ຜູ້ບໍລິຫານລະດັບສູງຂອງຫຼາຍວິສາຫະກິດຕ່າງປະເທດມາຢ້ຽມຢາມຈີນຕາມໆກັນ ໄດ້ສົ່ງສັນຍາຫຍັງຕໍ່ພາຍນອກ

2023-06-19 16:42:29 cri

ຫວ່າງມໍ່ໆມານີ້, ທ່ານບິວ ເກັດ ປະທານຮ່ວມຂອງມູນນິທິບິວ ແລະ ເມລິນດາເກັດ, ຜູ້ສ້າງຕັ້ງບໍລິສັດໄມໂຄຣຊັອບ ໄດ້ເດີນທາງມາຢ້ຽມຢາມຈີນເປັນເວລາ 4 ວັນ. ໃນກ່ອນໜ້ານີ້ບໍ່ດົນ, ທ່ານໄອຣອນ ມັສ ຜູ້ບໍລິຫານທຸລະກິດສູງສຸດຂອງບໍລິສັດເຕສລາຫາກໍ່ໄດ້ສິ້ນສຸດການຢ້ຽມຢາມຈີນ, ບໍ່ວ່າຈະແມ່ນລັດຖະມົນຕີ 3 ທ່ານ ຄື: ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ລັດຖະມົນຕີກະຊວງການຄ້າຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ, ຫຼືວ່າ ທ່ານໄອຣອນ ມັສ ໄດ້ພົບປະກັບປະທານບໍລິສັດ CATL ຂອງຈີນ, ລ້ວນແຕ່ໄດ້ຮັບຄວາມສົນໃຈຈາກຕະຫຼາດ ແລະໃນກ່ອນໜ້ານີ້ເຊັ່ນກັນ, ໃນເດືອນມີນາປີນີ້, ທ່ານທິມ ຄູກ ຜູ້ບໍລິຫານທຸລະກິດສູງສຸດຂອງບໍລິສັດ Apple ຂອງອາເມຣິກາ, ທ່ານຈາເມຍ ດິມົນ ຜູ້ບໍລິຫານທຸລະກິດສູງສຸດບໍລິສັດ JP Morgan, ທ່ານແລັກແມນ ນາຣາຊິມຮັນ ຜູ້ບໍລິຫານທຸລະກິດສູງສຸດຂອງບໍລິສັດ Starbuck ກໍໄດ້ມາຢ້ຽມຢາມຈີນຕາມໆກັນ. ທີ່ຈິງແລ້ວ, ນັບແຕ່ຕົ້ນປີນີ້ມາ, ມີຜູ້ບໍລິຫານລະດັບສູງຂອງບໍລິສັດຂ້າມຊາດຮ້ອຍກວ່າທ່ານໄດ້ມາຢ້ຽມຢາມຈີນແລ້ວ.

ໃນຫຼາຍປີຜ່ານມາ, ພາຍໃຕ້ສະພາບການແຂ່ງຂັນລະຫວ່າງປະເທດໃຫຍ່, ລະບຽບເສດຖະກິດ ແລະ ຕ່ອງໂສ້ການສະໜອງຂອງທົ່ວໂລກໄດ້ຖືກສັບຊ້ອນຄືນໃໝ່, ມີບາງປະເທດຕາເວັນຕົກ ທີ່ນຳໂດຍອາເມຣິກາໄດ້ເປີດປ່າວ “ຕັດສາຍພົວພັນເສດຖະກິດ ຫຼືຕັດຕ່ອງໂສ້ການສະໜອງ” ເຫຼົ່ານີ້ເປັນຕົ້ນ. ແຕ່ເປັນຫຍັງຜູ້ບໍລິຫານລະດັບສູງຂອງຫຼາຍບໍລິສັດຂ້າມຊາດພັດມາຢ້ຽມຢາມຈີນຢ່າງຕໍ່ເນື່ອງ, ຫຼາຍບໍລິສັດຂ້າມຊາດຍັງເລືອກ “ເພີ່ມທະວີການພົວພັນກັບຈີນ”. ນີ້ແມ່ນພວກເຂົາເຈົ້າມີຄວາມໝັ້ນໃຈຕໍ່ຕະຫຼາດຈີນ ແລະ ລົງຄະແນນສຽງເຫັນດີຕໍ່ຈີນດ້ວຍການກະທຳຕົວຈິງ. ບໍລິສັດ Starbuck ໄດ້ສະເໜີອອກມາວ່າ, ຈະເຮັດໃຫ້ຈຳນວນຮ້ານສາຂາຢູ່ຈີນຂອງຕົນເພີ່ມຂຶ້ນເປັນ 9.000 ແຫ່ງ ກ່ອນປີ 2025 ເຊິ່ງກວມ 1 ສ່ວນ 4 ຂອງຍອດຈຳນວນຮ້ານຂອງຕົນໃນຂອບເຂດທົ່ວໂລກ; ລາຍຮັບຈາກການດຳເນີນທຸລະກິດໃນຕະຫຼາດຈີນຂອງບໍລິສັດເຕສລາ ໄດ້ກວມ 20,97% ຂອງລາຍຮັບທົ່ວໂລກ; ຈີນແມ່ນໜຶ່ງໃນຕະຫຼາດບໍລິໂພກທີ່ໃຫຍ່ທີ່ສຸດຂອງບໍລິສັດລົດ GE ໃນຂອບເຂດທົ່ວໂລກ; ບໍລິສັດ JP Morgen ກໍໄດ້ຮັກສາສາຍພົວພັນກັບຈີນມາເປັນຮ້ອຍກວ່າປີແລ້ວ. ຈາກນີ້ເຫັນໄດ້ວ່າ, ຕະຫຼາດຈີນມີຄວາມໝາຍສຳຄັນທີ່ສຸດຕໍ່ວິສາຫະກິດນຳໜ້າຂະແໜງການຂອງຕ່າງປະເທດ. ນອກນີ້, ໃນການຢ້ຽມຢາມປະເທດຈີນ, ນັກທຸລະກິດຫຼາຍທ່ານກໍໄດ້ເວົ້າເຖິງການພົວພັນຈີນ-ອາເມຣິກາ ແລະ ສະແດງຄວາມຄັດຄ້ານຕໍ່ອັນທີ່ເອີ້ນວ່າ “ຕັດການພົວພັນເສດຖະກິດ ຫຼື ຕັດຕ່ອງໂສ້ການສະໜອງ” ຢ່າງຈະແຈ້ງ.

ການມາຢ້ຽມຢາມຈີນຢ່າງຕາມໆກັນຂອງນັກທຸລະກິດຫຼາຍທ່ານເທື່ອນີ້ ກໍແມ່ນຈີນໄດ້ສົ່ງສັນຍາຕໍ່ຕາເວັນຕົກເຊັ່ນກັນ. ປັດຈຸບັນນີ້, ຄວາມຫ່າງເຫີນດ້ານການພົວພັນສາກົນ ບໍ່ພຽງແຕ່ຈະຄົງຕົວຢູ່ໃນຂົງເຂດການເມືອງເທົ່ານັ້ນ, ຫາກຍິ່ງພົວພັນເຖິງປະຊາຊົນອີກດ້ວຍ. ຜູ້ນຳຈີນຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໄອຣອນ ມັສ ແລະ ທ່ານບິວ ເກັດ ພ້ອມທັງຍິນດີຕ້ອນຮັບຜູ້ບໍລິຫານລະດັບສູງຂອງວິສາຫະກິດຕ່າງໆມາຢ້ຽມຢາມຈີນ, ແມ່ນຈີນໄດ້ສົ່ງສັນຍານຕໍ່ທົ່ວໂລກວ່າ: ຈີນຍິນດີຕ້ອນຮັບນັກທຸລະກິດທົ່ວໂລກມາລົງທຶນຢູ່ຈີນ ແລະ ຍິນດີຮ່ວມກັນຊົມໃຊ້ການພັດທະນາຂອງຈີນ, ຫາກບໍ່ແມ່ນ “ຕັດການພົວພັນ ຫຼື ຕັດຕ່ອງໂສ້ການສະໜອງ”.

ປັດຈຸບັນນີ້, ວົງການການເມືອງອາເມຣິກາໄດ້ໃຊ້ “ຄວາມເຂັ້ມແຂງຕໍ່ຈີນ” ເປັນ “ຄວາມຖືກຕ້ອງທາງການເມືອງ” ແລ້ວ, ຫາງສຽງອາເມຣິກາກໍໄດ້ເຕັມໄປດ້ວຍຖ້ອຍຄວາມທີ່ “ໃສ່ຮ້າຍປ້າຍສີ ຫຼື ທຳລາຍບົດບາດຊື່ສຽງຂອງຈີນ”. ໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານບິວ ເກັດ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ຂ້າພະເຈົ້າມັກເວົ້າເລື້ອຍໆວ່າ, ພື້ນຖານແຫ່ງການພົວພັນຈີນ-ອາເມຣິກາຢູ່ນຳປະຊາຊົນ, ພວກເຮົາໄດ້ຝາກຄວາມຫວັງຕໍ່ປະຊາຊົນອາເມຣິກາຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າ, ມິດຕະພາບລະຫວ່າງປະຊາຊົນສອງຊາດຈະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.” ທີ່ຈິງແລ້ວ, ຄຳເວົ້າຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຫວັງຂອງປະຊາຊົນສອງຊາດຈີນແລະອາເມຣິກາ  ກໍຄືຫຼາຍວິສາຫະກິດຂ້າມຊາດ, ນັ້ນກໍຄື: ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 1 ແລະ ອັນດັບ 2 ຂອງໂລກ, ອາເມຣິກາ ແລະ ຈີນມີຜົນປະໂຫຍດຮ່ວມກັນໃນຫຼາຍດ້ານ, “ຕັດການພົວພັນເສດຖະກິດ” ບໍ່ສອດຄ່ອງກັບສະພາບຕົວຈິງ ແລະ ຍິ່ງບໍ່ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ. ນັກການເມືອງອາເມຣິກາຈຳນວນໜຶ່ງຄວນຟັງຄວາມເຫັນຈາກປະຊາຊົນໃຫ້ຫຼາຍກວ່າເກົ່າ ຈິ່ງຈະສາມາດຊຸກຍູ້ມິດຕະພາບລະຫວ່າງສອງປະເທດຈີນ-ອາເມຣິກາ ແລະ ຈິ່ງຈະສາມາດສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.