ສະເໝີພາບ ແລະ ຈິງໃຈແມ່ນເງື່ອນໄຂທີ່ຈຳເປັນສຳລັບອາເມຣິກາທີ່ຈະພົວພັນກັບຈີນ

2023-06-20 17:04:13 cri

ວັນທີ 18 ມິຖຸນາ 2023, ທ່ານອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາເດີນທາງໄປເຖິງນະຄອນຫຼວງປັກກິ່ງ ສປ.ຈີນ, ເລີ່ມການຢ້ຽມຢາມປະເທດຈີນເປັນເວລາ 2 ວັນ. ຕາມຂ່າວແຈ້ງວ່າ, ໃນຕົ້ນເດືອນກຸມພາປີນີ້, ອາເມຣິກາກໍເຄີຍລາຍງານຂ່າວວ່າທ່ານບຣິນເກນຈະຢ້ຽມຢາມປະເທດຈີນ, ແຕ່ຍ້ອນໄດ້ເກີດອັນທີ່ເອີ້ນວ່າ “ເຫດການບາຣູນ”, ທ່ານບຣິນເກນປະກາດເລື່ອນເວລາຢ້ຽມຢາມປະເທດຈີນແຕ່ຝ່າຍດຽວ. ແຜນການຢ້ຽມຢາມຈີນຂອງທ່ານບຣິນເກນໄດ້ປ່ຽນແປງຫຼາຍເທື່ອ, ໄດ້ສ່ອງແສງໃຫ້ເຫັນເຖິງການປ່ຽນແປງຢ່າງສັບສົນຂອງການພົວພັນລະຫວ່າງຈີນກັບອາເມຣິກາໃນໄລຍະຜ່ານມາ.

ໃນຫຼາຍປີມານີ້, ອາເມຣິກາໄດ້ກ່າວຫາ ແລະ ກົດດັນຈີນເລື້ອຍໆ, ເຮັດໃຫ້ສາຍພົວພັນລະຫວ່າງຈີນກັບອາເມຣິກາຕົກຢູ່ຈຸດຕ່ຳສຸດນັບແຕ່ສອງປະເທດສ້າງສາຍພົວພັນທາງການທູດເປັນຕົ້ນມາ, ສາເຫດຕົ້ນຕໍກໍຍ້ອນວ່າອາເມຣິກາບໍ່ມີທ່າທີທີ່ສະເໝີພາບຕໍ່ປະເທດຈີນໃນດ້ານການຕ່າງປະເທດ, ແລະມີການກະທຳຂອງຄວາມເປັນເຈົ້າອຳນາດໂດຍຖືການແຂ່ງຂັນເປັນຂໍ້ອ້າງ. ເລີ່ມແຕ່ການສົນທະນາທາງຍຸດທະສາດລະຫວ່າງເຈົ້າໜ້າທີ່ລະດັບສູງຈີນ-ອາເມຣິກາທີ່ໄດ້ຈັດຂຶ້ນຢູ່ນະຄອນອັນໂຄຣາສ ຂອງອາເມຣິກາເມື່ອ 2021, ອາເມຣິກາກໍກ່າວວ່າຈະຕິດຕໍ່ພົວພັນກັບຈີນ “ຈາກກຳລັງ ແລະຖານະຂອງຕົນ”. ຫຼັງຈາກນັ້ນ, ການກະທຳຂອງອາເມຣິກາແຮ່ງໜັກໜ່ວງກວ່າເກົ່າ: ຈົງໃຈສ້າງກະແສຂ່າວກ່ຽວກັບການເປັນປໍລະປັກກັນລະຫວ່າງເຮືອບິນ ແລະ ກຳປັ່ນຮົບຂອງສອງປະເທດ, ເຊັນ “ຂໍ້ລິເລີ່ມການຄ້າໃນສະຕະວັດທີ 21” ໄລຍະໜຶ່ງກັບນັກທຸລະກິດໄຕ້ຫວັນ, ໃສ່ຮ້າຍປ້າຍສີປະເທດຈີນວ່າໄດ້ຕັ້ງສະຖານີຂ່າວລັບຢູ່ກູບາ, ລົງໂລດວິສາຫະກິດ ແລະ ບຸກຄົນຂອງຈີນຢ່າງຕໍ່ເນື່ອງດ້ວຍຂໍ້ອ້າງຕ່າງໆ ແລະອື່ນໆ. ຍິ່ງໄປກວ່ານັ້ນ, ໃນຂະນະທີ່ອາເມຣິກາກ່າວຫຼາຍເທື່ອວ່າຫວັງຈະເປີດການເຈລະຈາກັບຈີນຄືນໃໝ່ນັ້ນ, ຍົນສອດແນມຂອງກອງທັບອາເມຣິກາຍັງໄດ້ສອດແນມຢູ່ເຂດໃກ້ປະເທດຈີນເລື້ອຍໆ. ການກະທຳທີ່ບໍ່ເປັນມິດ ແລະ ບໍ່ເຄົາລົບປະເທດຈີນເຫຼົ່ານີ້, ໄດ້ສ້າງຄວາມກີດຂວາງຕ່າງໆໃຫ້ແກ່ການຈະລະຈາ ແລະ ແລກປ່ຽນກັນລະຫວ່າງຈີນກັບອາເມຣິກາ.

ກ່ອນທ່ານບຣິນເກນເດີນທາງຢ້ຽມຢາມປະເທດຈີນ, ຂ່າວສານບຣຸມເບີກຂອງອາເມຣິກາໄດ້ລົງພິມບົດວິເຄາະທີ່ມີຫົວຂໍ້ວ່າ: “ປະເທດຈີນຄວນຮັບຟັງຄວາມເວົ້າຂອງທ່ານບຣິນເກນດີກວ່າ”, ໂດຍກ່າວວ່າເຖິງວ່າຄວາມສາມາດການທະຫານຂອງຈີນໄດ້ເຕີບໂຕຂຶ້ນຢ່າງວ່ອງໄວ, ແຕ່ວ່າກອງທັບອາເມຣິກາຍັງເປັນກອງທັບທີ່ເຂັ້ມແຂງທີ່ສຸດໃນໂລກ. ບົດວິເຄາະຂອງຂ່າວສານບຣຸມເບີກເຕັມໄປດ້ວຍຄວາມທ້າທາຍ,  ຄ້າຍຄືກັບວ່າຈົງໃຈຂົ່ມຂູ່ປະເທດຈີນກ່ອນທີ່ທ່ານບຣິນເກນຈະຢ້ຽມຢາມປະເທດຈີນ. ຢ່າງໃດກໍດີຖ້າວ່າອາເມຣິກາມີເຈດຕະນາຢາກແກ້ໄຂການພົວພັນກັບປະເທດຈີນ “ຈາກກຳລັງ ແລະຖານະຂອງຕົນ”, ແລະຍິ່ງໄປກວ່ານັ້ນຍັງຢາກບັງຄັບໃຫ້ປະເທດຈີນຜ່ອນສັ້ນຜ່ອນຍາວດ້ວຍ “ການຂົ່ມຂູ່”, ການພົວພັນລະຫວ່າງຈີນກັບອາເມຣິກາຈະບໍ່ສາມາດໄດ້ຮັບຄວາມຄືບໜ້າຢ່າງແທ້ຈິງ.

ຫວ່າງມໍ່ໆມານີ້, ຜູ້ບໍລິຫານລະດັບສູງຂອງວິສາຫະກິດອາເມຣິກາຢ້ຽມຢາມປະເທດຈີນຕາມໆກັນ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໃຈຕໍ່ການພັດທະນາຂອງຈີນ, ທັງໄດ້ສະແດງໃຫ້ເຫັນຄວາມປາຖະໜາຕໍ່ການປັບປຸງສາຍພົວພັນລະຫວ່າງຈີນກັບອາເມຣິກາໃຫ້ດີຂຶ້ນ. ຄືດັ່ງຄວາມເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ກ່າວໃນໂອກາດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານບິວ ເກດ ນັ້ນວ່າ: “ພື້ນຖານຂອງການພົວພັນລະຫວ່າງຈີນກັບອາເມຣິກາຢູ່ທີ່ປະຊາຊົນ”. ການໄປມາຫາສູ່ກັນດ້ານເສດຖະກິດການຄ້າທີ່ໃກ້ຊິດລະຫວ່າງຈີນກັບອາເມຣິກາ, ໄດ້ຢືນຢັນອີກຄັ້ງໜຶ່ງວ່າ: ເຄົາລົບນັບຖືເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສະຕິ, ແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຈຶ່ງແມ່ນຫຼັກຂອງການພົວພັນທີ່ຖືກຕ້ອງລະຫວ່າງສອງປະເທດ.

ພາຍໃຕ້ສະພາບການໃນປັດຈຸບັນ, ທ່ານບຣິນເກນສະເໜີເພີ່ມທະວີການແລກປ່ຽນກັນລະຫວ່າງສອງປະເທດ, ລຶບລ້າງຄວາມເຂົ້າໃຈຜິດ ແລະ ຫຼີກເວັ້ນການຄາດການທີ່ຜິດພາດ, ນີ້ແມ່ນສິ່ງທີ່ຈີນຍິນດີຕ້ອນຮັບ. ແຕ່ກໍຄືດັ່ງຄວາມເວົ້າຂອງທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຄື: ປະຕູແຫ່ງການສົນທະນາ ແລະ ແລກປ່ຽນຂອງຈີນແມ່ນເປີດຢູ່ຕະຫຼອດ, ແຕ່ວ່າຈີນແລະອາເມຣິກາຕ້ອງພັດທະນາການພົວພັນລະຫວ່າງສອງປະເທດບົນພື້ນຖານທີ່ເຄົາລົບນັບຖືເຊິ່ງກັນແລະກັນ, ແລະສະເໝີພາບກັນ. ຖ້າວ່າອາເມຣິກາທຳລາຍຜົນປະໂຫຍດຂອງຈີນໃນຂະນະທີ່ສື່ສານແລກປ່ຽນກັນກັບຈີນ, ແລະປາກຢ່າງໃຈຢ່າງ, ການສື່ສານແລກປ່ຽນກັນໃດໆລ້ວນແຕ່ບໍ່ສາມາດເປັນຜົນຫຍັງເລີຍ. ຖ້າວ່າສາຍພົວພັນລະຫວ່າງຈີນກັບອາເມຣິກາຢາກມີສະຖຽນລະພາບຢ່າງໝັ້ນທ່ຽງ, ອາເມຣິກາບໍ່ຄວນສ້າງຂັ້ນໄດທີ່ບໍ່ສະເໝີພາບ, ຍ້ອນວ່າບໍ່ມີລົດຄັນໃດສາມາດເດີນໄປທາງໜ້າຢ່າງສະໝ່ຳສະເໝີໄດ້ຢູ່ເທິງຂັ້ນໄດດັ່ງກ່າວ. ສັນຕິພາບ ແລະ ຄວາມຈິງໃຈແມ່ນເງື່ອນໄຂທີ່ຈຳເປັນສຳລັບທີ່ອາເມຣິກາໃນການຕິດຕໍ່ພົວພັນກັບປະເທດຈີນ, ພຽງເຮັດແບບນີ້, ການພົວພັນລະຫວ່າງສອງປະເທດຈຶ່ງສາມາດກັບຄືນສູ່ສະພາບຄວາມເປັນປົກກະຕິໄດ້ໂດຍໄວ.