ຜູ້ນຳທຸລະກິດຂອງອາເມຣິກາຢ້ຽມຢາມຈີນຕາມໆກັນ ເພື່ອຮັບຟັງຄວາມເຫັນຈາກວິສາຫະກິດຈີນ ແລະ ຕ່າງປະເທດ

2023-06-18 18:43:31 cri

ຫວ່າງມໍ່ໆມານີ້, ຜູ້ນຳວົງການທຸລະກິດຫຼາຍທ່ານຂອງອາເມຣິກາໄດ້ມາຢ້ຽມຢາມຈີນຕາມໆກັນ ເພື່ອຕ້ານກັບສຽງວົນແຊວພາຍນອກ ດ້ວຍການກະທຳຕົວຈິງ.

ໃນງານລ້ຽງລາຕີ ທີ່ສຸມໃສ່ງານວາງສະແດງເພື່ອຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຫວ່າງມໍ່ໆມານີ້, ນັກຂ່າວໄດ້ດຳເນີນການສຳພາດຕໍ່ຜູ້ຕາງໜ້າວິສາຫະກິດຈີນ ແລະ ຕ່າງປະເທດ 200 ແຫ່ງທີ່ເຂົ້າຮ່ວມງານ.

ແບບຟອມຕອບການສຳພາດທີ່ສົ່ງກັບຄືນໃຫ້ນັກຂ່າວທັງໝົດມີ 86 ສະບັບ ເຊິ່ງກວມເອົາວິສາຫະກິດ 8 ແຫ່ງໃນຂະແໜງການຕ່າງໆ ເຊັ່ນ: ຊີວິດແລະສຸຂະພາບ, ພະລັງງານທີ່ສະອາດ, ລົດອັດສະລິຍະ, ການບໍລິການຕ່ອງໂສ້ການສະໜອງ ແລະ ວິທະຍາສາດເຕັກໂນໂລຊີດີຈີຕອນເປັນຕົ້ນ.

ຜົນການສຳພາດສະແດງໃຫ້ເຫັນວ່າ, ໃນວິສາຫະກິດ 8 ແຫ່ງໃນຂະແໜງການວິທະຍາສາດເຕັກໂນໂລຊີດີຈີຕອນນັ້ນ ມີ 63% ເຫັນວ່າ: ຄວາມສ່ຽງດ້ານການເມືອງທົ່ວໂລກແມ່ນປັດໄຈສຳຄັນທີ່ສຸດ ທີ່ສົ່ງຜົນສະທ້ອນຕໍ່ການດຳເນີນທຸລະກິດຢູ່ຈີນຂອງຕົນ. ໃນນັ້ນ, ມີວິສາຫະກິດແຫ່ງໜຶ່ງຍັງໄດ້ໝາຍໄວ້ໃນແບບຟອມເປັນພິເສດວ່າ: “ຢ່າຕັດຕ່ອງໂສ້ການສະໜອງ”.

ໃນການປະເມີນສະພາບຂອງຕ່ອງໂສ້ການສະໜອງ, ໃນຂະແໜງການວິທະຍາສາດເຕັກໂນໂລຊີດີຈີຕອນ, ມີວິສາຫະກິດ 3 ສ່ວນ 4 ເຫັນວ່າ: ຕ່ອງໂສ້ການສະໜອງທົ່ວໂລກໃນຂະແໜງການວິທະຍາສາດເຕັກໂນໂລຊີດີຈີຕອນ ຈະອີງອາໄສຈີນນັບມື້ນັບຫຼາຍຂຶ້ນພາຍໃນເວລາ 5 ປີຂ້າງໜ້ານີ້.

ເມື່ອຕອບຄຳຖາມກ່ຽວກັບວ່າ ມີຄວາມຫວັງແນວໃດຕໍ່ງານວາງສະແດງເພື່ອຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດ, ຄຳຕອບລຽງຢູ່ອັນດັບ 1 ແລະ ອັນດັບ 2 ໃນບັນດາຄຳຕອບຂອງວິສາຫະກິດ 86 ແຫ່ງ ຕ່າງກໍແມ່ນເພີ່ມຄູ່ຮ່ວມມືໃໝ່ ແລະ ໃບສັ່ງຈອງໃໝ່ ຕາມລຳດັບ.

ຮູ້ດີຕໍ່ກັບຄວາມສ່ຽງ ແຕ່ຍັງຕັດສິນໃຈຈະອີງອາໄສຈີນຫຼາຍກວ່າເກົ່າ ແລະ ຄອງຄອຍຈະຮ່ວມມືກັບຈີນໃຫ້ຫຼາຍກວ່າເກົ່າ. ວິສາຫະກິດຈີນ ແລະ ຕ່າງປະເທດໄດ້ສະແດງໃຫ້ເຫັນດ້ວຍການກະທຳຕົວຈິງວ່າ: ຄວາມສ່ຽງບໍ່ແມ່ນມາຈາກຈີນ.