ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນທາງເລືອກພຽງໜຶ່ງດຽວສຳລັບຍີ່ປຸ່ນບໍ?

2023-06-21 14:23:40 cri

ໂດຍໄດ້ຝືນຕໍ່ຄວາມສົງໄສຈາກພາຍໃນປະເທດ ແລະ ປະຊາຄົມໂລກ, ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ. ຕາມຂ່າວແຈ້ງວ່າ ບໍລິສັດພະລັງງານໄຟຟ້າໂຕກຽວໄດ້ຖະແຫຼງຂ່າວວ່າ, ສິ່ງກໍ່ສ້າງປ່ອຍນ້ຳປົນເປື້ອນລັງສີທາງໜ້າດິນຂອງໂຄງການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍທີ 1 ຂອງຟຸຄຸຊິມະໄດ້ສຳເລັດລົງແລ້ວ ແລະ ໄດ້ເລີ່ມທົດລອງດຳເນີນງານ ນັບແຕ່ວັນທີ 12 ມິຖຸນານີ້ເປັນຕົ້ນໄປ, ຄາດວ່າ, ຈະດຳເນີນໄປເປັນເວລາ 2 ອາທິດ.


ເພື່ອປິດບັງສາຍຕາຂອງປະຊາຄົມໂລກ, ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວລ້ວນແຕ່ອ້າງມາໂດຍຕະຫຼອດວ່າ: ນ້ຳທີ່ຖືກປ່ອຍລົງສູ່ທະເລນັ້ນ ແມ່ນໄດ້ບຳບັດກ່ອນແລ້ວ ແລະ ເປັນນ້ຳທີ່ປອດໄພ. ນີ້ແມ່ນຄວາມຈິງແທ້ໆບໍ່? ຫວ່າງມໍ່ໆມານີ້, ຜູ້ຊ່ຽວຊານປະເທດໝູ່ເກາະມະຫາສະໝຸດປາຊີຟິກສະເໜີໃຫ້ນຳໃຊ້ນ້ຳປົນເປື້ອນລັງສີນິວເຄລຍມາເຮັດເບຕົງສ້າງພື້ນຖານໂຄງລ່າງ. ແຕ່ຍີ່ປຸ່ນໄດ້ສະແດງຄວາມຄັດຄ້ານຕໍ່ຂໍ້ສະເໜີດັ່ງກ່າວ ໂດຍກ່າວວ່າ, ນ້ຳປົນເປື້ອນລັງສີອາດຈະເຮັດໃຫ້ທາດລັງສີລະບາຍອອກ ແລ້ວມີຜົນຮ້າຍຕໍ່ຮ່າງກາຍຄົນ. ເມື່ອທຽບກັບຄຳເວົ້າທີ່ວ່າ “ນ້ຳປົນເປື້ອນລັງສີດື່ມໄດ້” ທີ່ຍີ່ປຸ່ນກ່າວມາໃນເມື່ອກ່ອນ, ສອງຄຳເວົ້າດັ່ງກ່າວມີຄວາມຂັດແຍ້ງກັນຢ່າງຂາດຂັ້ນ. ມີຊາວເນັດວິຈານວ່າ “ໃນເວລາຢາກປ່ອຍລົງສູ່ທະເລກໍເວົ້າວ່າດື່ມໄດ້, ແຕ່ໃນເມື່ອໃຫ້ນຳໃຊ້ໃນຕົວຈິງພັດເວົ້າວ່າເປັນພິດ” “ຈັ່ງແມ່ນເປັນການກະທຳທີ່ຕົບໜ້າໂຕເອງແທ້ໆ”.

ນັບແຕ່ລັດຖະບານຍີ່ປຸ່ນບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງຈາກປະຊາຄົມໂລກ ໂດຍສະເພາະແມ່ນປະເທດໃກ້ຄຽງ ແລ້ວປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລຢ່າງບັງອາດເປັນຕົ້ນມາ ໄດ້ເວົ້າແກ້ຕົວຫຼາຍເທື່ອວ່າ: ນ້ຳທີ່ຍີ່ປຸ່ນປ່ອຍລົງສູ່ທະເລແມ່ນນ້ຳທີ່ບຳບັດໂດຍຜ່ານລະບົບ ALPS ແມ່ນປອດໄພ, ບໍ່ມີສານພິດ. ສະນັ້ນ, ເຮົາຢາກຖາມວ່າ, ຖ້າບໍ່ມີສານພິດ, ເປັນຫຍັງຍັງດື້ດຶງປ່ອຍລົງທະເລ? ຖ້ານ້ຳປົນເປື້ອນລັງສີຂອງຍີ່ປຸ່ນ “ບໍ່ມີບ່ອນກັກເກັບ”, ການປ່ອຍລົງທະເລເປັນທາງເລືອກພຽງໜຶ່ງດຽວບໍ່? ຕາມຂ່າວແຈ້ງວ່າ, ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນເຄີຍສະເໜີແຜນການ 5 ສະບັບອອກມາ, ໃນນັ້ນ, ແຜນການປ່ອຍລົງທະເລແມ່ນແຜນການທີ່ເສຍຕົ້ນທຶນໜ້ອຍທີ່ສຸດ. ລັດຖະບານຍີ່ປຸ່ນບໍ່ໄດ້ຊັນນະສູດຢ່າງເຕັມທີ່ຕໍ່ແຜນການສະບັບອື່ນໆ ແລະ ໄດ້ເລືອກປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລ, ນີ້ແມ່ນແຜນການທີ່ເສຍຕົ້ນທຶນໜ້ອຍທີ່ສຸດ ແລະ ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງຍີ່ປຸ່ນທີ່ສຸດ, ແຕ່ກໍແມ່ນແຜນການທີ່ທຳລາຍຜົນປະໂຫຍດລວມຂອງປະຊາຄົມໂລກທີ່ສຸດ.


ບົດລາຍງານຂອງ GEOMAR ທີ່ເປັນອົງການຄົ້ນຄວ້າທາງທະເລຂອງເຢຍລະມັນຊີ້ອອກວ່າ, ຢູ່ແຄມຝັ່ງທະເລຟຸຄຸຊິມະມີກະແສນ້ຳທະເລທີ່ໄຫຼແຮງທີ່ສຸດໃນໂລກ, ພາຍໃນເວລາ 57 ວັນ ນັບແຕ່ມື້ປ່ອຍລົງທະເລ, ສານປົນເປື້ອນລັງສີຈະແຜ່ຂະຫຍາຍໄປເຖິງເຂດສ່ວນຫຼາຍຂອງມະຫາສະໝຸດປາຊີຟິກ ແລະ ແຜ່ຂະຫຍາຍໄປຮອດເຂດທະເລຂອງທົ່ວໂລກໃນຮອບ 10 ປີ. ຜູ້ຊ່ຽວຊານດ້ານນິວເຄລຍຂອງອົງການສັນຕິພາບສີຂຽວຊີ້ອອກວ່າ, ກາກບອນ 14 ໃນນ້ຳປົນເປື້ອນລັງສີຂອງໂຮງໄຟຟ້ານິວເຄລຍທີ 1 ຂອງຟຸຄຸຊິມະຈະມີຄວາມອັນຕະລາຍຍືດເຍື້ອເປັນເວລາພັນປີ ແລະ ອາດຈະທຳລາຍພັນທຸກຳຂອງມະນຸດ.

ອີງຕາມຂໍ້ກຳນົດໃນການບຳບັດຂີ້ເຫຍື້ອນິວເຄລຍຂອງອາເມຣິກາ ແລະ ປະເທດທີ່ກ່ຽວຂ້ອງ, ຂີ້ເຫຍື້ອນິວເຄລຍຈະບໍ່ສາມາດປ່ອຍອອກສູ່ທຳມະຊາດ ແຕ່ຕ້ອງກະເກັບໄວ້ຢ່າງຖາວອນເທົ່ານັ້ນ. ລັດຖະບານຍີ່ປຸ່ນຢາກ “ລ້າງໂຕໃຫ້ສະອາດ” ໃນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລນັ້ນ ຈະເປັນໄປດັ່ງຄວາມປາຖະໜາຂອງຕົນໄດ້ຍາກ. ຍີ່ປຸ່ນໄດ້ອວດໂຕໂດຍຕະຫຼອດວ່າ ເປັນປະເທດ ທີ່ປະຕິບັດລັດທິສັນຕິພາບ ແລະ ເອົາໃຈໃສ່ໃນການອະນຸລັກສິ່ງແວດລ້ອມ, ແຕ່ການກະທຳທີ່ປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລພັດສະແດງໃຫ້ເຫັນວ່າ, ຍີ່ປຸ່ນບໍ່ພຽງແຕ່ບໍ່ໄດ້ເອົາໃຈໃສ່ເລື່ອງຄວາມປອດໄພເທົ່ານັ້ນ, ຫາກຍັງເປັນຜູ້ທຳລາຍສິ່ງແວດລ້ອມທົ່ວໂລກ ແລະ ທຳລາຍຄວາມປອດໄພດ້ານສຸຂະພາບຂອງມະນຸດ ທັງເປັນຜູ້ເຫັນແກ່ຜົນປະໂຫຍດສ່ວນຕົວຢ່າງສຸດຂົ້ວ ແລະ ບໍ່ເອົາຫົວຊາຕໍ່ຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆໃນໂລກ ເພື່ອຫຼຸດຕົ້ນທຶນໃນການບຳບັດນ້ຳປົນເປື້ອນລັງສີນິວເຄລຍ..