ຈັດການແຂ່ງຂັນເປີດກວ້າງສາກົນເຮືອກະຍັກຈີນ-ອາຊຽນ ມີນັກກິລາຈີນແລະຕ່າງປະເທດ 300 ກວ່າຄົນເຂົ້າຮ່ວມການແຂ່ງຂັນ

2023-06-22 15:13:23 CRI


 

ຕາມຂ່າວCRI: ວັນທີ 21 ມິຖຸນານີ້, ການແຂ່ງຂັນເປີດກວ້າງສາກົນເຮືອກະຍັກຈີນ-ອາຊຽນປີ 2023 ໄດ້ຈັດຂຶ້ນຢູ່ນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີຈີນ. ມີນັກກິລາຕ່າງປະເທດ 30 ກວ່າຄົນທີ່ມາຈາກຫວຽດນາມ, ກຳປູເຈຍ, ໄທ, ອິນໂດເນເຊຍ, ອິນເດຍ, ສີລັງກາ, ນີເຊຣີແລະ ປະເທດອື່ນໆໄດ້ເຂົ້າຮ່ວມ, ມີນັກກິລາມືອາຊີບ, ນັກກິລາສະໝັກຫຼິ້ນທັງໝົດ 300 ກວ່າຄົນທີ່ມາຈາກແຂວງຢູນໜານ, ແຂວງກວາງຕຸ້ງແລະບ່ອນອື່ນໆຂອງຈີນ ໄດ້ເຂົ້າຮ່ວມການແຂ່ງຂັນ.

 

ການແຂ່ງຂັນເປີດກວ້າງສາກົນເຮືອກະຍັກຈີນ-ອາຊຽນປີ 2023 ໄດ້ຕັ້ງປະເພດກຸ່ມ 3 ກຸ່ມໃຫຍ່, ເຊັ່ນ:ກຸ່ມມືອາຊີບ, ກຸ່ມມະຫາຊົນແລະກຸ່ມເມືອງສີຂຽວ, ໃນກຸ່ມມືອາຊີບນັ້ນ ໄດ້ຕັ້ງປະເພດການແຂ່ງຂັນ 4 ປະເພດ,ເຊັ່ນ: ການແຂ່ງຂັນ ຄວາມໄວທາງຊື່ 200 ແມັດ, ການແຂ່ງຂັນທາງໄກ 6 ກິໂລແມັດແລະອື່ນໆ.