ເລື່ອງລາວລະຫວ່າງທ່ານສີຈິ້ນຜິງກັບມົງໂກໃນ(ພາກທີ2)

2023-06-08 11:42:18 cri



 

ລະຫວ່າງວັນທີ5-6ມິຖຸນາ2023ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສຳຫຼວດກວດກາວຽກງານຢູ່ນະຄອນປ່າຢຽນນາວເອີ ເຂດປົກຄອງຕົນເອງມົງໂກໃນ, ນີ້ເປັນເທື່ອທີສາມແລ້ວທີ່ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດມົງໂກໃນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ. ຕໍ່ກັບມົງໂກໃນ, ທ່ານສີຈິ້ນຜິງມີຄວາມຫ່ວງໃຍຢ່າງເລິກເຊິ່ງສະເໝີມາ ໂດຍໄດ້ມີພາບອັນອົບອຸ່ນແລະເລື່ອງລາວທີ່ໜ້າປະທັບໃຈຈຳນວນຫຼວງຫຼາຍ.

 

“ການພັດທະນາອຸດສາຫະກຳຢູ່ມົງໂກໃນບໍ່ຄວນສຸມໃສ່ແຕ່ແກະ,ຖ່ານຫີນ, ແຮ່ທາດທີ່ຫາຍາກແລະແກັສທຳມະຊາດເທົ່ານັ້ນ”

 

ມົງໂກໃນ ໃນຖານະເປັນເຂດແຄວ້ນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ການຄົ້ນຫາເສັ້ນທາງການພັດທະນາດ້ວຍຄຸນນະພາບສູງທີ່ສອດຄ່ອງກັບຈຸດພິເສດຂອງຕົນນັ້ນແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງໃນໄລຍະຍາວ.

 



ວັນທີ5ມີນາ2018, ໃນກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເພິ່ນສັງກັດຢູ່, ໂດຍເພິ່ນໄດ້ສົມທົບກັບຈຸດພິເສດຂອງສະພາບຕົວຈິງຢູ່ເຂດມົງໂກໃນເພື່ອຊີ້ທິດເຍືອງທາງໃຫ້ກັບທ້ອງຖິ່ນແຫ່ງນີ້ໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ. ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນຜ່ານຄຳເວົ້າທີ່ມີຊີວິດຊີວາວ່າ: ການພັດທະນາອຸດສາຫະກຳຢູ່ມົງໂກໃນບໍ່ຄວນສຸມໃສ່ແຕ່ແກະ,ຖ່ານຫີນ, ແຮ່ທາດທີ່ຫາຍາກແລະແກັສທຳມະຊາດເທົ່ານັ້ນ, ຕ້ອງອອກແຮງບົ່ມເພາະອຸດສາຫະກຳໃໝ່, ແຮງຂັບເຄື່ອນໃໝ່ ແລະຈຸດເຕີບໂຕໃໝ່, ພ້ອມກັນນັ້ນ, ຍັງຕ້ອງເອົາໃຈໃສ່ວ່າ ຈະເຮັດອັນໃດ ແລະຈະບໍ່ເຮັດອັນໃດ, ບໍ່ຄວນປ່າວປະກາດຢ່າງໃຫຍ່ ແລ້ວພາກັນເຮັດແບບຂາດຄວາມສຸຂຸມຮອບຄອບ.

 

ທີ່ນີ້ ຄຳວ່າ “ແກະ,ຖ່ານຫີນ, ແຮ່ທາດທີ່ຫາຍາກແລະແກັສທຳມະຊາດ” ໝາຍເຖິງຊັບພະຍາກອນທຳມະຊາດອັນອຸດົມສົມບູນຂອງມົງໂກໃນ, ແລະຍັງໄດ້ໝາຍເຖິງຊ່ອງທາງເກົ່າແຫ່ງການພັດທະນາເຊັ່ນ: ອຸດສາຫະກຳດັ້ງເດີມ, ອຸດສາຫະກຳລະດັບຕ່ຳ, ອຸດສາຫະກຳປະເພດຊັບພະຍາກອນທຳມະຊາດ, ອຸດສາຫະກຳທີ່ໃຊ້ແຮງງານຫຼາຍແລະອື່ນໆ. ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງໄດ້ມີຄຳຊີ້ນຳວ່າ: ອີງໃສ່ທ່າແຮງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ເສີມຂະຫຍາຍຈຸດດີແລະປັບປຸງແກ້ໄຂຈຸດອ່ອນ. ເພິ່ນໄດ້ຮຽກຮ້ອງໃຫ້ມົງໂກໃນອອກແຮງບົ່ມເພາະອຸດສາຫະກຳໃໝ່, ແຮງຂັບເຄື່ອນໃໝ່ ແລະຈຸດເຕີບໂຕໃໝ່, ສ້າງລະບົບອຸດສາຫະກຳທັນສະໄໝອັນໃໝ່ທີ່ພັດທະນາດ້ວຍຫຼາກຫາຍຊ່ອງທາງແລະມີການຄ້ຳຊູຈາກຫຼາຍເຄົ້າ, ເພື່ອຈໍ່ຕົວໃຫ້ກາຍເປັນສະພາບການພັດທະນາແບບໃໝ່ທີ່ມີທ່າແຮງອັນພົ້ນເດັ່ນ, ມີໂຄງສ້າງອັນສົມເຫດສົມຜົນ, ຂັບເຄື່ອນດ້ວຍການປະດິດສ້າງ, ເຂດແຄວ້ນຕ່າງໆປະສານສົມທົບກັນຢ່າງກົມກຽວ, ຕົວເມືອງກັບຊົນນະບົດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ.

 

ເດືອນກໍລະກົດປີ2019, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ເຂດມົງໂກໃນອີກຄັ້ງໜຶ່ງ. ໃນເວລາຮັບຟັງການລາຍງານວຽກງານ, ເພິ່ນໄດ້ສະເໜີຂໍ້ຮຽກຮ້ອງຕື່ມອີກໂດຍປິ່ນອ້ອມການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ເນັ້ນໜັກໃຫ້ການປະຕິບັດວຽກງານປະຕິຮູບໂຄງປະກອບດ້ານການສະໜອງຫັນໄປສຸມໃສ່ການປັບປຸງແກ້ໄຂຈຸດອ່ອນ, ເສີມຂະຫຍາຍໝາກຜົນໃນການລຶບລ້າງກຳລັງການຜະລິດທີ່ເກີນຄວາມຕ້ອງການ, ຫຼຸດບໍລິມາດຄ້າງສາງໃຫ້ໜ້ອຍລົງ, ຫຼຸດປະລິມານເງິນກູ້ໃຫ້ໜ້ອຍລົງ, ຫຼຸດຕົ້ນທຶນ, ແກ້ໄຂບັນຫາຈຸດອ່ອນ, ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງໝັ້ນໜຽວບໍ່ປ່ຽນແປງ, ເຮັດໃຫ້ຫົວໜ່ວຍທຸລະກິດຈຸນລະພາກພັດທະນາຢ່າງມີຊີວິດຊີວາຫຼາຍຂຶ້ນ, ຍົກສູງລະດັບຕ່ອງໂສ້ອຸດສາຫະກຳ, ເຮັດໃຫ້ຮອບວຽນເສດຖະກິດມີຄວາມໂລ່ງລ່ຽນ, ຊຸກຍູ້ກະສິກຳແລະອຸດສາຫະກຳການລ້ຽງສັດໃຫ້ພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ໃຫ້ຕົວເມືອງ,ຊົນນະບົດແລະເຂດແຄວ້ນຕ່າງໆພັດທະນາຢ່າງກົມກຽວ.

 

“ເປັນ ‘ທະຫານມ້າດ່ວນດ້ານສິລະປະວັນນະຄະດີປະຕິວັດ’ບົນທົ່ງຫຍ້າຕະຫຼອດໄປ”

 

ປີ2017, ສະມາຊິກກອງສິລະປະກອນອູລານມູຊີ ຈຳນວນ16 ຄົນຈາກເມືອງຊູນີເທີໂຢເຂດປົກຄອງຕົນເອງມົງໂກໃນໄດ້ຂຽນຈົດໝາຍໄປຍັງທ່ານສີຈິ້ນຜິງໂດຍໄດ້ລາຍງານສະພາບການພັດທະນາກອງສິລະປະກອນອູລານມູຊີໃນຕະຫຼອດໄລຍະ60ປີຜ່ານມາ ແລະສະແດງຄວາມຕັດສິນໃຈໃນການປະກອບສ່ວນເຂົ້າໃນການພັດທະນາພາລະກິດສິລະປະວັນນະຄະດີສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ. ທ່ານສີຈິ້ນຜິງໄດ້ຕອບຈົດໝາຍຄືນໃຫ້ເຂົາເຈົ້າໂດຍໄດ້ຍ້ອງຍໍຊົມເຊີຍກອງສິລະປະກອນອູລານມູຊີແຕ່ລະຮຸ່ນຄົນທີ່ໄດ້ແຂ່ງກັບຟ້າຝົນລົມແຮງ,ບໍ່ວ່າຈະເປັນມື້ຝົນຕົກ ຟ້າແດດຫຼືມື້ຫິມະຕົກກໍຕາມຕ່າງກໍໄດ້ເຄື່ອນໄຫວເດີນທາງຢູ່ຕາມທະເລຊາຍໂກບີແລະທົ່ງຫຍ້າດ້ວຍຄວາມລຳບາກ, ໂດຍຖືເອົາທ້ອງຟ້າເປັນຜ້າສາກ, ດິນແດນເປັນເວທີເພື່ອສົ່ງຄວາມເບີກບານມ່ວນຊື່ນແລະຄວາມສິວິໄລໄປໃຫ້ຊາວກະສິກອນແລະຊາວລ້ຽງສັດອັນມະຫາສານມາເປັນເວລາດົນນານ, ນອກນີ້, ທ່ານສີຈິ້ນຜິງຍັງໄດ້ຝາກຄວາມຫວັງແລະຄວາມເອົາໃຈໃສ່ຂອງພັກໄປໃຫ້ກອງສິລະປະກອນອູລານມູຊີອີກດ້ວຍ.

 

ກອງສິລະປະກອນອູລານມູຊີ ເປັນໜ່ວຍງານວັດທະນະທຳທີ່ກຳເນີດເກີດຂຶ້ນຕາມຈຸດພິເສດການຜະລິດແລະການດຳລົງຊີວິດຢູ່ເຂດທົ່ງຫຍ້າ. ໃນພາສາມົງໂກນ ຄຳວ່າ ອູລານມູຊີ ມີຄວາມໝາຍເດີມວ່າ “ໜໍ່ແໜງສີແດງ”, ຕໍ່ມາຈຶ່ງມີຄວາມໝາຍປຽບທຽບເປັນ “ທະຫານມ້າດ່າວນດ້ານສິລະປະວັນນະຄະດີປະຕິວັດ”. ນັບຕັ້ງແຕ່ກຳເນີດຂຶ້ນເມື່ອປີ1957ເປັນຕົ້ນມາ, ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງແລະໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນມາຢ່າງຍາວນານ, ແຕ່ລະປີໄດ້ມີການສະແດງສິລະປະວັນນະຄະດີຫຼາຍກວ່າ 7.000 ຄັ້ງ.

 

ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງຍັງໄດ້ໃຫ້ກຳລັງໃຈແກ່ສະມາຊິກກອງສິລະປະກອນອູລານມູຊີວ່າ ອອກແຮງເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງສິລະປະກອນອູລານມູຊີ, ຝັງຮາກເລິກເຂົ້າໃນຊີວິດການເປັນຢູ່, ຮັບໃຊ້ປະຊາຊົນຊາວລ້ຽງສັດ, ຊຸກຍູ້ການປະດິດສ້າງດ້ານສິລະປະວັນນະຄະດີ, ພະຍາຍາມປະດິດຄິດແຕ່ງຜົນງານທີ່ດີເດັ່ນ, ໃກ້ຊິດຕິດແທດກັບປະຊາຊົນ, ສາມາດເຜີຍແຜ່ຢ່າງກວ້າງຂວາງແລະສາມາດສືບທອດໄປໄດ້ນັ້ນໃຫ້ຫຼາຍກວ່າເກົ່າ, ເປັນ‘ທະຫານມ້າດ່ວນດ້ານສິລະປະວັນນະຄະດີປະຕິວັດ’ບົນທົ່ງຫຍ້າຕະຫຼອດໄປ.

 

“ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າໃນວົງຄະນາຍາດແຫ່ງຊາດຈີນສາມັກຄີກັນຄືກັບແກ່ນໝາກພິລາຈັບກັນແໜ້ນໆ”

 

ຄວາມສາມັກຄີຂອງຊາດເປັນເສັ້ນຊີວິດຂອງປະຊາຊົນບັນດາເຜົ່າຂອງຈີນ, ສະຕິປະຊາຄົມປະຊາຊາດຈີນເປັນພື້ນຖານຂອງຄວາມສາມັກຄີຂອງຊາດ. ທ່ານສີຈິ້ນຜິງມັກໃຊ້ຄຳວ່າ “ແກ່ນໝາກພິລາ” ເພື່ອປຽບທຽບຄວາມສາມັກຄີຂອງຊາດ. ວັນທີ5ມີນາ2022, ໃນກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເພິ່ນສັງກັດຢູ່, ໂດຍເພິ່ນໄດ້ກ່າວເຖິງຄຳປຽບທຽບນີ້ອີກຄັ້ງໜຶ່ງ.

 

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ ຕ້ອງຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າໃນວົງຄະນາຍາດຊາດແຫ່ງຈີນສາມັກຄີກັນຄືກັບແກ່ນໝາກພິລາຈັບກັນແໜ້ນໆ, ເພື່ອຮ່ວມກັນສ້າງສາປະເທດຊາດທີ່ຍິ່ງໃຫຍ່, ຮ່ວມກັນສ້າງຊີວິດການເປັນຢູ່ທີ່ດີງາມ.

 

ນາດາມ(nadam)ເປັນກິດຈະກຳທີ່ມີເອກະລັກຊົນເຜົ່າແລະໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງຈາກປະຊາຊົນເຜົ່າມົງໂກນ. ປີ2014, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມນາດາມລະດູໜາວຢູ່ຕາແສງປາວລີເກີນຊູມູ ເມືອງຊີລິນຮ໋ອດ ເຂດປົກຄອງຕົນເອງມົງໂກໃນໂດຍເພິ່ນໄດ້ຮ່ວມກັບຊາວລ້ຽງສັດທັງຫຼາຍຊົມມວຍປ້ຳ, ການແຂ່ງມ້າ, ຟັງການຮ້ອງເພງພື້ນເມືອງສາງຕ້ຽວ ແລະຊົມການສະແດງຮ້ອງລຳທຳເພງ.

 



ໃນພິທີອະທິຖານໃຫ້ສັດລ້ຽງມີຄວາມອ້ວນພີດີງາມເຊິ່ງເປັນພິທີອະທິຖານດັ້ງເດີມ,  ທ່ານສີຈິ້ນຜິງໄດ້ເຮັດຕາມປະເພນີເຜົ່າມົງໂກນ ໂດຍໃຊ້ນີ້ວນາງຈຸ່ມນົມສົດຢູ່ໃນຖ້ວຍເງິນແລ້ວເອົາຂຶ້ນດີດສາມເທື່ອ ເພື່ອອວຍພອນໃຫ້ປີໃໝ່ຈົ່ງມີດິນຟ້າອາກາດເອື້ອອຳນວຍ, ສັດລ້ຽງຕ່າງໆອ້ວນພີດີງາມ, ປະຊາຊົນມີຄວາມສຸກ,ປອດໄພ, ປາສະຈາກຄວາມເຈັບໄຂ້ໄດ້ປ່ວຍ. ໃນໄລຍະເຄື່ອນໄຫວຢ້ຽມຢາມເທື່ອນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກເທື່ອແລ້ວເທື່ອເລົ່າວ່າ ຕ້ອງຍົກສູງຄັນທຸງແຫ່ງຄວາມສາມັກຊີຂອງຊາດຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນແລະເສີມຂະຫຍາຍມູນເຊື້ອອັນດີງາມທີ່ປະຊາຊົນບັນດາເຜົ່າຮ່ວມຈິດຮ່ວມໃຈກັນແລະຈັບມືກັນ.

 



ໃນໄລຍະສຳຫຼວດກວດກາວຽກງານຢູ່ເຂດມົງໂກໃນເມື່ອປີ2019, ທ່ານສີຈິ້ນຜິງໄດ້ລົງໄປຢ້ຽມຢາມເຂດຊຸມຊົນຢູ່ນະຄອນຊືເຟີ່ງເພື່ອກວດກາເບິ່ງສະພາບການຕ່າງໆເຊັ່ນ ຄວາມສາມັກຄີແລະເຊື່ອມໂຍງເຂົ້າກັນຂອງບັນດາຊົນເຜົ່າເປັນຕົ້ນ. ທ່ານສີຈິ້ນຜິງເວົ້າວ່າ: “ເຂດຊຸມຊົນເປັນບ້ານເຮືອນຮ່ວມກັນຂອງປະຊາຊົນບັນດາເຜົ່າ, ປະຊາຊົນບັນດາເຜົ່າສາມັກຄີຮັກແພງກັນປານຄອບຄົວດຽວກັນ.” ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: ຕ້ອງລົງເລິກຊຸກຍູ້ວຽກງານສ້າງຄວາມສາມັກຄີກ້າວໜ້າຂອງຊາດໃຫ້ເຂົ້າເຖິງເຂດຊຸມຊົນ, ສ້າງເຂດຊຸມຊົນໃຫ້ເປັນຄອບຄົວໃຫຍ່ທີ່ປະຊາຊົນບັນດາເຜົ່າຮັກແພງຊ່ວຍເຫຼືອງເຊິ່ງກັນແລະກັນ, ຕັ້ງໜ້າສ້າງສະພາບແວດລ້ອມທີ່ດີຢູ່ເຂດຊຸມຊົນເພື່ອໃຫ້ປະຊາຊົນບັນດາເຜົ່າຢູ່ເຢັນເປັນສຸກ.

 

ເຖິງວ່າເວລາຈະໝູນວຽນປ່ຽນໄປຕາມລະດູການຢ່າງບໍ່ຢຸດຢັ້ງກໍຕາມ ແຕ່ຄວາມຮັກແພງອັນເລິກເຊິ່ງບໍ່ໄດ້ມີການປ່ຽນແປງ. ພາບອັນອົບອຸ່ນແລະເລື່ອງລາວທີ່ໜ້າປະທັບໃຈລະຫວ່າງທ່ານສີຈິ້ນຜິງກັບປະຊາຊົນບັນດາເຜົ່າຢູ່ເຂດມົງໂກໃນແມ່ນເຮັດໃຫ້ຄົນລືມໄດ້ຍາກ.