ບໍ່ເຮັດໃຫ້ປະຊາຊົນຜິດຫວັງ

2023-06-15 16:49:44 CRI


ຂ້ອຍຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ.



ນີ້ແມ່ນຄວາມເວົ້າຕອນໜຶ່ງຂອງທ່ານສີຈິ້ນຜິງ ປະທານປະເທດຈີນໃນເວລາພົບປະກັບທ່ານຟີໂກ ປະທານສະພາຕ່ຳອີຕາລີຢູ່ນະຄອນຫຼວງໂຣມເມື່ອເດືອນມີນາປີ 2019. ເຊິ່ງຄວາມເວົ້ານີ້ມີຄວາມໝາຍທີ່ໜັກແໜ້ນ, ສ່ອງແສງໃຫ້ເຫັນເຖິງຈິດໃຈບໍລິສຸດຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນ.




ຈາກເລຂາໜ່ວຍພັກກອງຜະລິດຢູ່ຊົນນະບົດ, ຮອດຜູ້ນຳສູງສຸດຂອງພັກ ແລະ ລັດ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ບ້ານເມືອງຢ່າງສະເໝີຕົ້ນສະເໝີປາຍ, ຖືຕົນເອງເປັນຜູ້ຮັບໃຊ້ປະຊາຊົນ. ທ່ານໄດ້ນັ່ງລົມເລື່ອງລາວຊີວິດປະຈຳວັນກັບປະຊາຊົນຢ່າງເປັນກັນເອງ, ແລະ ກິນອາຫານແບບລຽບງ່າຍ. ທ່ານໄດ້ຫ່ວງໃຍເຖິງຄວາມສຸກ ທຸກຂອງປະຊາຊົນ, ແລະຕອບສະໜອງກັບຄວາມປາດຖະໜາຂອງປະຊາຊົນ, ມີຄວາມຮັກແພງຢ່າງເລິກເຊິ່ງກັບປະຊາຊົນຕະຫຼອດມາ. ທ່ານໄດ້ສຸມທຸກຄວາມພະຍາຍາມຢ່າງສຸດຂີດ ບາກບັ່ນສູ້ຊົນເພື່ອສ້າງຄວາມສຸກໃຫ້ກັບປະຊາຊົນ.




ທ່ານສີຈິ້ນຜິງເຄີຍກ່າວວ່າ: “ໃນຖານະເປັນຜູ້ນຳປະເທດ, ປະຊາຊົນຈັດຂ້າພະເຈົ້າໄວ້ຢູ່ໃນຕຳແໜ່ງວຽກງານແນວນີ້, ຂ້າພະເຈົ້າກໍຕ້ອງຈັດເອົາປະຊາຊົນໄວ້ຢູ່ໃນຖານະສູງສຸດຢູ່ໃນໃຈຢ່າງສະເໝີຕົ້ນສະເໝີປາຍ.”