ກອງປະຊຸມເວທີເປິກສາຫາລືວັດທະນະທຳຈີນ-ອາຊຽນຄັ້ງທີ 18 ຈະຈັດຂຶ້ນຢູ່ນະຄອນໜານໜິງ

2023-06-15 10:59:32 cri

ອີງຕາມແຫຼ່ງຂ່າວຈາກຄະນະຮັບຜິດຊອບຈັດກອງປະຊຸມເວທີເປິກສາຫາລືວັດທະນະທຳຈີນ-ອາຊຽນໃຫ້ຮູ້ວ່າ, ກອງປະຊຸມເວທີເປິກສາຫາລືວັດທະນະທຳຈີນ-ອາຊຽນຄັ້ງທີ 18 ຈະຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໃນວັນທີ 19 ມິຖຸນານີ້ ໂດຍມີແຂກຜູ້ມີກຽດຈາກກະຊວງວັດທະນະທຳແລະທ່ອງທ່ຽວ ພ້ອມດ້ວຍນັກວິຊາການໃນວົງການທ່ອງທ່ຽວຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ ເພື່ອຮ່ວມກັນວາງແຜນການຮ່ວມມືດ້ານການສ້າງຫໍສະໝຸດອັດສະລິຍະ.


ກອງປະຊຸມຄັ້ງນີ້ຈະສຸມໃສ່ຫົວຂໍ້ “ການສ້າງຫໍສະໝຸດອັດສະລິຍະ ແລະ ເຜີຍແຜ່ການອ່ານ” ໂດຍປິ່ນອ້ອມ “ການຟື້ນຟູ ແລະ ອະນຸລັກປຶ້ມບູຮານໃນຫໍສະໝຸດ”, “ລົງເລິກ ແລະ ເປີດກວ້າງການຮ່ວມມືດ້ານຫໍສະໝຸດ ແລະ ການພິມຈຳໜ່າຍປຶ້ມສາກົນລະຫວ່າງຈີນ-ອາຊຽນ” ລວມທັງຫົວຂໍ້ອື່ນໆ, ຫໍສະໝຸດຕົວແທນຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ ຍັງຈະເຜີຍແຜ່ “ຂໍ້ລິເລີ່ມສະຫະພັນຫໍສະໝຸດຈີນ-ອາຊຽນ” ຢ່າງເປັນທາງການ.