ທ່ານສີຈິ້ນຜິງໄປສໍາຫຼວດ “ສັນຍາລັກດ້ານວັດທະນະທໍາ” ຂອງຈີນມີຄວາມໝາຍເລິກເຊິິ່ງຄືແນວໃດ?

2023-06-04 09:42:56 CRI

 

    ວັນທີ 1-2 ມິຖຸນາ 2023, ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຈີນໄດ້ໄປສໍາຫຼວດ “ສັນຍາລັກດ້ານວັດທະນະທໍາ” ໃໝ່ 2 ແຫ່ງຂອງຈີນຄືຫໍວັດທະນະທໍາແລະສື່ສິິິ່ງພິມແຫ່ງຊາດຈີນ ແລະ ສະຖາບັນຄົ້ນຄວ້າປະຫວັດສາດຈີນເປັນເວລາສອງວັນ, ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວ່າດ້ວຍການສືບທອດແລະພັດທະນາວັດທະນະທໍາແລະສະເໜີການສ້າງສາອະລິຍະທຳທັນສະໄໝຂອງປະຊາຊາດຈີນເປັນຄັ້ງທໍາອິດ.

 

    ການສໍາຫຼວດ “ສັນຍາລັກດ້ານວັດທະນະທໍາ” 2 ແຫ່ງມີຄວາມໝາຍເລິກເຊິ່ງຄືແນວໃດ?



    ຫໍວັດທະນະທໍາແລະສື່ສິິິ່ງພິມແຫ່ງຊາດຈີນມີບົດບາດອັນຕົ້ນຕໍຄືເກັບກໍາ, ຮວບຮວມປຶ້ມແລະສື່ສິ່ງພິມອັນລໍ້າຄ່າທີ່ໄດ້ຜ່ານຜ່າຄວາມສັບສົນແລະສືບທອດກັນມາຂອງອະລິຍະທໍາຈີນ. ໂຄງການສ້າງ “ສັນຍາລັກດ້ານວັດທະນະທໍາ” ດັ່ງກ່າວນີ້ແມ່ນໄດ້ຮັບການອະນຸມັດຈາກທ່ານ ສີຈິ້ນຜິງ ເອງ ໂດຍມີຈຸດປະສົງເພື່ອສືບຕໍ່ສືບທອດອະລິຍະທໍາທີ່ບໍ່ໄດ້ຂາດສາຍພຽງໜຶ່ງດຽວຢູ່ໃນໂລກ. ໃນຮອບ 10 ປີຜ່ານມາ,  “ສັນຍາລັກດ້ານວັດທະນະທໍາ” ຕ່າງໆເປັນຕົ້ນນແມ່ນຫໍພິພິທະພັນຢູ່ທ້ອງຖິ່ນຕ່າງໆຂອງຈີນ ລວນແຕ່ມີ “ຮອຍບາດກ້າວ”ຂອງທ່ານສີຈິ້ນຜິງ.


    ສ່ວນສະຖານທີ່ສໍາຫຼວດ 2 ແຫ່ງທີ່ຖືກເລືອກໃນຄັ້ງນີ້ຍິ່ງມີຄວາມໝາຍອັນເລິກເຊິ່ງ. ໃນລະຫວ່າງການສໍາຫຼວດຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍອັນເລິກເຊິ່ງທີ່ແຝງຊ້ອນຂອງການສໍາຫຼວດ, ນັ້ນກໍຄື, “ໃນຍຸກຂອງພວກເຮົານີ້, ປະເທດຊາດມີຄວາມຈະເລີນຮຸ່ງເຮືອງ, ສັງຄົມມີສະຖຽນລະພາບແລະຄວາມສະຫງົບ ເຮັດໃຫ້ພວກເຮົາມີຄວາມຕັ້ງໃຈແລະຄວາມສາມາດໃນການສືບທອດວັດທະນະທໍາຂອງຊົນຊາດ, ພວກເຮົາຕ້ອງເຮັດວຽກສໍາຄັນນີ້ໃຫ້ໄດ້ດີ.” “ວຽກສໍາຄັນ” ທີ່ທ່ານ ສີຈິ້ນຜິງ ເວົ້າເຖິງນີ້, ແມ່ນປະດິດສ້າງວັດທະນະທໍາໃໝ່ຂອງຍຸກໃໝ່ກໍຄືສ້າງສາອະລິຍະທຳທັນສະໄໝຂອງປະຊາຊາດຈີນ.

 

    ການສ້າງສາອະລິຍະທຳທັນສະໄໝກັບອະລິຍະທໍາຈີນທີ່ສືບທອດກັນມາແບບບໍ່ຂາດສາຍເປັນເວລາ 5.000 ປີນັ້ນມີຄວາມສໍາພັນກັຍຄືແນວໃດ?



    ທ່ານ ສີຈິ້ນຜິງ ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການປົກປັກຮັກສາ, ສືບທອດ, ປະດິດສ້າງແລະການພັດທະນາຂອງວັດທະນະທໍາທີ່ມີມູນເຊື້ອອັນດີງາມຂອງຈີນ.



    ທ່ານ ສີຈິ້ນຜິງ ໄດ້ສະຫຼຸບລັກສະນະພິເສດທີ່ໂດດເດັ່ນຂອງອະລິຍະທໍາຈີນກໍຄືອິດທິພົນຂອງອະລິຍະທໍາຈີນທີ່ມີຕໍ່ສ້າງສາອະລິຍະທຳທັນສະໄໝ, ນັ້ນກໍຄື: ໜຶ່ງ, ອະລິຍະທໍາຈີນມີລັກສະນະສືບເນື່ອງທີ່ໂດດເດັ່ນ, ເຊິ່ິງຈຸດນີ້ໄດ້ກໍານົດວ່າປະຊາຊາດຈີນຕ້ອງເດີນໄປຕາມເສັ້ນທາງຂອງຕົນເອງ; ສອງ,  ອະລິຍະທໍາຈີນມີລັກສະນະປະດິດສ້າງທີ່ໂດດເດັ່ນ, ຈຸດນີ້ໄດ້ກໍານົດຈິດໃຈບຸກບືນສູ້ຊົນແລະບຸກຄະລິກອົງອາດກ້າຫານຂອງປະຊາຊາດຈີນ; ສາມ, ອະລິຍະທໍາຈີນມີລັກສະນະເອກະພາບກັນທີ່ໂດດເດັ່ນ, ຈຸດນີ້ໄດ້ກໍານົດ ວັດທະນະທໍາປະຊາຊົນບັນດາເຜົ່າຂອງປະຊາຊາດຈີນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ໄດ້ກໍານົດວ່າການທ້ອນໂຮມປະເທດຊາດເປັນເອກະພາບກັນນັ້ນເປັນແກນກາງຂອງຜົນປະປະໂຫຍດຫຼັກຂອງຈີນຢູ່ສະເໝີ, ພ້ອມທັງໄດ້ກໍານົດວ່າປະເທດເອກະພາບທີ່ເຂັ້ມແຂງແມ່ນໄດ້ພົວພັນເຖິງຊາຕາກໍາຂອງປະຊາຊົນບັນດາເຜົ່າຕື່ມອີກ; ສີ່, ອະລິຍະທໍາຈີນມີລັກສະນະໂອບເອື້ອອາລີທີ່ໂດດເດັ່ນ, ຈຸດນີ້ໄດ້ກໍານົດວ່າວັດທະນະທໍາຈີນມີລັກສະນະເປີດກວ້າງທີ່ຍອມຮັບອະລິຍະທໍາໂລກ; ຫ້າ, ອະລິຍະທໍາຈີນມີລັກສະນະສັນຕິພາບທີ່ໂດດເດັ່ນ, ຈຸດນີ້ໄດ້ກໍານົດວ່າຈີນຈະບໍ່ເອົາຄ່ານິຍົມແລະລະບອບການເມືອງຂອງຕົນໄປບັງຄັບໃຫ້ປະເທດອື່ນ, ພ້ອມທັງໄດ້ກໍານົດວ່າຈີນຍຶດໝັ້ນການຮ່ວມມື, ບໍ່ເປັນປໍລະປັກກັນແລະບໍ່ສ້າງວົງແຄບເພື່ອຕໍ່ຕ້ານປະເທດທີ່ມີທັດສະນະທີ່ແຕກຕ່າງຢ່າງເດັດຂາດ.

 

    ທ່ານ ສີຈິ້ນຜິງ ໄດ້ອະທິບາຍການສ້າງສາອະລິຍະທຳທັນສະໄໝຂອງປະຊາຊາດຈີນເປັນຄືແນວໃດ?



    ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ, ຈີນໄດ້ບຸກເບີກແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນບົນພື້ນຖານອັນໜັກແໜ້ນຂອງອະລິຍະທໍາຈີນທີ່ມີປະຫວັດເປັນ 5.000 ກວ່າປີ, ພ້ອມທັງໄດ້ເອົາຫຼັກການພື້ນຖານຂອງລັດທິມາກ ປະສົມປະສານກັບສະພາບຕົວຈິງກໍຄືວັດທະນະທໍາທີ່ມີມູນເຊື້ອອັນດີງາມຂອງຈີນ. ຈາກນີ້ໄດ້ປະດິດສ້າງເປັນແນວຄິດສັງຄົທນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເຊິ່ງ ເປັນການປະດິດສ້າງທາງດ້ານທິດສະດີແລະລະບອບຂອງພັກກອມມູນິດຈີນ, ສິ່ງນີ້ຍັງເປັນການກໍາກັບທີ່ເລິິກເຊິ່ງຕໍ່ກົດເກນການພັດທະນາຂອງອະລິຍະທໍາຈີນ, ໄດ້ສ່ອງແສງໃຫ້ເຫັນວ່າ, ຄວາມໝັ້ນໃຈຕໍ່ຕົນເອງທາງດ້ານປະຫວັດສາດແລະວັດທະນະທໍາຂອງພັກກອມມູນິດຈີນໄດ້ກ້າວຂຶ້ນເຖິງລະດັບໃໝ່.


    ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກຕື່ມອີກວ່າ: ການສ້າງສາອະລິຍະທຳທັນສະໄໝຂອງປະຊາຊາດຈີນຕ້ອງຍຶດໝັ້ນຄວາມໝ້້ນໃຈຕໍ່ຕົນເອງທາງດ້ານວັດທະນະທໍາ, ຍຶດໝັ້ນເດີນໄປຕາມເສັ້ນທາງຂອງຕົນເພື່ອບັນລຸຄວາມເປັນເອກະລາດເປັນເຈົ້າຕົນເອງທາງດ້ານຈິດໃຈ. ນອກນີ້, ຕ້ອງຍຶດຖືການເປີດກວ້າງແລະກວມລວມ, ຍຶດໝັ້ນການຮັກສາທາດແທ້ແລະປະດິດສ້າງເພື່ອສືບທອດປະຫວັດສາດແລະຂຽນປະຫວັດສາດໜ້າໃໝ່ຂອງຍຸກສະໄໝ.