ລັດວິສາຫະກິດລົດໄຟຈີນ (CRRC) ໃຫ້ການຊວ່ຍເຫຼືອໂຮງຮຽນມໍຕົ້ນຈອມເພັດ

2023-06-20 17:23:13 CRI


    ລັດວິສາຫະກິດລົດໄຟຈີນ (CRRC) ໄດ້ຈັດງານແລກປ່ຽນວັດທະນະທໍາລາວ-ຈີນ ໃນຫົວຂໍ້ “ຂີ່ລົດໄຟໄປທ່ຽວໂລກ” ພ້ອມທັງມອບເດີ່ນບານເຕະຫຍ້າທຽມ ແລະມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນມັດທະຍົມຕອນຕົ້ນຈອມເພັດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ,ພິທີມອບໄດ້ຈັດຂື້ນໃນວັນທີ 19 ມິຖຸນາ 2023,ຕາງໜ້າຝ່າຍຈີນມອບໂດຍທ່ານຈ້າວເຫວີນຢູທີ່ປຶກສາເສດຖະກິດສະຖານທູດຈີນປະຈໍາລາວ ແລະຕາງໜ້າຝ່າຍລາວຮັບໂດຍທ່ານ ວິໄລວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ,ພາລະແລະສິລະປະສຶກສາກະຊວງສຶກສາທິການແລະກິລາໂດຍການເຂົ້າຮວ່ມຂອງທ່ານ ຫວັງ ອານ ຜູ້ອໍານວຍການບໍລິຫານ CRRC, ທ່ານອໍານວຍການໂຮງຮຽນ,ນັກຮຽນແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



    ເດີ່ນບານເຕະທີ່ CRRC ຊ່ວຍເຫຼືອຄັ້ງນີ້ເປັນເດີ່ນບານເຕະແຫ່ງທໍາອິດທີ່ CRRC  ສ້າງໃຫ້ໂຮງຮຽນຕ່າງປະເທດ, ເປັນເດີ່ນທີ່ປອດໄພ ແລະໄດ້ມາດຕະຖານ. ນອກນີ້, ບໍລິສັດຍັງໄດ້ມອບເຄື່ອງກິລາບານເຕະ,ອຸປະກອນການຮຽນແລະຂອງຂວັນກໍຄືຮູບຈຳລອງລົດໄຟລາວ-ຈີນທີ່CRRC ເປັນຜູ້ຜະລິດ, ພ້ອມດຽວກັນ, ນ້ອງນັກຮຽນກໍ່ໄດ້ມອບພວງມາໄລເພື່ອເປັນການສະແດງຄວາມຂອບໃຈ ຫຼັງຈາກນັ້ນ, ທັງຄະນະນໍາທັງສອງຝ່າຍລາວ-ຈີນ ຍັງໄດ້ເຕະບານເປີດສະໜາມ ເພື່ອໃຫ້ນ້ອງນັກຮຽນໄດ້ເລີ່ມດໍາເນີນການແຂ່ງຂັນກັນຢ່າງມ່ວນຊື່ນຄຶກຄື້ນ.


    ທ່ານ ວິລະວັນ ບຸນສຸກໄທ ໄດ້ສະແດງຄວາມຂອບໃຈແລະຍ້ອງຍໍຊົມເຊີຍ ມາຍັງລັດວິສະຫະກິດ CRRC ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນການກໍ່ສ້າງສະໜາມກິລາບານເຕະໃຫ້ກັບໂຮງຮຽນມັດທະຍົມຕອນຕົ້ນຈອມເພັດ, ເຊື່ອໝັ້ນວ່າການຊ່ວຍເຫຼືອດັ່ງກ່າວຈະເປັນປະໂຫຍດໃຫ້ກັບນັກຮຽນ-ນັກສຶກສາຂອງໂຮງຮຽນພວກເຮົາ, ໂດຍສະເພາະແມ່ນການຫຼິ້ນກິລາເພື່ອສຸຂະພາບຫ່າງໄກຢາເສບຕິດ ລມທັງເປັນການຝຶກຝົນຕົນເອງໃຫ້ກາຍເປັນນັກກິລາໃນອະນາຄົດ, ການຊ່ວຍເຫຼືອຄັ້ງນີ້ຖືວ່າເປັນການປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງເພື່ອເຮັດໃຫ້ນັກກິລານັກຮຽນຂອງພວກເຮົາໄດ້ມີບ່ອນຝຶກຊ້ອມກິລາແລະຮັກສາສຸຂະພາບ ການສຶກສາຮໍ່າຮຽນໃຫ້ມີຄວາມເຂັ້ມແຂງ ແລະມີການພັດທນາໄປພ້ອມກັນ.



    ໃນໂອກາດດຽວກັນ, ທ່ານ ຫວັງອານ ກໍ່ໄດ້ກ່າວວ່າ: CRRC ໄດ້ຍຶດຖື "ການເຊື່ອມຕໍ່ໂລກ ແລະສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດ" ແມ່ນພາລະກິດຂອງອົງກອນ, ພະລັງຂອງ CRRC ໄດ້ຊ່ວຍປະກອບສ່ວນຟື້ນຟູ ແລະພັດທະນາຊົນນະບົດ, ການສຶກສາທ້ອງຖິ່ນ, ການແພດ ແລະສາທາລະນະສຸກໃຫ້ປະເທດຈີນ ແລະໂລກ, ການປະກອບສ່ວນຂອງCRRC ຄັ້ງນີ້ເປັນການເພີ່ມທະວີການຮ່ວມມືຍຸດທະສາດ ແລະ ວັດທະນະທໍາກັບລາວ.


    ທ້າວ ສະເຫຼີມໄຊ ນັກຮຽນຊັ້ນ ມ4 ກໍ່ໄດ້ສະແດງຄວາມປະທັບໃຈວ່າ: ເດີ່ນກິລາເກົ່າເປັນເດີ່ນຫີນ, ມີຫຍ້າ, ມີຂີ້ຕົມ ແລະເປັນຂຸມ. ຮູ້ສຶກດີໃຈຫຼາຍທີ່ໄດ້ເດີ່ນແບບນີ້, ເປັນເດີນທີ່ສົມບູນແບບ, ງາມ, ທຸກຄົນຄວນຮ່ວມກັນຮັກສາເດີ່ນນີ້ໃຫ້ໄປຈົນເຖິງຮຸ້ນນ້ອງຕໍ່ໆໄປ.