ນັກຮຽນຢູ່ເມືອງຊ່ວນເອີ່ນແຂວງຮູເປີຍຫໍ່ເຂົ້າຕົ້ມເພື່ອຕ້ອນຮັບການສອບເສັງເຂົ້າມະຫາວິທະຍາໄລ

2023-06-05 16:47:30 cri



      ວັນທີ 4 ມິຖຸນານີ້, ໂຮງຮຽນມັດທະຍົມຕອນປາຍທີໜຶ່ງຢູ່ເມືອງຊ່ວນເອີ່ນກິ່ງແຂວງປົກຄອງຕົນເອງເຜົ່າມົ້ງແລະເຜົ່າຖູເຈ່ຍເອີ່ນຊື່ຂອງແຂວງຮູເປີຍຈີນໄດ້ຈັດຕັ້ງນັກຮຽນທີ່ຈະຈົບມັດທະຍົມຕອນປາຍເຂົ້າຮ່ວມການແຂ່ງຂັນຫໍ່ເຂົ້າຕົ້ມຕາມປະເພນີພື້ນເມືອງ,ເພື່ອເຮັດໃຫ້ນັກຮຽນທີ່ຈະເຂົ້າຮ່ວມການສອບເສັງໃນໄວໆນີ້ສາມາດຜ່ອນຄາຍອາລົມແລະຄວາມເຄັ່ງຕຶງຂອງຕົນຜ່ານຂະບວນການຫໍ່ເຂົ້າຕົ້ມດ້ວຍຕົນເອງເພື່ອສຳຜັດກັບວັດທະນະທຳອັນເປັນມູນເຊື້ອ,ແລະຕ້ອນຮັບການສອບເສັງເຂົ້າມະຫາວິທະຍາໄລດ້ວຍອາລົມທີ່ຜ່ອນຄາຍ.