ຫ້ອງຮຽນເຄື່ອນທີ່ຢູ່ຕາມທາງລົດໄຟຈີນ-ລາວ ໃຫ້ຊາວໜຸ່ມເຍົາວະຊົນລາວຮຽນວິທະຍາສາດເຕັກນິກຈີນເມື່ອຂີ່ລົດໄຟ

2023-06-22 16:59:23 cri

 

ວັນທີ 21 ມິຖຸນານີ້, ຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນຂອງລາວໄດ້ຈັດກິດຈະກຳ “ໂມງຮຽນທຳອິດຢູ່ເທິງລົດໄຟEMU”. ຊາວໜຸ່ມເຍົາວະຊົນລາວໄດ້ຂີ່ລົດໄຟຂະບວນລ້ານຊ້າງ ຮຽນຄວາມຮູ້ດ້ານການຂົນສົ່ງທາງລົດໄຟນຳຜູ້ຊ່ຽວຊານເຕັກນິກຈີນ.

 

ນີ້ແມ່ນຄັ້ງທຳອິດທີ່ຈັດກິດຈະກຳຫ້ອງຮຽນເຄື່ອນທີ່ຢູ່ລາວ ແລະໄດ້ຮັບຄວາມນິຍົມຊົມຊອບຢ່າງຫ້າວຫັນຈາກຊາວໜຸ່ມທ້ອງຖິ່ນ. ການຈັດຫ້ອງຮຽນເຄື່ອນທີ່ຄັ້ງນີ້ໄດ້ຮັບການຖ່າຍທອດສົດຂອງໂທລະພາບແຫ່ງຊາດລາວ ແລະອອກອາກາດຢູ່ທົ່ວປະເທດລາວ. ທ້າວສຸກສະຫວັນ ຊາວໜຸ່ມລາວທີ່ມັກລົດໄຟໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນວ່າ: ຜູ້ຊ່ຽວຊານເຕັກນິກຈີນໄດ້ແນະນຳຄວາມຮູ້ຢ່າງລະອຽດກ່ຽວກັບຂະບວນລົດໄຟEMU, ລົດຄວບຄຸມ ແລະການຂົນສົ່ງ, ຂ້ອຍຄິດວ່າຂະບວນລົດໄຟEMUຂອງຈີນມີຈຸດດີຫຼາຍ ເຊັ່ນ: ເປັນແບບສາກົນ, ເປັນແບບອັດຊະລິຍະ ແລະສະບາຍ.

 

ໃນໄລຍະຈັດກິດຈະກຳດັ່ງກ່າວ, ສະຖານີລົດໄຟນະຄອນຫຼວງວຽງຈັນຂອງທາງລົດໄຟຈີນ-ລາວຍັງໄດ້ສ້າງເຂດວັດທະນະທຳລົດໄຟ ເຊິ່ງໄດ້ໂຮມສູນສະແດງລົດໄຟແບບກ້າວໜ້າຫຼາຍກວ່າ 20 ຊະນິດທີ່ຜະລິດໂດຍຈີນ.