ເລື່ອງລາວລະຫວ່າງທ່ານສີຈິ້ນຜິງກັບມົງໂກໃນ(ພາກທີ1)

2023-06-07 15:57:12 cri


 

ລະຫວ່າງວັນທີ5-6ມິຖຸນາ2023ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສຳຫຼວດກວດກາວຽກງານຢູ່ນະຄອນປ່າຢຽນນາວເອີ ເຂດປົກຄອງຕົນເອງມົງໂກໃນ, ເພິ່ນໄດ້ເປັນປະທານແລະໃຫ້ຄຳໂອ້ລົມທີ່ສຳຄັນໃນກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງໂຄງການນິເວດສຳຄັນຕ່າງໆລວມເຖິງການເພີ່ມທະວີການປ້ອງກັນແລະແກ້ໄຂບັນຫາດິນກາຍເປັນທະເລຊາຍແບບສັງລວມແລະຊຸກຍູ້ການປະຕິບັດໂຄງການປູກໄມ້ໃຫ້ເປັນປ່າປ້ອງກັນຢູ່ 3 ເຂດພາກເໜືອ. ເທື່ອນີ້ເປັນເທື່ອທີສາມທີ່ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດມົງໂກໃນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ.

 

ມົງໂກໃນຕັ້ງຢູ່ພາກເໜືອປະເທດຈີນ ເຊິ່ງໄດ້ຂ້າມຜ່ານພາກຕາເວັນຕົກສຽງເໜືອ, ພາກເໜືອແລະພາກຕາເວັນອອກສຽງເໜືອຂອງຈີນ ມີຊື່ຫຍໍ້ເອີ້ນວ່າ “3 ເຂດພາກເໜືອ”, ເປັນ “ປະຕູໃຫຍ່ດ້ານເໜືອ”ຂອງປະເທດຈີນ ເຊິ່ງມີຖານະບົດບາດສຳຄັນ ແລະມີໜ້າທີ່ອັນສຳຄັນໃນສະພາບລວມຂອງປະເທດຈີນ. ຕໍ່ກັບຜືນແຜ່ນດິນອັນກວ້າງໃຫຍ່ໄພສານແລະສວຍສົດງົດງາມນີ້, ທ່ານສີຈິ້ນຜິງມີຄວາມຫ່ວງໃຍຢ່າງເລິກເຊິ່ງສະເໝີມາ ໂດຍໄດ້ມີພາບອັນອົບອຸ່ນແລະເລື່ອງລາວທີ່ໜ້າປະທັບໃຈຈຳນວນຫຼວງຫຼາຍ.

 

“ມື້ນີ້, ຂ້າພະເຈົ້າປະຕິບັດໜ້າທີ່ປະຈຳການຮ່ວມກັບບັນດາສະຫາຍ”

 



ວັນທີ 26 ມັງກອນປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງພູອາເອີ ເຂດປົກຄອງຕົນເອງມົງໂກໃນທີ່ເປັນເຂດຊາຍແດນຂອງປະເທດຈີນ,ທ່າມກາງສະພາບອາກາດໜາວຈັດຕິດລົບ 30 ກວ່າອົງສາ, ເພິ່ນໄດ້ແຂ່ງລົມໜາວແລະຫິມະໜາໄປຢື້ຢາມຖາມຂ່າວນາຍແລະພົນທະຫານທີ່ກຳລັງປະຕິບັດໜ້າທີ່ລາດຕະເວນຢູ່ຕາມເສັ້ນຊາຍແດນ.


 ທ່າມກາງລົມໜາວຈັດປານມີດແທງກະດູກ, ທ່ານສີຈິ້ນຜິງໄດ້ຢຽບຫິມະຊັ້ນໜາໆຍ່າງໄປຫາບັນດານາຍແລະພົນທະຫານ. ເພິ່ນໄດ້ສອບຖາມຢ່າງລະອຽດວ່າ: “ລຶ້ງເຄີຍກັບອາກາດໜາວຈັດບໍ່? ແຕ່ລະມື້ຕ້ອງລາດຕະເວນຈັກຊົ່ວໂມງ? ເດີນທາງຈັກກິໂລແມັດ…?” ທ່ານສີຈິ້ນຜິງຍັງໄດ້ຖ່າຍຮູບຮ່ວມກັບນາຍແລະພົນທະຫານທັງຫຼາຍ.

 



ໃນເວລາທ່ານສີຈິ້ນຜິງກ່າວຄຳອວຍພອນປີໃໝ່ສາກົນ2018ຜ່ານທາງໂທລະພາບ, ເທິງຖ້ານປຶ້ມທີ່ຢູ່ເບື້ອງຫຼັງຂອງເພິ່ນແມ່ນໄດ້ວາງຮູບຖ່າຍອັນລ້ຳຄ່າໃບນີ້.

 



ຫຼັງຈາກອຳລາພາຈາກໜ່ວຍລາດຕະເວນແລ້ວ, ທ່ານສີຈິ້ນຜິງໄດ້ຂີ່ລົດເດີນທາງໄປປ້ອມຍາມພູຊ່ານຈຽວຕື່ມອີກ.ປ້ອມຍາມແຫ່ງນີ້ແມ່ນຕັ້ງຢູ່ຈອມພູທີ່ມີລະດັບສູງກວ່າໜ້ານ້ຳທະເລ 1.000 ກວ່າແມັດ. ທ່ານສີຈິ້ນຜິງໄດ້ແຂ່ງລົມພັດແຮງທ່າມກາງອາກາດໜາວຈັດ ຍ່າງຂຶ້ນໄປຕາມຂັ້ນໄດສູງຊັນມີທັງໝົດ 58 ຂັ້ນແລ້ວຂຶ້ນສູ່ປ້ອມຍາມ. ຢູ່ຈຸດເຝົ້າຍາມ, ທ່ານສີຈິິ້ນຜິງຍັງໄດ້ຮັບຟັງການລາຍງານສະພາບຂອງປ້ອມຍາມ, ສັງເກດສະພາບການອ້ອມຂ້າງປ້ອມຍາມຈາກການແນະນຳຂອງນັກຮົບທັງຫຼາຍ. ຫຼັງຈາກນັ້ນ, ເພິ່ນໄດ້ຈັບບິກເຊັນຊື່ໃສ່ປຶ້ມບັນທຶກສັງເກດການຕອນປະຕິບັດໜ້າທີ່ວ່າ: “ສີຈິ້ນຜິງ ວັນທີ 26 ມັງກອນ ປີ2014”.ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ມື້ນີ້, ຂ້າພະເຈົ້າປະຕິບັດໜ້າທີ່ປະຈຳການຮ່ວມກັບບັນດາສະຫາຍ”

 

ຫຼັງຈາກນັ້ນໜຶ່ງປີ, ນາຍແລະພົນທະຫານທຸກຖ້ວນໜ້າທີ່ເຝົ້າປະຕິບັດໜ້າທີ່ຢູ່ພູອາເອີໄດ້ຂຽນຈົດໝາຍທີ່ປ່ຽມລົ້ນໄປດ້ວຍຄວາມເຄົາລົບຮັກໄປເຖິງທ່ານສີຈິ້ນຜິງເພື່ອລາຍງານສະພາບການດ້ານຕ່າງໆເຊັ່ນ: ການເພີ່ມທະວີການກໍ່ສ້າງກອງຮ້ອຍ, ການປະຕິບັດໜ້າທີ່ເຝົ້າຮັກສາຊາຍແດນ, ສະພາບການເຕີບໃຫຍ່ແລະຄວາມກ້າວໜ້າຂອງຕົນເປັນຕົ້ນ.

 

ເດືອນກຸມພາປີ2015, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນໃຫ້ນາຍແລະພົນທະຫານທັງຫຼາຍ, ເນື້ອໃນບາງຕອນຂອງຈົດໝາຍຕອບໄດ້ລະບຸວ່າ: “ເມື່ອໜຶ່ງປີກ່ອນ, ຂ້າພະເຈົ້າໄດ້ເດີນທາງໄປພູອາເອີເພື່ອຢື້ຢາມຖາມຂ່າວບັນດາສະຫາຍ, ຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນແລະຈິດໃຈຫ້າວຫັນຢ່າງສະຫງ່າຜ່າເຜີຍຂອງບັນດາສະຫາຍໃນການປ້ອງກັນຊາຍແດນທ່າມກາງອາກາດໜາວຈັດ ເຊິ່ງໄດ້ສ້າງພາບປະທັບໃຈທີ່ລືມໄດ້ຍາກໄວ້ໃຫ້ຂ້າພະເຈົ້າ.” ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງຍັງໄດ້ໃຫ້ກຳລັງໃຈແກ່ນາຍແລະພົນທະຫານທັງຫຼາຍຈົ່ງສຸມກຳລັງເຂົ້າໃນການເພີ່ມທະວີການກໍ່ສ້າງກອງຮ້ອຍຢ່າງຮອບດ້ານ, ຊຸກຍູ້ເປົ້າໝາຍສູ້ຊົນສ້າງກອງທັບໃຫ້ເຂັ້ມແຂງໄດ້ຮັບການຈັດຕັ້ງປະຕິບັດແລະຝັງຮາກຢູ່ກອງຮ້ອຍແລະແນວປ້ອງກັນຊາຍແດນ, ເພື່ອສ້າງຄຸນງາມຄວາມດີອັນໃໝ່ເຂົ້າໃນການສ້າງສິ່ງກຳບັງຄວາມໝັ້ນຄົງແລະສະຖຽນລະພາບຢູ່ຊາຍແດນພາກເໜືອຂອງປະເທດຊາດ!

 

“ຈຸດນີ້ຕ້ອງຕື່ມຄຳວ່າ ‘ທະເລຊາຍ’”

 

“ການປະສານສົມທົບປົວແປງ ພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍຢ່າງເປັນລະບົບ, ຈຸດນີ້ຕ້ອງຕື່ມຄຳວ່າ‘ທະເລຊາຍ’ ”.

 

ວັນທີ5ມີນາ2021, ໃນກອງປະຊຸມຄັ້ງທີ4ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເພິ່ນສັງກັດຢູ່, ໂດຍເພິ່ນໄດ້ມີຂໍ້ຮຽກຮ້ອງຕໍ່ການເພີ່ມທະວີການປົວແປງສິ່ງແວດລ້ອມນິເວດຕື່ມອີກ.

 

“ຄວນວາງແຜນປົວແປງພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍຄືແນວໃດ, ຕ້ອງມີການອອກແບບຈາກຂັ້ນເທິງສູງສຸດໃຫ້ດີ, ຕ້ອງປົວແປງແບບສັງລວມ, ນີ້ຄືໜຶ່ງໂຄງການທີ່ເປັນລະບົບ, ຕ້ອງພະຍາຍາມສູ້ຊົນປະຕິບັດຢ່າງບໍ່ລົດລະ.” ທ່ານສີຈິ້ນຜິງຍັງເນັ້ນໜັກວ່າ: ຕ້ອງປະສານສົມທົບປົວແປງ ພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍຢ່າງເປັນລະບົບ, ປະຕິບັດໂຄງການອະນຸລັກຟື້ນຟູສິ່ງແວດລ້ອມນິເວດໃຫ້ດີ, ເພີ່ມຄວາມເຂັ້ມແຂງໃນການອະນຸລັກລະບົບນິເວດ, ເສີມສ້າງລະບົບນິເວດໃຫ້ມີຄວາມໝັ້ນທ່ຽງແລະມີຄວາມຍືນຍົງຫຼາຍຂຶ້ນ.

 

ມົງໂກໃນເປັນສິ່ງກຳບັງຄວາມໝັ້ນຄົງດ້ານນິເວດອັນສຳຄັນຢູ່ພາກເໜືອຂອງປະເທດຈີນ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມເອົາໃຈໃສ່ໃນລະດັບສູງຢ່າງສະເໝີຕົ້ນ ສະເໝີປາຍຕໍ່ການອະນຸລັກແລະສ້າງສາສິ່ງແວດລ້ອມນິເວດຂອງມົງໂກໃນ ໂດຍໄດ້ເນັ້ນໜັກໃຫ້ສ້າງ “ກຳແພງເມືອງຈີນສີຂຽວ” ຮັກສາສິ່ງແວດລ້ອມນິເວດຊາຍແດນພາກເໜືອປະເທດຊາດແຫ່ງນີ້ໃຫ້ໝັ້ນຄົງກວ່າເກົ່າ.

 

“ຂໍພຽງແຕ່ຍັງມີຄອບຄົວໜຶ່ງກໍຄືຄົນໜຶ່ງຍັງບໍ່ທັນໄດ້ແກ້ໄຂບັນຫາຊີວິດການເປັນຢູ່ຂັ້ນພື້ນຖານ, ພວກເຮົາກໍຈະບໍ່ສາມາດສະບາຍໃຈໄດ້”

 

ເດືອນມັງກອນປີ2014, ໃນລະດູໜາວ, ທົ່ງຫຍ້າອັນກວ້າງໃຫຍ່ໄພສານຢູ່ມົງໂກໃນໄດ້ປົກຫຸ້ມໄປດ້ວຍຫິມະແລະນ້ຳກ້ອນຂາວຈ່ານຜ່ານ. ບາງທ້ອງຖິ່ນ ອຸນຫະພູມຕິດລົບ30ກວ່າອົງສາ. ທ່ານສີຈິ້ນຜິງໄດ້ເດີນທາງໄປເມືອງອາເອີຊ່ານນະຄອນຊິງອ່ານທີ່ຕັ້ງຢູ່ເຂດຊາຍແດນເພື່ອຢື້ຢາມຖາມຂ່າວພະນັກງານແລະປະຊາຊົນບັນດາເຜົ່າ.



ຢູ່ເຮືອນຂອງພໍ່ເຖົ້າໂກ່ວຢົງສາຍ ກຳມະກອນປ່າໄມ້ທີ່ທຸກຍາກ, ທ່ານສີຈິ້ນຜິງໄດ້ກວດກາເບິ່ງຫ້ອງໃຕ້ດິນ, ຝາເຕົາໄຟສ້າງອາຍອຸ່ນ, ສິ່ງຂອງເຄື່ອງໃຊ້ທີ່ກຽມເພື່ອສະຫຼອງບຸນກຸດຈີນ, ແລ້ວນັ່ງຢູ່ເທິງຕຽງເຕົ້າໄຟໂອ້ລົມສົນທະນາກັບຄອບຄົວພໍ່ເຖົ້າໂກ່ວຢົງສາຍເພື່ອຮັບຮູ້ຢ່າງລະອຽດກ່ຽວກັບຊີວິດການເປັນຢູ່ຂອງເຂົາເຈົ້າ. ທ່ານສີຈິ້ນຜິງກ່າວວ່າ: ໃກ້ຈະຮອດບຸນກຸດຈີນແລ້ວ, ຮູ້ວ່າບັນດາສະຫາຍມີຄວາມຫຍຸ້ງຍາກ, ຂ້າພະເຈົ້າຈຶ່ງມາຢາມບັນດາສະຫາຍເປັນການສະເພາະ. ເມື່ອໄດ້ເຫັນວ່າ ປະຊາຊົນທັງຫຼາຍເຊິ່ງລວມທັງພໍ່ເຖົ້າໂກ່ວຢົງສາຍຍັງມີຄວາມຫຍຸ້ງຍາກໃນດ້ານເຮືອນຢູ່, ເພິ່ນໄດ້ຊີ້ນຳໃຫ້ພະນັກງານການນຳທ້ອງຖິ່ນຕ້ອງເລັ່ງປັບປຸງເຂດຊຸມຊົນແອອັດ, ວາງຕາຕະລາງເວລາອັນລະອຽດເພື່ອໃຫ້ປະຊາຊົນໄດ້ຍ້າຍເຂົ້າໄປຢູ່ເຮືອນໃໝ່ໂດຍໄວ, ຕ້ອງເຮັດວຽກຢື້ຢາມຖາມຂ່າວປະຊາຊົນຜູ້ທຸກຍາກໃຫ້ດີເພື່ອໃຫ້ທຸກໆຄອບຄົວຕ່າງກໍສາມາດສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ.

 

ທ່ານສີຈິ້ນຜິງເວົ້າດ້ວຍຄວາມປະທັບໃຈວ່າ: “ພະນັກງານສະມາຊິກພັກພວກເຮົາຕ້ອງມີສະຕິຄືແນວນີ້:ຂໍພຽງແຕ່ມີຄອບຄົວໜຶ່ງກໍຄືຄົນໜຶ່ງຍັງບໍ່ທັນໄດ້ແກ້ໄຂບັນຫາຊີວິດການເປັນຢູ່ຂັ້ນພື້ນຖານ, ພວກເຮົາກໍຈະບໍ່ສາມາດສະບາຍໃຈໄດ້, ຂໍພຽງແຕ່ຄວາມປາດຖະໜາຢາກມີຊີວິດການເປັນຢູ່ທີ່ມີຄວາມສຸກຂອງປະຊາຊົນຍັງບໍ່ທັນບັນລຸຜົນເປັນຈິງ, ພວກເຮົາກໍຈະຕ້ອງສາມັກຄີແລະນຳພາປະຊາຊົນສູ້ຊົນຮ່ວມກັນຢ່າງບໍ່ລົດລະແມ່ນແຕ່ໜ້ອຍດຽວ. ”