ຈີນເດັດດ່ຽວຄັດຄ້ານການທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນດ້ວຍຂໍ້ອ້າງການເດີນເຮືອ ແລະ ການບິນຜ່ານຢ່າງເສລີ

2023-06-09 16:16:31 cri

ຫວ່າງມໍ່ໆມານີ້, ເຮືອບິນສູ້ຮົບ ແລະກຳປັ່ນຂອງກອງທັບອາເມຣິກາໄດ້ເຂົ້າ ໃກ້ຈີນເລື້ອຍໆເພື່ອຫາເລື່ອງ, ຍິ່ງໄປກວ່ານັ້ນ ພັດຍັງຕຳໜິວ່າ: ການເຄື່ອນໄຫວສະກັດກັ້ນຂອງຈີນ “ບໍ່ເປັນມືອາຊີບ”, ນີ້ເປັນເລື່ອງທີ່ເຂົ້າໃຈໄດ້ຍາກ.

ວັນທີ 31 ພຶດສະພາຜ່ານມານີ້, ກອງບັນຊາການອິນໂດ-ປາຊີຟິກຂອງອາເມຣິກາໄດ້ອອກຖະແຫຼງການວ່າ: ເຮືອບິນສອດແນມ RC-135 ຂອງກອງທັບອາເມຣິກາໄດ້ “ດຳເນີນການເຄື່ອນໄຫວດ້ານຄວາມໝັ້ນຄົງ ແລະ ຕາມປົກກະຕິຢູ່ນ່ານຟ້າສາກົນ” ພ້ອມທັງໄດ້ຕຳໜິເຮືອບິນສູ້ຮົບ J-16 ຂອງຈີນວ່າ: ໄດ້ “ດຳເນີນການບິນແບບຫັກທິດທາງຢ່າງຮຸນແຮງ” ໃນເວລາສະກັດກັ້ນເຮືອບິນສອດແນມ RC-135 ຂອງອາເມຣິກາ. ຈາກນັ້ນມາ, ໃນວັນທີ 3 ມິຖຸນານີ້, ກຳປັ່ນຂັບໄລ່ Chung-Hoon ຂອງກອງກຳປັ່ນທີ  7 ຂອງກອງທັບເຮືອອາເມຣິກາ ແລະກຳປັ່ນປົກປ້ອງ Montreal ຂອງການາດາ ໄດ້ເດີນເຮືອຜ່ານຊ່ອງແຄບໄຕ້ຫວັນ. ນັກຂ່າວເວັບໄຊ Globle News ໄດ້ອ້າງວ່າຕົນເອງໄດ້ “ສຳຜັດກັບເຫດການນີ້” ແລະ ຂຽນອັນທີເອີ້ນວ່າ “ກໍລະນີທີ່ອັນຕະລາຍ” ວ່າ: ກຳປັ່ນຂອງກອງທັບຈີນໄດ້ເລັ່ງແລ່ນຕັດ ໜ້າ, ຄວາມຫ່າງໃກ້ສຸດກັບກຳປັ່ນກອງທັບອາເມຣິກາມີແຕ່ 166 ແມັດເທົ່ານັ້ນ ເພື່ອບັງຄັບໃຫ້ກຳປັ່ນອາເມຣິກາປ່ຽນເສັ້ນທາງ ເຊິ່ງເຮັດໃຫ້ກຳປັ່ນສອງລຳດັ່ງກ່າວ “ເກືອບຈະຕຳກັນ” ພ້ອມທັງໄດ້ຕຳໜິວ່າ: ການເຄື່ອນໄຫວຂອງຈີນ “ບໍ່ເປັນມືອາຊີບ”. ວັນທີ 5 ມິຖຸນານີ້, ທ່ານຈອນ ເກີບີ ຜູ້ແລກປ່ຽນ ແລະ ປະສານງານດ້ານຍຸດທະສາດຄະນະກຳມະການຄວາມໝັ້ນຄົງແຫ່ງຊາດຂອງທຳນຽບປະທານາທິບໍດີອາເມຣິກາ ພັດໄດ້ກ່າວຕຳໜິວ່າ: ເຫດການທີ່ເກີດຂຶ້ນລະຫວ່າງກອງທັບອາເມຣິກາແລະຈີນ ໄດ້ສະແດງໃຫ້ເຫັນວ່າ ກອງທັບຈີນ “ນັບມື້ນັບຂຶງຂັງມັງມໍ” ເຊິ່ງໄດ້ເພີ່ມຄວາມສ່ຽງທີ່ຈະ “ເຮັດໃຫ້ມີຄົນໄດ້ຮັບບາດເຈັບ”. ຄຳເວົ້າຂອງທ່ານຈອນ ເກີບີເປັນການສະແດງໃຫ້ເຫັນວ່າ “ຄົນຊົ່ວຮ້າຍມັກກ່າວຕຳໜິຄົນອື່ນກ່ອນ”.

ແຕ່ຄວາມຈິງເປັນແນວໃດ? ຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນການເຄື່ອນໄຫວຄັ້ງນີ້, ເຮືອບິນສອດແນມ RC-135 ຂອງອາເມຣິກາມີຈຸດປະສົງຢາກດຳເນີນການສອດແນມແບບໃກ້ຕົວຕໍ່ຈີນ. ໃນໄລຍະດັ່ງກ່າວ, ໃກ້ສຸດຫ່າງຈາກຊາຍຝັ່ງທະເລຂອງຈີນປະມານ 50 ກິໂລແມັດ ເຊິ່ງໝາຍຄວາມວ່າ: ເຮືອບິນສອດແນມຂອງອາເມຣິກາລຳນີ້ແມ່ນເດີນທາງແບບຕິດກັບເສັ້ນຊາຍແດນທາງທະເລຂອງຈີນ. ໃນເວລາດັ່ງກ່າວ, ຈີນໃຊ້ເຮືອບິນສູ້ຮົບໄປດຳເນີນການຂັບໄລ່ແມ່ນມີຄວາມຈຳເປັນ ແລະ ສົມເຫດສົມຜົນ. ຕໍ່ກັບເຫດການທີ່ກຳປັ່ນຂັບໄລ່ Chung-Hoon ຂອງກອງກຳປັ່ນທີ  7 ຂອງກອງທັບເຮືອອາເມຣິກາ ແລະ ກຳປັ່ນປົກປ້ອງ Montreal ຂອງການາດາ ໄດ້ເດີນຜ່ານຊ່ອງແຄບໄຕ້ຫວັນ, ທ່ານນາງຮວ້າຊູ່ນຢິງ ຜູ້ຊ່ວຍລັດຖະມົນຕີ ທັງເປັນໂຄສົກກະຊວງການຕ່າງປະເທດຈີນໄດ້ລົງບົດຄວາມໃນສື່ສັງຄົມອອນລາຍໃນວັນທີ 6 ມິຖຸນານີ້ ໂດຍບົ່ງບອກຢ່າງຖືກຕ້ອງແມ່ນຢຳວ່າ: “ເລື່ອງນີ້ແປກຫຼາຍແມ່ນບໍ? ເລື່ອງນີ້ເກີດຂຶ້ນຢູ່ຊ່ອງແຄບໄຕ້ຫວັນ ແຕ່ພັດບໍ່ແມ່ນເກີດຂຶ້ນຢູ່ເຂດທີ່ໃກ້ກັບຝັ່ງທະເລຄາລິຟໍເນຍ. ກຳປັ່ນອາເມຣິກາເດີນທາງໄກແສນໄກມາຮອດເຂດທະເລໃກ້ຈີນເພື່ອແຜງລິດແຜງເດດ ແລະ ທ້າທາຍເກາະຜິດກັບຈີນ, ພັດຍັງຕຳໜິຈີນວ່າ ຈີນຕີໂພຍຕີພາຍເກີນເຫດໄປຊັ້ນຫວາ? ຈັ່ງແມ່ນປາກເປັນອີ່ຫຼີ!”

ກຳປັ່ນ ແລະ ເຮືອບິນຂອງກອງທັບອາເມຣິກາໄດ້ເດີນທາງໄກແສນໄກມາທ້າທາຍເກາະຜິດຢູ່ໜ້າປະຕູຂອງຈີນ, ນີ້ບໍ່ແມ່ນປົກປ້ອງອັນທີ່ເອີ້ນວ່າ “ຄວາມເສລີດ້ານການເດີນຜ່ານ”, ຕັ້ງຫາກແມ່ນການສົ່ງເສີມ “ສິດເປັນເຈົ້າອຳນາດໃນການເດີນຜ່ານ” ແລະ ແມ່ນການເຄື່ອນໄຫວທ້າທາຍເກາະຜິດດ້ານການທະຫານຢ່າງເປີດແປນ. ການກະທຳແບບເຈົ້າອຳນາດດັ່ງກ່າວຈຶ່ງແມ່ນແຫຼ່ງກຳເນີດທີ່ເຮັດໃຫ້ເກີດຄວາມສ່ຽງດ້ານຄວາມໝັ້ນຄົງທາງທະເລ ແລະ ທາງອາກາດ. ຈີນໃຫ້ຄວາມເຄົາລົບນັບຖືສິດເດີນເຮືອ ແລະ ສິດບິນຜ່ານຂອງບັນດາປະເທດຕາມກົດໝາຍສາກົນມາໂດຍຕະຫຼອດ, ແຕ່ຈີນເດັດດ່ຽວຄັດຄ້ານການທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນດ້ວຍຂໍ້ອ້າງການເດີນເຮືອ ແລະ ການບິນຜ່ານຢ່າງເສລີ.