ນີ້, ຈີນໄດ້ນຳເຂົ້າ ໝາກໄມ້ 23. 000 ໂຕນຜ່ານທາງລົດໄຟຈີນ-ລາວ, ຄິດເປັນມູນຄ່າປະມານ 560 ລ້ານຢວນ.


 

ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາ 2023ນີ້, ຈີນໄດ້ນຳເຂົ້າໝາກໄມ້ເຂດຮ້ອນຂອງອາຊີຕາເວັນອອກສຽງໃຕ້ຜ່ານເສັ້ນທາງລົດໄຟຈີນ-ລາວ ຫຼາຍກວ່າ 2 ໝື່ນໂຕນ, ເຮັດໃຫ້ “ກະຕ່າໝາກໄມ້” ຂອງຄອບຄົວປະຊາຊົນຈີນອຸດົມສົມບູນຂຶ້ນ. ຕາມຂ່າວແຈ້ງວ່າ, ປີນີ້ ລະດູການທີ່ຂົນສົ່ງໝາກໄມ້ເຂດຮ້ອນເຂົ້າເມືອງຈີນຜ່ານທາງລົດໄຟຈີນ-ລາວເປັນຈຳນວນຫຼວງຫຼາຍນັ້ນຈະແກ່ຍາວໄປຮອດທ້າຍເດືອນມິຖຸນາ. ຄາດວ່າ ປີນີ້ ປະລິມານນຳເຂົ້າໝາກໄມ້ເຂດຮ້ອນຈາກອາຊີຕາເວັນອອກສຽງໃຕ້ ເຊິ່ງລວມມີໝາກຖົ່ວລຽນ, ໝາກມັງຄຸດ ໝາກລຳໄຍ ແລະອື່ນໆ ຈະມີຫຼາຍກວ່າ 3 ໝື່ນໂຕນ.