ນັກຂ່າວລາວສຳຜັດກັບຄວາມທັນສະໄໝແບບຈີນຢູ່ເຂດກວາງຊີຈີນ

2023-06-09 10:05:12 cri

ຫວ່າງມໍ່ໆມານີ້, ເວທີເປິກສາຫາລືການຮ່ວມມືສື່ມວນຊົນ “ໝູ່ຄູ່ອາຊຽນ” ປີ 2023 ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ຜູ້ຕາງໜ້າສື່ມວນຊົນຂອງຈີນ ແລະ ອາຊຽນໄດ້ເດີນທາງໄປຢ້ຽມຢາມແຫ່ງຕ່າງໆຂອງເຂດກວາງຊີ ເຊັ່ນ: ນະຄອນຫຼິວໂຈ່ວ, ນະຄອນຊີ່ນໂຈ່ວ ແລະ ນະຄອນເປີຍໄຫເພື່ອສຳຜັດກັບຄວາມທັນສະໄໝແບບຈີນ.


ນັກຂ່າວຈາກສຳນັກຂ່າວສານປະເທດລາວ ແລະ ໂທລະພາບແຫ່ງຊາດລາວພ້ອມດ້ວຍຄະນະຜູ້ແທນຂອງອາຊຽນໄດ້ເດີນທາງມາຮອດບໍລິສັດອູລີງເຈີເນີໂລມໍເຕີຊຽງໄຮ ຫຼື SGMW ທີ່ນະຄອນຫຼິວໂຈ່ວ ແລະ ທ່າກຳປັ່ນອັດຕະໂນມັດຊີ່ນໂຈ່ວອ່າວເປີຍປູ້ ພ້ອມທັງສະຖານີສູນກາງຕູ້ຄອນເທນເນີທາງລົດໄຟຊີ່ນໂຈ່ວເພື່ອດຳເນີນການສຳຫຼວດເກັບກຳຂໍ້ມູນ ໂດຍຮູ້ສຶກໄດ້ເຖິງການພັດທະນາຢ່າງວ່ອງໄວຂອງອຸດສາຫະກຳລົດຍົນພະລັງງານໃໝ່ ແລະ ການປ່ຽນແປງໃນແຕ່ລະມື້ຂອງເສັ້ນທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກຂອງຈີນ ເຊິ່ງເປັນແບບຢ່າງການຮ່ວມມືຂອງ “ໜຶ່ງແລວໜຶ່ງເສັ້ນທາງ”.