ຢາກໃຫ້ການພົວພັນຈີນ-ອາເມຣິກາມີຄວາມໝັ້ນທ່ຽງ ແລະ ນັບມື້ນັບດີຂຶ້ນ ສິ່ງສຳຄັນແມ່ນອາເມຣິກາຕ້ອງປະຕິບັດໃຫ້ແທດເຖິງ

2023-06-20 17:06:35 cri

ວັນທີ 19 ມິຖຸນານີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ສິ້ນສຸດການຢ້ຽມຢາມຈີນເປັນເວລາ 2 ວັນ. ມື້ດຽວກັນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຕີລາຄາຕໍ່ເລື່ອງນີ້ ໂດຍກ່າວວ່າ “ພວກເຮົາພວມເດີນຕາມເສັ້ນທາງທີ່ຖືກຕ້ອງ”. ນັກວິເຄາະເຫັນວ່າ ຈີນໄດ້ຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ນັບມື້ນັບດີຂຶ້ນດ້ວຍນ້ຳໃຈຮັບຜິດຊອບຢ່າງສະເໝີຕົ້ນສະເໝີປາຍ, ຂະນະທີ່ອາເມຣິກາກໍໄດ້ສະແດງໃຫ້ເຫັນເຖິງທ່າທີທີ່ຄ້າຍຄືກັນກັບຈີນໃນລະດັບໃດໜຶ່ງ ໃນການຢ້ຽມຢາມຈີນໃນຄັ້ງນີ້.

ຢາກປັບປຸງການພົວພັນຈີນ-ອາເມຣິກາໃຫ້ດີຂຶ້ນ, ກ່ອນອື່ນ, ຕ້ອງຄົ້ນຫາຕົ້ນປາຍສາເຫດ. ໃນເວລາພົບປະກັບທ່ານອັນໂຕນີ ບລິນເກນໃນຄັ້ງນີ້, ຝ່າຍຈີນໄດ້ສະແດງຄວາມເຫັນຂອງຕົນຢ່າງກົງໄປກົງມາວ່າ: ການພົວພັນຈີນ-ອາເມຣິກາໄດ້ຕົກເຂົ້າໃນສະພາບຄວາມຫຍຸ້ງຍາກ, ຕົ້ນຕໍແມ່ນຍ້ອນວ່າອາເມຣິກາມີຄວາມຮັບຮູ້ທີ່ຜິດພາດຕໍ່ຈີນ ເຊິ່ງເຮັດໃຫ້ອາເມຣິກາໄດ້ວາງນະໂຍບາຍທີ່ຜິດພາດຕໍ່ຈີນ, “ອາເມຣິກາຈຳເປັນຕ້ອງມີການສຳຫຼວດໂຕເອງຢ່າງເລິກເຊິ່ງ”. “ການຮັບຮູ້ທີ່ຜິດພາດ” ແມ່ນໝາຍຄວາມວ່າ, ອາເມຣິກາໄດ້ຖືຈີນເປັນຄູ່ແຂ່ງຕົ້ນຕໍ ແລະ ສິ່ງທ້າທາຍເປັນໄລຍະຍາວນານທີ່ຂ້ຽວຂາດທີ່ສຸດ ເຊິ່ງເຮັດໃຫ້ອາເມຣິກາໄດ້ວາງນະໂຍບາຍຕໍ່ຈີນທີ່ຜິດພາດ ທັງມີຄວາມຂັດແຍ້ງກັນເອງ: ດ້ານໜຶ່ງເວົ້າວ່າ ຈະຫຼີກເວັ້ນການປະທະກັນ ແລະ ການເປັນປໍລະປັກກັນ, ອີກດ້ານໜຶ່ງ ພັດເຮັດແບບຫຼິ້ນເກມຜົນລວມເປັນສູນ; ດ້ານໜຶ່ງຮຽກຮ້ອງໃຫ້ສົນທະນາ ແລະ ແລກປ່ຽນກັນ, ອີກດ້ານໜຶ່ງພັດໃຊ້ຄວາມກົດດັນຕໍ່ຈີນ. ເຮັດແບບນີ້, ຈະປັບປຸງການພົວພັນຈີນ-ອາເມຣິກາໄດ້ຄືແນວໃດ? ເວົ້າສຳລັບອາເມຣິກາແລ້ວ, ການດັດແກ້ຄວາມຮັບຮູ້ທີ່ຜິດພາດຕໍ່ຈີນ ແມ່ນປັດໄຈທຳອິດໃນການປັບປຸງນະໂຍບາຍຕໍ່ຈີນ.

ເມື່ອສັງເກດຈາກອະດີດແລ້ວຈະເຫັນໄດ້ວ່າ, ອາເມຣິກາກໍໄດ້ສະແດງທ່າທີໃນການປັບປຸງການພົວພັນຈີນ-ອາເມຣິກາໃຫ້ດີຂຶ້ນເລື້ອຍໆ, ແຕ່ພັດມີການກະທຳຕົວຈິງທີ່ບໍ່ຫຼາຍ. ຫວັງວ່າ, ເທື່ອນີ້ອາເມຣິກາຈະສາມາດປະຕິບັດຕາມຄຳເວົ້າຂອງຕົນ ເພື່ອສ່ອງແສງໃຫ້ເຫັນເຖິງນ້ຳໃຈຮັບຜິດຊອບທີ່ຄວນມີຂອງປະເທດໃຫຍ່ ແລະ ຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາກັບຄືນສູ່ເສັ້ນທາງທີ່ຖືກຕ້ອງຄືນໃໝ່.