ວຽກງານຂອງຂ້າພະເຈົ້າແມ່ນການຮັບໃຊ້ປະຊາຊົນ

2023-06-15 17:08:52 CRI


“ສິ່ງທີ່ປະຊາຊົນເປັນຫ່ວງ ຂ້າພະເຈົ້າຕ້ອງຕິດຕາມເອົາໃຈໃສ່; ສິ່ງທີ່ປະຊາຊົນປາດຖະໜາ, ຂ້ອຍຕ້ອງປະຕິບັດໃຫ້ສຳເລັດຜົນ.”



ທ່ານສີຈິ້ນຜິງເຖິງວ່າຫຍຸ້ງຍາກວຽກງານ, ແຕ່ມີການພົວພັນກັບປະຊາຊົນຢ່າງໃກ້ຊິດ.



ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ, ທ່ານສີຈິ້ນຜິງໄດ້ຂີ່ລົດຖີບໄປທົ່ວເມືອງເພື່ອຮັບຟັງສຽງຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ເຂດນິງເຕີແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ນຳໜ້າເດີນທາງໄປບ່ອນຫ່າງໄກສອກຫຼີກ ແລະ ທຸກຍາກທີ່ສຸດ, ເພື່ອຮັບຮູ້ສະພາບການດຳລົງຊີວິດຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເມື່ອຢືນຢູ່ຕໍ່ໜ້າໄພພະຍຸທີ່ຮ້າຍແຮງ, ທ່ານສີຈິ້ນຜິງໄດ້ຊີ້ນຳວຽກງານຍົກຍ້າຍປະຊາຊົນທັງເວັນແລະຄືນໂດຍບໍ່ໄດ້ພັກຜ່ອນ.



ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວສຳຫຼວດກວດກາວຽກງານຢູ່ຮາກຖານເຖິງ 100 ກວ່າເທື່ອ, ເຊິ່ງປົກຄຸມທັງຕົວເມືອງ ແລະ ຊົນນະບົດ. ສິ່ງທີ່ປະຊາຊົນເປັນຫ່ວງເປັນໃຍນັ້ນ, ລ້ວນແຕ່ແມ່ນວຽກສຳຄັນຂອງລັດຢູ່ໃນໃຈຂອງເພິ່ນ. ໃນການເຄື່ອນໄຫວທາງການທູດທີ່ຈັດຂຶ້ນຢູ່ຈີນ  ແລະການເດີນທາງໄປຢ້ຽມຢາມຕ່າງປະເທດ, ວາລະການເຮັດວຽກຂອງເພິ່ນແມ່ນຕິດຕໍ່ກັນທັງເວັນ ແລະ ຄືນ, ບາງເທື່ອຈົນບໍ່ມີເວລາກິນເຂົ້າເລີຍ.



“ວຽກງານຂອງຂ້າພະເຈົ້າແມ່ນການຮັບໃຊ້ປະຊາຊົນ, ເຖິງຈະອິດເມື່ອຍປານໃດກໍຕາມ, ແຕ່ກໍມ່ວນຊື່ນຫຼາຍ.”ດັ່ງທ່ານສີຈິ້ນຜິງເຄີຍລະບຸໄວ້ຢູ່ໃນປື້ມ “ຈື່ຈ່ຽງຊິ່ນອີ” ໃນໄລຍະໄວໜຸ່ມວ່າ: ພະນັກງານການນຳພວກເຮົາທຸກຄົນຕ້ອງໃຊ້ຈິດໃຈທີ່ “ຕ້ອງຍາດທຸກເວລານາທີ”, ຖະນຸຖະໜອມເວລາທີ່ປະຈຳການຢູ່ຕຳແໜ່ງ, ນຳໃຊ້ເວລາທີ່ຈຳກັດນີ້ຢ່າງເຕັມສ່ວນ, ເຮັດວຽກທີ່ສ້າງຜົນປະໂຫຍດແກ່ປະຊາຊົນໃຫ້ຫຼາຍຢ່າງແທ້ຈິງ.