ໄປຫຼິ້ນຫຍັງດີທີ່ຫໍພິພິທະພັນວິທະຍາສາດແລະເຕັກໂນໂລຊີຈີນ?

2023-06-02 16:21:38 CRI

 

    ຫໍພິພິທະພັນວິທະຍາສາດແລະເຕັກໂນໂລຊີຈີນຕັ້ງຢູ່ນະຄອນຫຼວງປັກກິ່ງ, ມີເນື້ອທີ່ກໍ່ສ້າງ 100.000 ກວ່າຕາແມັດ, ໂດຍລວມແລ້ວທາງນອກເປັນຄືຮູບຈະຕຸລັດແລະຢູ່ທາງໃນຫໍໄດ້ຈັດແບ່ງໃຫ້ມີຫ້ອງວາງສະແດງທີ່ມີຫົວຂໍ້ສະເພາະຫຼາຍຫ້ອງພ້ອມດ້ວຍເຂດວາງສະແດງສາທາລະນະ, ໂຮງສາຍຮູບເງົາແລະອື່ນໆ ເປັນຫໍພິພິຕະພັນແຫ່ງຊາດລະດັບໜຶ່ງ, ທັງເປັນສະຖານທີ່ທ່ອງທ່ຽວທີ່ດີສໍາລັບຊາວໜຸ່ມເຍົາວະຊົນນໍາອີກ.

    

    ຫວ່າງບໍ່ດົນມານີ້, ຂະບວນນັກຮຽນລາວພ້ອມດ້ວຍຄະນະຮັບຜິດຊອບທັງໝົດ100 ກວ່າຄົນໄປທັດສະນະສຶກສາຢູ່ຫໍພິພິທະພັນວິທະຍາສາດແລະເຕັກໂນໂລຊີຈີນ, ບັນຍາກາດຂອງການທັດສະນະສຶກສາຄັ້ງນີ້ເປັນຄືແນວໃດ, ມາຕິດຕາມຊົມນຳກັນ.