“ບັນຫາແຮງງານເດັກ” ຂອງອາເມຣິກາໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈອມປອມ ແລະ ສອງມາດຕະຖານໃນບັນຫາສິດທິມະນຸດຂອງອາເມຣິກາ

2023-06-12 17:07:05 cri

ປີ 2002, ອົງການແຮງງານສາກົນໄດ້ຈັດໃຫ້ມີວັນປອດແຮງງານເດັກສາກົນ ໂດຍຮຽກງຮ້ອງໃຫ້ທົ່ວໂລກເອົາໃຈໃສ່ນຳບັນຫາແຮງງານເດັກ, ປົກປ້ອງສິດ ແລະ ສະຫວັດດີການຂອງເດັກນ້ອຍ ແລະ ລຶບລ້າງແຮງງານເດັກໃນທຸກຮູບແບບ.

ວັນທີ 12 ມິຖຸນາປີນີ້ ແມ່ນວັນປອດແຮງງານເດັກສາກົນຄົບຮອບ 22 ປີ. ແຕ່ຈົນເຖິງປັດຈຸບັນ, ບັນຫາແຮງງານເດັກໃນທົ່ວໂລກຍັງຂ້ຽວຂາດທີ່ສຸດ. ປັດຈຸບັນ, ທົ່ວໂລກຍັງມີແຮງງານເດັກ 152 ລ້ານຄົນ, ໃນນັ້ນ, ມີ 72 ລ້ານຄົນດຳເນີນວຽກງານທີ່ອັນຕະລາຍ. ໃນທົ່ວປະເທດອາເມຣິກາ ທີ່ເປັນປະເທດທີ່ເສດຖະກິດພັດທະນາທີ່ສຸດໃນໂລກ ບໍ່ພຽງແຕ່ບໍ່ໄດ້ລຶບລ້າງບັນຫາແຮງງານເດັກເທົ່ານັ້ນ, ຫາກຍັງມີບັນຫາແຮງງານເດັກທີ່ຮ້າຍແຮງກວ່າປະເທດອື່ນໆໃນໂລກ.

ເດືອນກຸມພາປີນີ້, ໜັງສືພິມ “ນິວຢອກທາມ” ຂອງອາເມຣິກາໄດ້ພິມບົດຄວາມເປີດເຜີຍສະພາບການຈ້າງແຮງງານເດັກທີ່ເປັນຊາວຍົກຍ້າຍຖິ່ນຖານຢ່າງຜິດກົດໝາຍ ແລະ ການບັງຄັບການອອກແຮງງານໃນໂຮງງານອາເມຣິກາ; ໃນເດືອນດຽວກັນ, ເຈົ້າໜ້າທີ່ກະຊວງແຮງງານອາເມຣິກາກ່າວວ່າ, “ບໍລິສັດບໍລິການອະນາໄມເຄື່ອງຫຸ້ມຫໍ່” ທີ່ເປັນໜຶ່ງໃນບໍລິສັດໃຫ້ບໍລິການດ້ານອະນາໄມ ແລະ ຄວາມປອດໄພຂອງອາຫານທີ່ໃຫຍ່ທີ່ສຸດຂອງອາເມຣິກາ ໄດ້ຈ້າງແຮງງານເດັກຮ້ອຍກວ່າຄົນຢ່າງຜິດກົດໝາຍ ເພື່ອດຳເນີນວຽກງານທີ່ອັນຕະລາຍ. ຕາມເວັບໄຊຂ່າວຂອງບໍລິສັດກະຈາຍສຽງໂກລົມບີ ຫຼື CBS ຂອງອາເມຣິກາລາຍງານຂ່າວໃນວັນທີ 3 ພຶດສະພາຜ່ານມານີ້ວ່າ, ຜົນການສຳຫຼວດສະບັບໜຶ່ງຂອງກະຊວງແຮງງານອາເມຣິກາສະແດງໃຫ້ເຫັນວ່າ, ບໍລິສັດທຸລະກິດທີ່ໄດ້ຮັບສິດທິພິເສດຈາກບໍລິສັດ Mcdonald’sຂອງອາເມຣິກາໄດ້ຈ້າງແຮງງານເດັກ 300 ກວ່າຄົນຢ່າງຜິດກົດໝາຍ, ໃນນັ້ນ, ມີເດັກສອງຄົນທີ່ມີອາຍຸພຽງ 10 ປີ.

ທັງໝົດເຫຼົ່ານີ້ເປັນພຽງ “ສ້ຽວໜຶ່ງ” ຂອງບັນຫາແຮງງານເດັກຂອງອາເມຣິກາເທົ່ານັ້ນ.

ອີງຕາມຕົວເລກຂໍ້ມູນຈາກະຊວງແຮງງານອາເມຣິກາສະແດງໃຫ້ເຫັນວ່າ, ປີ 2019, ມີແຮງງານເດັກທີ່ມີອາຍຸ 16 ປີລົງມາ 209.000 ກວ່າຄົນໄດ້ອອກແຮງງານຢູ່ອາເມຣິກາ; ໃນສົກການເງິນ 2022, ມີວິສາຫະກິດ 835 ແຫ່ງໃນທົ່ວປະເທດອາເມຣິກາໄດ້ຈ້າງແຮງງານເດັກ 3.800 ກວ່າຄົນຢ່າງຜິດກົດໝາຍ ເຊິ່ງໄດ້ເພີ່ມຂຶ້ນ 1.000 ກວ່າຄົນ ເມື່ອທຽບໃສ່ປີ 2021.

ເດືອນກັນຍາປີ 2022, ໂດຍອີງຕາມ “ສົນທິສັນຍາສິດຂອງເດັກນ້ອຍ”, ອົງການ “ສັງເກດສິດທິມະນຸດ” ໄດ້ໃຫ້ຄະແນນຕໍ່ສິດ ແລະ ຜົນປະໂຫຍດຂອງເດັກນ້ອຍໃນບັນດາລັດຂອງອາເມຣິກາ, ບໍ່ມີລັດໃດຂອງອາເມຣິກາໄດ້ຄະແນນລະດັບ A ຫຼື B, ຈົນເຖິງຂັ້ນມີ 20 ລັດໄດ້ຄະແນນພຽງແຕ່ F ເທົ່ານັ້ນ.

ນາຍຈ້າງຜິດກົດໝາຍຈຳນວນໜຶ່ງຂອງອາເມຣິກາໄດ້ສົມຮູ້ຮ່ວມຄິດກັບນັກການເມືອງຈຳນວນໜຶ່ງຂອງອາເມຣິກາ, ໄດ້ຜ່ອນຜັນຂີດຈຳກັດດ້ານກົດໝາຍ, ໂດຍຖືເອົາເດັກນ້ອຍເປັນ “ສິນຄ້າທີ່ຊື້ຂາຍໄດ້” ແລະ ເປັນ “ເຄື່ອງມືສະແຫວງຫາຜົນກຳໄລ” ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງສະພາບຕົວຈິງໃນສັງຄົມອາເມຣິກາທີ່ໄດ້ກົດຂີ່ຂູດຮີດແຮງງານເດັກ. ອີງຕາມຕົວເລກຂໍ້ມູນຈາກສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດອາເມຣິກາ, ສອງປີຜ່ານມາ, ອາເມຣິກາໄດ້ມີ 10 ລັດໄດ້ຜ່ານການຮັບຮອງກົດໝາຍທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຂີດຈຳກັດດ້ານການຈ້າງແຮງງານເດັກ. ເວົ້າສຳລັບອະນາຄົດຂອງບັນຫາແຮງງານເດັກແລ້ວ, ທ່ານໂຣເບີດ ໄລ ລັດຖະມົນຕີກະຊວງແຮງງານອາເມຣິກາເວົ້າໂດຍກົງວ່າ: “ທ່ານອາດຈະເຫັນວ່າ, ຜູ້ສ້າງກົດໝາຍຂອງທ້ອງຖິ່ນຕ່າງໆຂອງອາເມຣິກາອາດຈະເລັ່ງປົກປ້ອງເດັກນ້ອຍເຫຼົ່ານີ້. ແຕ່ສິ່ງທີ່ບໍ່ເປັນຈັ່ງບຸນນັ້ນກໍຄື, ເຈົ້າຜິດແລ້ວ, ສະພາບມີແຕ່ນັບມື້ນັບຊຸດຮ້າຍລົງເທົ່ານັ້ນ.”

ອາເມຣິກາເຄີຍມີປະຫວັດສາດອັນມືດມົນ ໃນການກົດຂີ່ຂູດຮີດແຮງງານເດັກມາເປັນໄລຍະຍາວນານ, ແຕ່ພັດຖືໂຕເປັນ “ຜູ້ປົກປ້ອງສິດທິມະນຸດ” ແລະ ກ່າວຕຳໜິສະພາບສິດທິມະນຸດຂອງປະເທດອື່ນເລື້ອຍໆ. ຈົນມາເຖິງປັດຈຸບັນ, ອາເມຣິກາຍັງປະຕິເສດບໍ່ລົງນາມໃນ “ສົນທິສັນຍາສິດຂອງເດັກນ້ອຍ” ຂອງອົງການສະຫະປະຊາຊາດ ແລະ ກົດໝາຍສາກົນສຳຄັນຕ່າງໆ. “ບັນຫາແຮງງານເດັກ” ຂອງອາເມຣິກາກໍໄດ້ເປີດເຜີຍຄວາມຈອມປອມ ແລະ ສອງມາດຕະຖານຂອງອາເມຣິກາໃນບັນຫາສິດທິມະນຸດຢ່າງເຖິງຖອງ.