ກອງປະຊຸມໃຫຍ່ພໍ່ຄ້າຊາວຈີນໂລກຄັ້ງທີ 16 ຈະຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງໄທ

2023-06-22 16:56:46 cri

 

ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກສະພາການຄ້າຊາວຈີນຂອງໄທວ່າ: ສະພາການຄ້າຊາວຈີນຂອງໄທຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ພໍ່ຄ້າຊາວຈີນໂລກຄັ້ງທີ 16 ຢູ່ນະຄອນຫຼວງບາງກອກຂອງໄທນັບແຕ່ວັນທີ 24 ຫາ 26 ມິຖຸນານີ້.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີໄທ ທັງເປັນລັດຖະມົນຕີກະຊວງການຄ້າໄທຈະເປັນປະທານຈັດພິທີເປີດຂອງກອງປະຊຸມດັ່ງກ່າວ, ແລະຈະກ່າວຄຳປາໄສພິເສດກ່ຽວກັບສາຍພົວພັນໄທ-ຈີນ ແລະເສດຖະກິດການຄ້າ.

 

ຂ່າວແຈ້ງໃຫ້ຮູ້ອີກວ່າ: ກອງປະຊຸມຄັ້ງນີ້ຈະມີພໍ່ຄ້າຊາວຈີນຫຼາຍກວ່າ 3.000 ຄົນຈາກແຫ່ງຕ່າງໆຂອງໂລກ. ໃນໄລຍະຈັດກອງປະຊຸມຄັ້ງນີ້, ບັນດາຝ່າຍທີ່ເຂົ້າຮ່ວມຈະເປິກສາຫາລືກົດລະບຽບດ້ານການຄ້າຢ່າງເລິກເຊິ່ງ, ແລກປ່ຽນຮູບແບບໃໝ່ດ້ານການລົງທຶນໃນຍຸກດີຈີຕອນ ແລະວາງແຜນການເປີດກວ້າງການທຸລະກິດສາກົນ, ເພື່ອຍົກສູງກຳລັງບົ່ມຊ້ອນຂອງພໍ່ຄ້າຊາວຈີນຢູ່ແຫ່ງຕ່າງໆຂອງໂລກ.