ສະ​ຕິ​ບັນ​ຍາ​ຂອງ​ຈີນ 1: ນ້ຳ​ຢູ່​ອ່າງນ້ຳຕ່ານຈ່ຽງໂຂດື່ມໄດ້ເລີຍ

2023-06-08 15:10:57 cri

ນາງລິວຊິ່ນ ໂຄສົກຂອງ CGTN ຮ່ວມກັບທ່ານປາຕຣິກ ໄນສ ອະດີດເອກອັກຄະລັດຖະທູດແບນຊິກປະຈຳຈີນໄດ້ເດີນທາງໄປຮອດຊີ່ຊ່ວນແຂວງເຫີນານ ທີ່ເປັນຈຸດແຫຼ່ງນ້ຳຂອງໂຄງການສົ່ງນ້ຳພາກໃຕ້ໄປສູ່ພາກເໜືອສາຍກາງ, ເກັບນ້ຳຢູ່ອ່າງນ້ຳຕ່ານຈ່ຽງໂຂ, ທັງດື່ມນ້ຳນັ້ນຢູ່ກັບທີ່ເລີຍ. ພະນັກງານແຈ້ງໃຫ້ຮູ້ວ່າ, ຄຸນນະພາບນ້ຳຢູ່ອ່າງນ້ຳຕ່ານຈ່ຽງໂຂບັນລຸເຖິງມາດຕະຖານອັນດັບໜຶ່ງຂອງນ້ຳເທິງໜ້າດິນ, ຈຶ່ງສາມາດດື່ມໄດ້ເລີຍ.