ປະທານປະເທດແຫ່ງ ສປປ ລາວເຄື່ອນໄຫວຢ້ຽມຢາມແຂວງຢູນນານ ສປ ຈີນ

2023-06-18 13:07:47 cri



ລະຫວ່າງວັນທີ 15-17 ມິຖຸນາ2023ນີ້, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວເຄື່ອນໄຫວຢ້ຽມຢາມຢູ່ແຂວງຢູນນານ ສປ ຈີນ.

  ທ່ານຫວາງໜິງ ເລຂາຄະນະພັກແຂວງຢູນນານໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງສຸດໃຈຕໍ່ການຢ້ຽມຢາມຂອງທ່ານທອງລຸນສີສຸລິດພ້ອມດ້ວຍຄະນະ, ທ່ານກ່າວວ່າ: ໃນຊຸມປີຜ່ານມານີ້, ມິດຕະພາບແລະການແລກປ່ຽນການຮ່ວມມືລະຫວ່າງແຂວງຢູນນານກັບສປປລາວໄດ້ຮັບໝາກຜົນອັນອຸດົມສົມບູນ. ຫວັງວ່າ ສອງຝ່າຍຈະສືບຕໍ່ດຳເນີນທຸລະກິດແລະປົກປັກຮັກສາເສັ້ນທາງລົດໄຟຈີນ-ລາວໃຫ້ດີ, ລົງເລິກການກໍ່ສ້າງເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນ, ເປີດກວ້າງການຮ່ວມມືຕົວຈິງໃນດ້ານພື້ນຖານໂຄງລ່າງ, ເສດຖະກິດດ່ານຊາຍແດນ, ການທ່ອງທ່ຽວຂ້າມແດນ,ການສຶກສາແລະເຝິກອົບຮົມເປັນຕົ້ນ ເພື່ອນຳເອົາຄວາມຜາສຸກມາສູ່ປະຊາຊົນສອງຊາດກໍຄືພາກພື້ນໃຫ້ຫຼາຍກວ່າເກົ່າ.

ທ່ານທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຜົນງານດ້ານການພັດທະນາຂອງແຂວງຢູນນານ ໂດຍກ່າວຢືນຢັນວ່າ ຕະຫຼອດໄລຍະຍາວນານມານີ້, ການນຳຂັ້ນສູງລາວ-ແຂວງຢູນນານໄດ້ໄປມາຫາສູ່ກັນຢ່າງໃກ້ຊິດ, ມິດຕະພາບແລະການແລກປ່ຽນການຮ່ວມມືກັນໃນຂົງເຂດຕ່າງໆໄດ້ຮັບໝາກຜົນອັນອຸດົມສົມບູນ, ຝ່າຍລາວຍິນດີຮ່ວມກັນກັບຝ່າຍຈີນເດັດດ່ຽວຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ. ຫວັງວ່າ ຜ່ານຈາກການຊຸກຍູ້ການເສີມຂະຫຍາຍແລະຍົກສູງປະສິດທິພາບການຂົນສົ່ງຕາມເສັ້ນທາງລົດໄຟລາວ-ຈີນຕື່ມອີກ, ຍົກສູງປະສິດທິພາບການຜ່ານດ່ານຊາຍແດນ, ເພື່ອເປີດກວ້າງການສົ່ງອອກຜະລິດຕະພັນກະສິກຳທີ່ມີເອກະລັກແລະທ່າແຮງມາຈຳໜ່າຍຢູ່ຈີນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆເປັນຕົ້ນແມ່ນ ພື້ນຖານໂຄງລ່າງແລະອື່ນໆ.



ໃນໄລຍະເຄື່ອນໄຫວຢ້ຽມຢາມຢູ່ແຂວງຢູນນານ, ຄະນະຜູ້ແທນລາວໄດ້ເດີນທາງໄປທັດສະນະສຶກສາໂຄງການຕ່າງໆເຊັ່ນ: ການອະນຸລັກຊີວະນານາພັນ, ການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ, ການພັດທະນາຊົນນະບົດໃຫ້ຈະເລີນແລະອື່ນໆ.