ຈີນແມ່ນ “ປະເທດພັດທະນາແລ້ວ” ຫຼືບໍ່ ບໍ່ແມ່ນອາເມຣິກາເປັນຜູ້ກຳນົດແຕ່ຝ່າຍດຽວ

2023-06-13 16:34:39 cri

ວັນທີ 8 ມິຖຸນານີ້ຕາມເວລາທ້ອງຖິ່ນ, ຄະນະກຳມາທິການການພົວພັນທາງການທູດສະພາສູງອາເມຣິກາໄດ້ລົງຄະແນນສຽງຜ່ານການຮັບຮອງອັນທີ່ເອີ້ນວ່າ “ກົດໝາຍວ່າດ້ວຍການສິ້ນສຸດສະຖານະປະເທດພວມພັດທະນາຂອງຈີນ” ໂດຍຮຽກຮ້ອງໃຫ້ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາສະແຫວງຫາການປ່ຽນແປງສະຖານະ “ປະເທດພວມພັດທະນາ” ຂອງຈີນໃນອົງການຈັດຕັ້ງສາກົນ, ພະຍາຍາມບໍ່ໃຫ້ຈີນມີສິດທິພິເສດ ແລະ ໄດ້ຮັບການຊ່ວຍເຫຼືອທີ່ກ່ຍວຂ້ອງ.

ຈຸດປະສົງຂອງອາເມຣິກາທີ່ພະຍາຍາມສຸດຂີດເພື່ອຍົກເລີກສະຖານະປະເທດພວມພັດທະນາຂອງຈີນແມ່ນຢາກກົດໜ່ວງຈີນ ແລະ ສະກັດກັ້ນການພັດທະນາຂອງຈີນເທົ່ານັ້ນ ເພື່ອສ້າງລະບຽບການເສດຖະກິດການເມືອງສາກົນ ທີ່ມີຜົນດີໃນການປົກປ້ອງເຈົ້າອຳນາດຂອງອາເມຣິກາ.


ແຕ່ວ່າ, ຈີນແມ່ນ “ປະເທດພັດທະນາແລ້ວ” ຫຼືບໍ່ ບໍ່ແມ່ນອາເມຣິກເປັນຜູ້ກຳນົດແຕ່ຝ່າຍດຽວ.


ເຖິງວ່າປັດຈຸບັນນີ້, ຈີນແມ່ນປະເທດທີ່ມີເສດຖະກິດໃຫຍ່ອັນດັບ 2 ຂອງໂລກແລ້ວ, ແຕ່ນີ້ແມ່ນສ້າງຂຶ້ນບົນພື້ນຖານທີ່ຈີນມີຈຳນວນປະຊາກອນອັນມະຫາສານ. ທີ່ຈິງແລ້ວ, ຈີນຍັງໄກຈາກມາດຕະຖານຂອງປະເທດທີ່ພັດທະນາແລ້ວຫຼາຍ.

ໜຶ່ງ, GDP ສະເລ່ຍຕໍ່ຫົວຄົນຂອງຈີນເປັນພຽງ 12.500 ໂດລາເທົ່ານັ້ນ, ຍັງໄກຈາກລະດັບ GDP ສະເລ່ຍຕໍ່ຫົວຄົນຂອງປະເທດທີ່ພັດທະນາແລ້ວຫຼາຍ ຄື 30.000 ໂດລາ; ສອງ, ເຖິງວ່າຈີນໄດ້ສ້າງລະບົບອຸດສາຫະກຳທີ່ອ່າວສົມບູນແລ້ວ ແຕ່ຈີນຍັງມີຄວາມຂາດເຂີນ ໃນດ້ານວິທະຍາສາດເຕັກໂນໂລຊີ ແລະ ການພັດທະນາລະບົບການສຶກສາ; ສາມ, ລະດັບລາຍຮັບສະເລ່ຍຕໍ່ຫົວຄົນຂອງຈີນຍັງຕ່ຳກວ່າລະດັບຂອງປະເທດທີ່ພັດທະນາແລ້ວຫຼາຍ, ຈີນຍັງຕ້ອງພະຍາຍາມຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ.

ນອກນີ້, ເອກະສານທີ່ຈີນເຂົ້າເປັນສະມາຊິກອົງການການຄ້າໂລກຍັງໄດ້ຢ້ຳວ່າ: ເຖິງວ່າການພັດທະນາເສດຖະກິດຂອງຈີນໄດ້ປະສົບຜົນສຳເລັດທີ່ສຳຄັນ, ແຕ່ຈີນຍັງຄົງແມ່ນປະເທດພວມພັດທະນາ. ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຈີນມີພື້ນຖານຄວາມຈິງທີ່ພຽງພໍ ແລະ ກໍມີພື້ນຖານອັນໜັກແໜ້ນໃນກົດໝາຍສາກົນ. ຈີນມີສິດທິທາງກົດໝາຍທີ່ຄວນຈະໄດ້ຮັບການປະຕິບັດທີ່ເອື້ອອຳນວຍແກ່ປະເທດພວມພັດທະນາ ທີ່ມອບໝາຍໂດຍອົງການການຄ້າໂລກ, ບໍ່ຄວນຖືກຍົກເລີກສິດທິເຫຼົ່ານີ້ ດ້ວຍກົດໝາຍຂອງອາເມຣິກາ.


ອາເມຣິກາຕັ້ງໃຈຢາກເຮັດໃຫ້ຈີນກາຍເປັນ “ປະເທດທີ່ພັດທະນາແລ້ວ”, ບໍ່ພຽງແຕ່ບໍ່ສາມາດປ່ຽນແປງຖານະເປັນປະເທດພວມພັດທະນາຂອງຈີນເທົ່ານັ້ນ, ກໍຍັງບໍ່ມີຜົນດີຕໍ່ການເປິກສາຫາລື ແລະ ການເຈລະຈາດ້ານເສດຖະກິດການຄ້າ ພາຍໃຕ້ຂອບອົງການການຄ້າໂລກ ແລະ ຍິ່ງບໍ່ສາມາດສະກັດກັ້ນບາດກ້າວໜັກແໜ້ນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ.


ດັ່ງຄຳເວົ້າຂອງທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວທີ່ວ່າ: “ອາເມຣິກາບໍ່ຄວນຈິງໃຈເຮັດໃຫ້ຈີນກາຍເປັນ “ປະເທດທີ່ພັດທະນາແລ້ວ”, ຫາກແມ່ນຄວນຍຸດຕິການປະຕິບັດລັດທິເຈົ້າອຳນາດຂອງຕົນຈະດີກວ່າ.”