ທ່ານສີຈິ້ນຜິງເນັ້ນໜັກໃຫ້ພະຍາຍາມສູ້ຊົນສ້າງສາອະລິຍະທຳຍຸກປັດຈຸບັນຂອງປະຊາຊາດຈີນ

2023-06-03 12:39:29 cri



ວັນທີ2ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳໂອ້ລົມທີ່ສຳຄັນໃນງານສົນທະນາກ່ຽວກັບການສືບທອດແລະພັດທະນາວັດທະນະທຳ. 



 ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ວັດທະນະທຳຈີນມີປະຫວັດຄວາມເປັນມາອັນຍາວນານ, ອະລິຍະທຳຈີນມີເນື້ອໃນອຸດົມສົມບູນ,ເລິກເຊິ່ງແລະກວ້າງຂວາງ.ມີພຽງແຕ່ລົງເລິກຮັບຮູ້ແລະເຂົ້າໃຈປະຫວັດສາດຂອງອະລິຍະທຳຈີນຢ່າງຮອບດ້ານເທົ່ານັ້ນ, ຈຶ່ງຈະສາມາດຊຸກຍູ້ໃຫ້ວັດທະນະທຳດັ້ງເດີມທີ່ດີເດັ່ນຂອງຈີນຂະຫຍາຍຕົວແບບປະດິດສ້າງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ, ແລະຊຸກຍູ້ການສ້າງສາວັດທະນະທຳສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງແຂງແຮງກວ່າເກົ່າ ເພື່ອສ້າງສາອະລິຍະທຳຍຸກປັດຈຸບັນຂອງປະຊາຊາດຈີນ.



ທ່ານສີຈິ້ນຜິງເນັ້ນໜັກວ່າ: ອະລິຍະທຳຈີນມີລັກສະນະສັນຕິພາບຢ່າງພົ້ນເດັ່ນ,ສິ່ງນີ້ໄດ້ຕັດສິນຈາກຂັ້ນພື້ນຖານແລ້ວວ່າ ຈີນເປັນຜູ້ສ້າງສາສັນຕິພາບຂອງໂລກຢ່າງສະເໝີຕົ້ນສະເໝີປາຍ,ຈີນສະແຫວງຫາການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆຢ່າງບໍ່ຢຸດຢັ້ງແຕ່ບໍ່ແມ່ນປະຕິບັດການເປັນເຈົ້າອຳນາດດ້ານວັດທະນະທຳ, ຈີນຈະບໍ່ຖືເອົາທັດສະນະຄຸນຄ່າແລະໂຄງປະກອບການເມືອງຂອງຕົນບັງຄັບໃຫ້ຜູ້ອື່ນນຳໃຊ້, ຈີນຍຶດໝັ້ນໃນການຮ່ວມມື, ບໍ່ເຮັດການເປັນປໍລະປັກກັນ.