ບຸກຄົນຈາກຫຼາຍຝ່າຍຂອງຟິລິບປິນຄັດຄ້ານຍີ່ປຸ່ນທີ່ດື້ດ້ານລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-06-20 14:57:34 CRI


    ວັນທີ 19 ມິຖຸນາ 2023, ຜູ້ຕາງໜ້າຊາວປະມົງ ແລະ ຫຼາຍອົງການຈັດຕັ້ງຂອງຟິລິບປິນໄດ້ຈັດກອງປະຊຸມເວທີເປິກສາຫາລືຢູ່ນະຄອນເຄວຊອນຂອງຟິລິບປິນ, ໂດຍຄັດຄ້ານຢ່າງຮຸນແຮງຕໍ່ຍີ່ປຸ່ນທີ່ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ພ້ອມທັງເລັ່ງທວງໃຫ້ລັດຖະບານຍີ່ປຸ່ນຮັບຟັງສຽງຮຽກຮ້ອງຂອງປະຊາຊົນບັນດາປະເທດ. ກອງປະຊຸມເວທີເປິກສາຫາລືດັ່ງກ່າວໄດ້ສົ່ງຄຳເຊີນໄປຫາສະຖານທູດຍີ່ປຸ່ນປະຈຳຟິລິບປິນ, ແຕ່ບໍ່ໄດ້ຮັບການຕອບຮັບຈາກຝ່າຍຍີ່ປຸ່ນ.