ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ອັນໂຕນີ ບລິນເກນ

2023-06-20 14:58:40 CRI

 

    ຕອນບ່າຍວັນທີ 19 ມິຖຸນານີ້ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.


    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ໂລກພັດທະນາຢູ່ ຍຸກສະ ໄໝກໍປ່ຽນແປງຢູ່. ໂລກຕ້ອງການການພົວພັນຈີນ-ອາເມຣິກາທີ່ມີຄວາມໝັ້ນຄົງໂດຍລວມ, ສອງປະເທດຈີນແລະອາເມຣິກາຈະສາມາດປະຕິບັດຕໍ່ກັນຢ່າງຖືກຕ້ອງໄດ້ຫຼືບໍ່ນັ້ນແມ່ນພົວພັນເຖິງອະນາຄົດ ແລະ ຊາຕາກຳຂອງມວນມະນຸດ. ໜ່ວຍໂລກທີ່ກວ້າງໃຫຍ່ໄພສານສາມາດຮອງຮັບຈີນ-ອາເມຣິກາທີ່ຕ່າງຝ່າຍຕ່າງພັດທະນາແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ປະຊາຊົນຈີນກັບປະຊາຊົນອາເມຣິກາແມ່ນຄືກັນ, ລ້ວນແຕ່ແມ່ນປະຊາຊົນທີ່ມີຄວາມເຄົາລົບຕໍ່ຕົນເອງ, ໝັ້ນໃຈຕໍ່ຕົນເອງແລະມີຄວາມເຂັ້ມແຂງດ້ວຍຕົນເອງ, ແລະກໍລ້ວນແຕ່ມີສິດສະແຫວງຫາຊີວິດການເປັນຢູ່ອັນດີງາມເຊັ່ນດຽວກັນ, ຜົນປະໂຫຍດຮ່ວມທີ່ມີຢູ່ລະຫວ່າງຈີນ ກັບ ອາເມຣິກາຄວນໄດ້ຮັບການເອົາໃຈໃສ່, ຜົນສຳເລັດທີ່ຕ່າງຝ່າຍຕ່າງໄດ້ຮັບນັ້ນແມ່ນໂອກາດ ແຕ່ຫາກບໍ່ແມ່ນໄພຂົ່ມຂູ່ສຳລັບທັງສອງຝ່າຍ. ປັດຈຸບັນນີ້, ປະຊາຄົມໂລກໂດຍລວມແລ້ວແມ່ນມີຄວາມກັງວົນຕໍ່ສະພາບການຂອງການພົວພັນຈີນ-ອາເມຣິກາໃນປັດຈຸບັນ, ບໍ່ຢາກເຫັນສອງປະເທດປະທະກັນແລະເປັນປໍລະປັກກັນ, ພ້ອມທັງບໍ່ຢາກເລືອກຂ້າງລະຫວ່າງຈີນກັບອາເມຣິກາເຊັ່ນດຽວກັນ, ແຕ່ຫາກແມ່ນຄອງຄອຍຈີນກັບອາເມຣິກາຈະສາມາດຢູ່ຮ່ວມກັນໂດຍສັນຕິແລະມີການຮ່ວມມືບົນຈິດໃຈມິດຕະພາບ. ສອງປະເທດຄວນແກ້ໄຂການພົວພັນຈີນ-ອາເມຣິກາໃຫ້ດີໂດຍຖືທ່າທີຮັບຜິດຊອບຕໍ່ປະຫວັດສາດ, ຕໍ່ປະຊາຊົນ ແລະ ຕໍ່ທົ່ວໂລກ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ, ກໍຄືເພີ່ມຄວາມໝັ້ນຄົງ, ຄວາມແນ່ນອນແລະລັກສະນະສ້າງສັນໃຫ້ກັບໂລກທີ່ສັບສົນປັ່ນປ່ວນ.


    ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ປະເທດໃຫຍ່ແຂ່ງຂັນກັນແມ່ນບໍ່ສອດຄ່ອງກັບກະແສຂອງຍຸກສະໄໝ, ຍິ່ງບໍ່ສາມາດແກ້ໄຂບັນຫາພາຍໃນຂອງອາເມຣິກາເອງ ແລະ ສິ່ງທ້າທາຍທີ່ໂລກພວມປະເຊີນຢູ່ນັ້ນໄດ້. ຈີນເຄົາລົບຜົນປະໂຫຍດຂອງອາເມຣິກາ, ຈະບໍ່ທ້າທາຍ ແລະ ເຂົ້າແທນທີ່ອາເມຣິກາ. ເຊັ່ນດຽວກັນ, ອາເມຣິກາກໍຄວນເຄົາລົບຈີນ, ບໍ່ທຳລາຍສິດ ແລະ ຜົນປະໂຫຍດອັນຊອບທຳຂອງຈີນ. ຝ່າຍໃດກໍລ້ວນແລ້ວແຕ່ບໍ່ສາມາດປັ້ນແຕ່ງຝ່າຍກົງກັນຂ້າມດ້ວຍຄວາມປາດຖະໜາຂອງຕົນເອງໄດ້, ຍິ່ງບໍ່ສາມາດຕັດສິດການພັດທະນາອັນຊອບທໍາຂອງຝ່າຍກົງກັນຂ້າມໄດ້. ຝ່າຍຈີນຫວັງຢາກໃຫ້ການພົວພັນຈີນ-ອາເມຣິກາມີຄວາມປອດໃສແລະໝັ້ນຄົງມາໂດຍຕະຫຼອດ, ພ້ອມທັງເຊື່ອໝັ້ນວ່າສອງປະເທດໃຫຍ່ຈີນ-ອາເມຣິກາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນານາ, ແລະຄົ້ນພົບວິທີປະຕິບັດຕໍ່ກັນຢ່າງຖືກຕ້ອງທີ່ເຄົາລົບນັບຖືເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວັງວ່າຝ່າຍອາຣິກາຈະໃຊ້ທ່າທີທີ່ຕິດແທດຕົວຈິງແລະມີສະຕິ, ກ້າວເດີນໄປສູ່ທິດທາງດຽວກັນກັບຝ່າຍຈີນ, ພະຍາຍາມຮ່ວມກັນ, ຍຶດໝັ້ນຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ຂ້າພະເຈົ້າກັບທ່ານປະທານາທິບໍດີ ໂຈ ໄບເດນ ບັນລຸໄດ້ໃນຕອນພົບປະກັນທີ່ເກາະບາຫຼີຂອງອິນໂດເນເຊຍ, ຈັດຕັ້ງປະຕິບັດທັດສະນະທ່າທີອັນຕັ້ງໜ້າທີ່ກ່ຽວຂ້ອງໃຫ້ເຂົ້າໃນການກະທໍາຕົວຈິງ, ເພື່ອເຮັດໃຫ້ການພົວພັນຈີນ-ອາເມຣິກາມີຄວາມໝັ້ນຄົງແລະດີຂຶ້ນ.


   ທ່ານ ອັນໂຕນີ ບລິນເກນກ່າວວ່າ: ທ່ານປະທານາທິບໍດີ ໂຈ ໄບເດນ ເຊື່ອໝັ້ນວ່າ, ອາເມຣິກາ ແລະ ຈີນມີຄວາມຮັບຜິດຊອບ ແລະ ມີພັນທະໜ້າທີ່ຄຸ້ມຄອງການພົວພັນລະຫວ່າງສອງຝ່າຍໃຫ້ດີ, ສິ່ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ, ຈີນ ກໍຄືຂອງທົ່ວໂລກ. ຝ່າຍອາເມຣິກາສຸມໃສ່ຈັດຕັ້ງປະຕິບັດວາລະທີ່ໄດ້ກໍານົດໄວ້ໃນການພົບປະກັນລະຫວ່າງປະມຸກລັດສອງປະເທດອາເມຣິກາ-ຈີນທີ່ເກາະບາຫຼີຄືນໃໝ່. ອາເມຣິກາເຄົາລົບແລະປະຕິບັດຕາມຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ ໂຈ ໄບເດນ, ບໍ່ສະແຫວງຫາ “ສົງຄາມເຢັນໃໝ່”, ບໍ່ສະແຫວງຫາການປ່ຽນລະບອບຂອງຈີນ, ບໍ່ສະແຫວງຫາການຜ່ານຈາກການເພີ່ມທະວີການພົວພັນກັບພັນທະມິດເພື່ອຄັດຄ້ານຈີນ, ບໍ່ສະໜັບສະໜູນໃຫ້ “ໄຕ້ຫວັນເປັນເອກະລາດ”, ບໍ່ມີເຈຕະນາຢາກປະທະກັນກັບຈີນ, ຄອງຄອຍຮ່ວມກັບຈີນດຳເນີນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ຮັກສາການແລກປ່ຽນທຳຄວາມເຂົ້າໃຈກັນຢ່າງໂລ່ງລ່ຽນ, ຄວບຄຸມຂໍ້ຂັດແຍ້ງກັນຢ່າງມີຄວາມຮັບຜິດຊອບ, ສະແຫວງຫາການສົນທະນາ ການແລກປ່ຽນ ແລະ ການຮ່ວມມືກັນ.