ທ່ານ ສີຈິ້ນຜິງ ວາງແຜນກ່ຽວກັບການສ້າງ “ກໍາແພງເມືອງຈີນສີຂຽວ”ຢູ່ພາກເໜືອຂອງຈີນໃຫ້ໜັກແໜ້ນກວ່າເກົ່າ

2023-06-07 14:37:18 CRI

 

    ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໄປສໍາຫຼວດກວດກາຢູ່ເມືອງປ່າຢ້ຽນຈົວເອີ ເຂດປົກຄອງຕົນເອງມົງໂກໄນ ພ້ອມທັງເປັນປະທານກອງປະຊຸມສໍາມະນາວ່າດ້ວຍການປ້ອງກັນແລະຄຸ້ມຄອງດິນກາຍເປັນທະເລຊາຍແບບສັງລວມ. ໃນໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຕ້ອງບໍ່ຢ້ານກົວຕໍ່ຄວາມຍາກລໍາບາກ, ພະຍາຍາມຢ່າງບໍ່ລົດລະ ເພື່ອສ້າງຮົ້ວປ້ອງກັນສີຂຽວຢູ່ພາກເໜືອຂອງຈີນໃຫ້ໜັກແໜ້ນກວ່າເກົ່າ, ປະດິດສ້າງສິ່ງມະຫັດສະຈັນໃໝ່ແຫ່ງການປ້ອງກັນແລະຄຸ້ມຄອງດິນກາຍເປັນທະເລຊາຍ.

 


    ຈາກ “ດິນຊາຍເຂົ້າມາຄົນອອກໄປ”ກາຍມາເປັນ “ສີຂຽວເຂົ້າມາດິນຊາຍອອກໄປ”



    ເຂດປົກຄອງຕົນເອງມົງໂກໄນທີ່ທ່ານ ສີຈິ້ນຜິງ ໄປສໍາຫຼວດກວດກາໃນຄັ້ງນີ້, ເປັນໜຶ່ງໃນເຂດທີ່ປະສົບກັບໄພດິນກາຍເປັນທະເລຊາຍແບບສູນລວມແລະໜັກໜ່ວງທີ່ສຸດຂອງຈີນ. ເພື່ອປ້ອງກັນແລະຄຸ້ມຄອງບັນຫາດິນກາຍເປັນທະເລຊາຍ, ເລີ່ມແຕ່ທ້າຍຊຸມປີ 70 ຂອງສະຕະວັດທີ່ຜ່ານມາ, ລັດຖະບານຈີນໄດ້ສ້າງໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກຄື: ພາກຕາເວັນຕົກສຽງເໜືອ, ພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງຈີນໂດຍມີເນື້ອທີ່ປົກຫຸ້ມຂອງປ່າໄມ້ຫຼາຍກວ່າ 4.350.000 ກິໂລຕາແມັດ, ກວມເອົາ 45% ຂອງເນື້ອທີ່ທັງໝົດຂອງຈີນ. ໂຄງການດັ່ງກ່າວຖືກຂະໜານນາມວ່າເປັນ “ກໍາແພງເມືອງຈີນສີຂຽວ”, ມີໄລຍະກໍານົດດໍາເນີນໂຄງການເປັນເວລາ 70 ປີໂດຍແບ່ງເປັນ 8 ໄລຍະ, ປັດຈຸບັນນີ້ແມ່ນພວມດໍາເນີນການກໍ່ສ້າງເປັນໄລຍະທີ 6 ແລ້ວ.


    ຈາກຄວາມພະຍາຍາມຢ່າງບໍ່ລົດລະມາເປັນເວລາ 40 ກວ່າປີ, ສະພາບການພັດທະນາເສດຖະກິດ-ສັງຄົມກໍຄືສະພາບດ້ານນິເວດຂອງເຂດທີ່ປະສົບກັບບັນຫາດິນກາຍເປັນດິນຊາຍນັ້ນໄດ້ຮັບການປ່ຽນແປງແບບໜ້າມືເປັນຫຼັງມືຶ, ໂດຍໄດ້ບັນລຸການຫັນປ່ຽນຄັ້ງປະຫວັດສາດຈາກ“ດິນຊາຍເຂົ້າມາຄົນອອກໄປ”ກາຍເປັນ “ສີຂຽວເຂົ້າມາດິນຊາຍອອກໄປ”. ພ້ອມດຽວກັນນີ້, ອັດຕາສ່ວນການປົກຫຸ້ມປ່າໄມ້ຂອງເຂດໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກໄດ້ບັນລຸເຖິງ 13,84% ໃນປີ 2020 ຈາກ 5,05% ເມື່ອປີ 1977. ໃນຮອບ 10 ປີຜ່ານມາ, ດິນຊາຍທີ່ສາມາດຄຸ້ມຄອງໄດ້ນັ້ນແມ່ນມີຫຼາຍກວ່າເຄິ່ງໜຶ່ງໄດ້ຮັບການຄຸ້ມຄອງເປັນຢ່າງດີແລ້ວ.


    ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຕີລາຄາວ່າ: ຈີນໄດ້ບັນລຸ “ການເຕີບໂຕເປັນສູນ” ດ້ານການເຊື່ອມໂຊມຂອງດິນກ່ອນໝູ່ຢູ່ໃນໂລກ, ເນື້ອທີ່ດິນຊາຍແລະດິນທະເລຊາຍໄດ້ຫຼຸດລົງພ້ອມກັນ, ໂດຍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການບັນລຸເປົ້າໝາຍ “ການເຕີບໂຕເປັນສູນ” ດ້ານການເຊື່ອມໂຊມຂອງທີ່ດິນເມື່ອຮອດປີ 2030 ຂອງທົ່ວໂລກ.

 


    ຈາກກໍາແພງເມືອງຈີນທີ່ເກົ່າແກ່ໃຫ້ກາຍເປັນຮົ້ວປ້ອງກັນສີຂຽວ



    ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການສ້າງສາລະບົບນິເວດມາໂດຍຕະຫຼອດ ເພາະເພິ່ນເຫັນວ່າ: ການປ້ອງກັນສິ່ງແວດລ້ອມນິເວດໃຫ້ດີນັ້ນບໍ່ພຽງແຕ່ຈະນໍາເອົາຄວາມຜາສຸກມາໃຫ້ແກ່ຄົນຮຸ່່ນປັດຈຸບັນແລະຄົນຮຸ່ນຫຼັງເທົ່ານັ້ນ, ຍັງຈະກ່ຽວພັນເຖິງຄວາມຜາສຸກຂອງມວນມະນຸດນໍາອີກ.



    ເຮັດແນວໃດເພື່ອສ້າງ “ກໍາແພງເມືອງຈີນສີຂຽວ” ທີ່ກ່ຽວພັນເຖິງຄວາມໝັ້ນຄົງດ້ານນິເວດກໍຄືການພັດທະນາແບບຖາວອນຂອງປະຊາຊົນໃຫ້ໜັກແໜ້ນກວ່າເກົ່າ? ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ໜຶ່ງ, ຕ້ອງຍຶດໝັ້ນການປ້ອງກັນພູຜາ, ນໍ້າ, ປ່າໄມ້, ທົ່ງນາ, ໜອງບຶງ, ຫຍ້າ, ທະເລຊາຍແບບປະຕູດຽວແລະການຄຸ້ມຄອງຢ່າງເປັນລະບົບ, ເພີ່ມທະວີການຄຸ້ມຄອງປະສານສົມທົບກັນລະຫວ່າງການຄຸ້ມຄອງທະເລຊາຍ, ຄຸ້ມຄອງນໍ້າແລະຄຸ້ມຄອງພູຜາ, ສ້າງລະບົບນິເວດປ່າໄມ້, ທົ່ງຫຍ້າ, ດິນບໍລິເວນນໍ້າ, ດິນຊາຍ, ພະຍາຍາມໃຊ້ເວລາປະມານ 10 ປີເພື່ອສ້າງໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກໃຫ້ກາຍເປັນຮົ້ວປ້ອງກັນຄວາມໝັ້ນຄົງດ້ານນິເວດຢູ່ພາກເໜືອຂອງຈີນໃຫ້ໝັ້ນຄົງຕະຫຼອດໄປ; ສອງ, ຕ້ອງຍຶດໝັ້ນການຄຸ້ມຄອງດິນຊາຍຕາມຫຼັກວິທະຍາສາດ, ລວມທັງການນໍາໃຊ້ຊັບພະຍາກອນນໍ້າຢ່າງສົມເຫດສົມຜົນ, ອອກແຮງພັດທະນາປ່າໄມ້ແລະທົ່ງຫຍ້າທີ່ປະຢັດນໍ້າ, ຈັດປະເພດແລະຄວາມໜ້າແໜ້ນຂອງປ່າໄມ້ແລະທົ່ງຫຍ້າຢ່າງສົມເຫດສົມຜົນ; ສາມ, ຕ້ອງດໍາເນີນການແລກປ່ຽນແລະຮ່ວມມືກັບສາກົນຢ່າງກວ້າງຂວາງ, ປະຕິບັດສົນທິສັນຍາການຄຸ້ມຄອງການກາຍເປັນທະເລຊາຍຂອງອົງການສະຫະປະຊາຊາດ, ເຂົ້າຮ່ວມການຄຸ້ມຄອງສິ່ງແວດລ້ອມທົ່ວໂລກຢ່າງຕັ້ງໜ້າ, ເພີ່ມທະວີການຮ່ວມມືກັບບັນດາປະເທດທີ່ຢູ່ອ້ອມຂ້າງຢ່າງມີຈຸດສຸມ, ສະໜັບສະໜູນການປ້ອງກັນແລະຄຸ້ມຄອງການກາຍເປັນທະເລຊາຍຂອງປະເທດທີ່ຢູ່ລຽບຕາມ ໜຶ່ງແລວໜຶ່ງເສັ້ນທາງ, ນໍາພາບັນດາປະເທດດໍາເນີນການສົນທະນາດ້ານນະໂຍບາຍກໍຄືການແບ່ງປັນຂໍ້ມູນຂ່າວສານເຊິ່ງກັນແລະກັນ, ເພື່ອຮ່ວມກັນຮັບມືກັບໄພພິບັດຈາກພາຍຸຊາຍ.