ຍີ່ປຸ່ນຄວນກຳຈັດນ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີປອດໄພທີ່ສຸດ ແລະ ເໝາະສົມທີ່ສຸດ

2023-06-08 16:41:07 cri

ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານໃນວັນທີ 6 ມິຖຸນານີ້ວ່າ: ບໍລິສັດພະລັງງານໄຟຟ້າໂຕກຽວເລີ່ມລະບາຍນ້ຳທະເລເຂົ້າສູ່ອຸໂມງລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍຟູກູຊີມະໃນວັນທີ 5 ມິຖຸນານີ້ຕາມເວລາທ້ອງຖິ່ນ, ອຸໂມງດັ່ງກ່າວຈະຖືກລະບາຍນ້ຳທະເລເຂົ້າເຕັມປະມານ 6.000 ໂຕນໃນວັນທີ 6 ມິຖຸນານີ້, ນີ້ໝາຍຄວາມວ່າ, ແຜນການທີ່ຍີ່ປຸ່ນຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູກູຊີມະລົງສູ່ທະເລຈະກາຍເປັນຄວາມຈິງໃນໄວໆນີ້.

ໃນຫຼາຍປີມານີ້, ປະຊາຄົມໂລກ ແລະ ປະຊາຊົນຍີ່ປຸ່ນລ້ວນແຕ່ຄັດຄ້ານແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງລັດຖະບານຍີ່ປຸ່ນ. ໃນໄລຍະມໍ່ໆມານີ້, ປະຊາຊົນຍີ່ປຸ່ນໄດ້ຈັດງານຊຸມນຸມ ແລະ ແຫ່ຂະບວນປະທ້ວງຫຼາຍເທື່ອ, ໂດຍຮຽກຮ້ອງວ່າ: “ບໍ່ຄວນໃຫ້ນ້ຳປົນເປື້ອນລັງສີນິວເຄລຍເຮັດໃຫ້ທະເລມີມົນລະພິດ”. ການເຄື່ອນໄຫວລ່າລາຍເຊັນທີ່ພັກປະຊາທິປະໄຕຮ່ວມ ສ.ເກົາຫຼີໄດ້ລິເລີ່ມເພື່ອຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລນັ້ນມີຜູ້ລົງນາມຫຼາຍກວ່າ 1 ແສນຄົນແລ້ວ. ຜູ້ຊ່ຽວຊານຂອງຫຼາຍປະເທດເຫັນວ່າ, ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລບໍ່ແມ່ນເລື່ອງຂອງຍີ່ປຸ່ນແຕ່ຝ່າຍດຽວ, ມັນເປັນບັນຫາສຳຄັນທີ່ກ່ຽວພັນເຖິງສຸຂະພາບຂອງປະຊາຊົນຂອງທົ່ວໂລກ, ມະຫາສະໝຸດປາຊີຟິກບໍ່ແມ່ນທໍ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງຍີ່ປຸ່ນ. ວັນທີ 5 ມິຖຸນານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳເດືອນມິຖຸນາຂອງສະພາມົນຕີອົງການພະລັງງານປະລະມານູສາກົນທີ່ຈັດຂຶ້ນຢູ່ນະຄອນວຽນ, ທ່ານຈ່າງເຄີ້ຈຽນ ຫົວໜ້າອົງການພະລັງງານປະລະມານູຈີນ, ສະມາຊິກສະພາມົນຕີອົງການພະລັງງານປະລະມານູສາກົນຈາກຈີນກໍໄດ້ຕຳໜິຕິຕຽນຍີ່ປຸ່ນຕໍ່ກັບການລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູກູຊີມະລົງສູ່ທະເລ.

ຜູ້ຕາງໜ້າຍີ່ປຸ່ນເຄີຍແກ້ຕົວວ່າ, ນ້ຳປົນເປື້ອນລັງສີນິວເຄລຍໄດ້ຜ່ານລະບົບບຳບັດລັງສີນິວເຄລຍ ຫຼື ALPS ແລ້ວຈະກາຍເປັນນ້ຳທີ່ຄືກັບນ້ຳປົກກະຕິທີ່ລະບາຍອກຈາກໂຮງງານໄຟຟ້ານິວເຄລຍ, ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນເປັນແຜນການທີ່ວິທະຍາສາດ ແລະ ສົມເຫດສົມຜົນ, ໄດ້ຜ່ານການກວດສອບຈາກອົງການພະລັງງານປະລະມານູສາກົນ. ແຕ່ວ່າ, ໃນກອງປະຊຸມໃຫຍ່ຂອງອົງການອະນາໄມໂລກຄັ້ງທີ 76 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ຜູ້ຕາງໜ້າຈີນໄດ້ສະເໜີຄວາມສົງໄສຕໍ່ການກະທຳຂອງຍີ່ປຸ່ນຄື: ໜຶ່ງ, ຖ້າວ່ານ້ຳປົນເປື້ອນລັງສີນິວເຄລຍຟູກູຊີມະເປັນນ້ຳປອດໄພ, ຍີ່ປຸ່ນເປັນຫຍັງບໍ່ຮັກສາໄວ້ ແລະ ນຳໃຊ້ດ້ວຍຕົນເອງ? ສອງ, ກະຊວງອຸດສາຫະກຳ ແລະ ເສດຖະກິດຍີ່ປຸ່ນເຄີຍໄດ້ສະເໜີແຜນການແກ້ໄຂ 5 ສະບັບ, ໃນນັ້ນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນວິທີທີ່ເປືອງທຶນໜ້ອຍທີ່ສຸດ, ຄວາມໝາຍກໍຄື, ການເລືອກແຜນແກ້ໄຂທີ່ລະບາຍນ້ຳເປື້ອນລົງສູ່ທະເລແມ່ນເພື່ອປະຢັດເງິນຂອງຍີປຸ່ນ, ແຕ່ພັດໄດ້ເຮັດໃຫ້ທົ່ວໂລກປະສົບໄພອັນຕະລາຍ. ສາມ, ໃນນ້ຳປົນເປື້ອນລັງສີນິວເຄລຍດັ່ງກ່າວມີລັງສີນິວເຄລຍຫຼາຍກວ່າ 60 ຊະນິດ, ລັງສີນິວເຄລຍຫຼາຍຊະນິດຍັງບໍ່ມີເຕັກນິກໃດທີ່ຈະບຳບັດໄດ້ຢ່າງທີ່ມີປະສິດທິຜົນ, ຈະສ້າງຄວາມເສຍຫາຍທີ່ຄາດຄະເນບໍ່ໄດ້ໃຫ້ແກ່ສິ່ງແວດລ້ອມຂອງທະເລ ແລະ ສຸຂະອະນາໄມຂອງມະນຸດ. ຍີ່ປຸ່ນຮູ້ດີວ່ານ້ຳປົນເປື້ອນລັງສີນິວເຄລຍມີຄວາມອັນຕະລາຍ, ແຕ່ພັດຍັງລະບາຍນ້ຳດັ່ງກ່າວລົງສູ່ທະເລ, ຍີ່ປຸ່ນມີເຈຕະນາອັນໃດ?

ຜົນການຄົ້ນຄວ້າຂອງສູນຄົ້ນຄວ້າທະເລ Helmholtz ຂອງເຢຍລະມັນສະແດງໃຫ້ເຫັນວ່າ, ພາຍຫຼັງນ້ຳປົນເປື້ອນລັງສີນິວເຄລຍຟູກູຊີມະລະບາຍລົງສູ່ທະເລແລ້ວ, ລັງສີນິວເຄລຍຈະແຜ່ກະຈາຍເຖິງເຄິ່ງໜຶ່ງຂອງມະຫາສະໝຸດປາຊີຟິກພາຍໃນເວລາ 57 ວັນ, ແລະຈະເຮັດໃຫ້ມະຫາສະໝຸດທົ່ວໂລກເກີດມົນລະພິດໃນ 10 ປີຕໍ່ໜ້າ. ຄວາມເວົ້າຂອງຍີ່ປຸ່ນກ່ຽວກັບ “ນ້ຳບໍ່ມີສານພິດ, ລະບາຍລົງສູ່ທະເລເປັນເລື່ອງທີ່ສົມເຫດສົມຜົນ” ນັ້ນບໍ່ມີຫຼັກການເລີຍ. ການກະທຳແບບນີ້ຂອງຍີ່ປຸ່ນເປັນການທຳລາຍຜົນປະໂຫຍດຮ່ວມກັນຂອງມວນມະນຸດເພື່ອຮັກສາຜົນປະໂຫຍດໄລຍະສັ້ນຂອງຕົນພຽງແຕ່ຝ່າຍດຽວເທົ່ານັ້ນ, ຈະຖືກກ່າວປະນາມຢ່າງໜັກໜ່ວງ ແລະ ຄັດຄ້ານຢ່າງເດັດຂາດ. ປະເທດຈີນເຕືອນໃຫ້ຍີ່ປຸ່ນຄວນປະຕິບັດຕາມພັນທະສາກົນຢ່າງຕັ້ງໜ້າ, ເປິກສາຫາລືກັບຝ່າຍທີ່ກ່ຽວຂ້ອງລວມທັງປະເທດອ້ອມຂ້າງ ແລະ ອົງການຈັດຕັ້ງສາກົນຢ່າງຖີ່ຖ້ວນ, ກຳຈັດນ້ຳປົນເປື້ອນລັງສີນິເຄລຍດ້ວຍວິທີປອດໄພທີ່ສຸດ ແລະ ເໝາະສົມທີ່ສຸດ, ພ້ອມກັນນັ້ນຍັງຄວນໄດ້ຮັບການຕິດຕາມຊີ້ແນະຈາກສາກົນຢ່າງເຂັ້ມງວດ.