ນາງ ພອນທິບ ລັດຕະນະວົງ ຊະນະເລີດ ແລະເປັນຕົວແທນຂອງສປປລາວເຂົ້າແຂ່ງຂັນຂົວພາສາຈີນຄັ້ງທີ 22 ທີ່ ສປ ຈີນ

2023-06-22 15:01:24 cri

ງານແຂ່ງຂັນຂົວພາສາຈີນຄັ້ງທີ 22 ປະຈໍາປີ 2023 ຮອບຄັດເລືອກຢູ່ປະເທດລາວ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ ທີ່ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫງຊາດ (ມຊ), ຜົນການແຂ່ງຂັນ,ຄະນະກຳມະການຕັດສິນໃຫ້ນາງ ພອນທິບ ລັດຕະນະວົງ ນັກສຶກສາ ສະຖາບັນຂົງຈືປີທີ 1 ເປັນຜູ້ຊະນະເລີດ ແລະໄດ້ສິດເປັນຕົວແທນຂອງປະເທດລາວເຂົ້າຮວ່ມລາຍການແຂ່ງຂັນຂົວພາສາຈີນຄັ້ງທີ 22 ທີ່ ສປ ຈີນ.

ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້, ຝ່າຍລາວມີທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການຝ່າຍລາວ ສຂຈ ມຊ, ຝ່າຍຈີນມີທ່ານ ຕູ້ ສາງຊິງ ຫົວໜ້າຫ້ອງການການເມືອງສະຖານທູດຈີນ ປະຈໍາລາວ, ທ່ານ ໂຫຼວໝິງ ຜູ້ອໍານວຍການຝ່າຍຈີນ ສຂຈ ມຊ ພ້ອມດ້ວຍກໍາມະການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານແຂ່ງຂັນຂົວພາສາຈີນຄັ້ງທີ 22 ຄັ້ງນີ້, ແມ່ນ ສຂຈ ເປັນເຈົ້າພາບຈັດງານ ພາຍໃຕ້ການຊີ້ນໍາຂອງສະຖານທູດຈີນ ປະຈໍາລາວ ແລະຄະນະນໍາມະຫາວິທະຍາໄລແຫ່ງຊາດ ແລະສະໜັບສະໜູນໂດຍທະນາຄານ ICBC. ໃນການແຂ່ງຂັນປີນີ້, ມີນັກສຶກສາ15ຄົນຈາກ 4 ສະຖາບັນການສຶກສາເຂົ້າຮວ່ມຄື: ນັກສຶກສາຈາກ ສຂຈ ມຊ, ນັກສຶກສາ ຈາກພາກວິສາພາສາຈີນ ຄະນະອັກສອນສາດ ມຊ, ນັກສຶກສາ ສຂຈ ມະຫາວິທະຍາໄລສຸພານຸວົງ, ແລະນັກສຶກສາຈາກມະຫາວິທະຍາໄລຊູໂຈວ ປະຈໍາລາວ, ເຊິ່ງປະກອບມີການແຂ່ງຂັນເວົ້າ, ການຕອບຄໍາຖາມ, ການຖາມ-ຕອບ ແລະສະແດງຄວາມສາມາດດ້ານສິລະປະວັດທະນະທໍາ. ຜ່ານການແຂ່ງຂັນດ້ວຍໄຫວພິບປະຕິພານ, ນາງ ພອນທິບ ລັດຕະນະວົງ ສາມາດຍາດໄດ້ລາງວັນທີ 1 ແລະໄດ້ເປັນຕົວແທນໃຫ້ແກ່ນັກສຶກສາລະດັບມະຫາວິທະຍາໄລຂອງ ສປປ ລາວ ໄປແຂ່ງຂັນຂົວພາສາຈີນທົ່ວໂລກຄັ້ງທີ 22 ຢູ່ທີ່ປັກກິ່ງ ສປ ຈີນ. ສໍາລັບການແຂ່ງຂັນຂົວພາສາຈີນ ຄັ້ງທີ 23 (ຮອບຄັດເລືອກຢູ່ລາວ) ແມ່ນຈະຈັດຂຶ້ນຢູ່ທີ່ ສຂຈ ມະຫາວິທະຍາໄລສຸພານຸວົງ.

   ນາງ ພອນທິບ ໃຫ້ສໍາພາດວ່າ: ເທື່ອນີ້ເປັນຄັ້ງທໍາອິດທີ່ເຂົ້າແຂ່ງຂັນ, ບໍ່ຄິດວ່າຈະສາມາດຍາດໄດ້ລາງວັນຊະນະເລີດ, ຮູ້ສຶກຕື່ນເຕັ້ນ ແລະປະທັບໃຈຫຼາຍ, ຢາກຂອບໃຈພໍ່ແມ່, ໝູ່ເພື່ອນທຸກຄົນທີ່ໃຫ້ກໍາລັງໃຈມາໂດຍຕະຫຼອດ, ສໍາລັບນ້ອງເອງໃນການຝຶກຊ້ອມພາສາຈີນແມ່ນໄດ້ດຸໝັ່ນຟັງເພງ, ເບິ່ງໜັງ ແລະເບິ່ງຂ່າວທີ່ເປັນພາສາຈີນຈຶ່ງສາມາດເຂົ້າໃຈພາສາຈີນໄດ້ດີຂຶ້ນຕື່ມ.