ຂະບວນລົດໄຟທັນສະໄໝ20ກວ່າປະເພດຈັດວາງສະແດງຢູ່ສປປລາວເປັນຄັ້ງທໍາອິດ

2023-06-22 15:05:53 cri

ວັນທີ 20 ມິຖຸນາ 2023, ລັດວິສະຫະກິດລົດໄຟຈີນ (CRRC) ແລະບໍລິສັດທາງລົດໄຟລາວ-ຈີນໄດ້ຮ່ວມກັນສ້າງສູນວາງສະແດງວັດທະນະທໍາລົດໄຟ ຢູ່ສະຖານີນະຄອນຫຼວງວຽງຈັນ ສປປ ລາວເປັນຄັ້ງທໍາອິດ ເຊິ່ງໄດ້ວາງສະແດງຂະບວນລົດໄຟ ແລະລາງລົດທີ່ທັນສະໄໝຈຳນວນ 20 ກວ່າປະເພດທີ່ຜະລິດໂດຍ CRRC,ເຊິ່ງງານນີ້ຈະດຳເນີນໄປເປັນເວລາ 30 ມື້ ເພື່ອໃຫ້ປະຊາຊົນທັງລາວ ແລະຕ່າງປະເທດ ກໍ່ຄືຜູ້ໂດຍສານທັງຫຼາຍໄດ້ຮັບຊົມແລະຮັບຮູ້ກ່ຽວກັບເຕັກນິກລົດໄຟທີ່ຫຼາກຫຼາຍ.

ໃນພິທີເປີດສູນວາງສະແດງຊົ່ວຄາວຄັ້ງນີ້, ຝ່າຍລາວຕາງໜ້າເຂົ້າຮ່ວມໂດຍທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະຝ່າຍຈີນມີທ່ານ ຫຼິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນຈໍາກັດ , ທ່ານ ຫວັງອ່ານ ອໍານວຍການບໍລິຫານ CRRC ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະຜູ້ໂດຍສານທາງລົດໄຟລາວ-ຈີນເຂົ້າຮ່ວມຊົມ.

ສູນວາງສະແດງແມ່ນໄດ້ຈັດໃນຫ້ອງໂຖງໃຫຍ່ລໍຖ້າລົດຂອງສະຖານີ, ມີຊັ້ນວາງສະແດງ 12 ແມັດ ແລະສູງ 3 ແມັດກວ່າ, ເຊິ່ງເປັນສິ່ງທີ່ດຶງດູດຜູ້ຄົນທັງຫຼາຍທີ່ໄດ້ຍ່າງຜ່ານ. ໃນນັ້ນປະກອບມີ: ຂະບວນລ້ານຊ້າງ ຫຼື EMU, ຂະບວນລົດໄຟຄວາມໄວສູງຈາກຈາກາຕາ-ບັນດຸງ, ຂະບວນລົດຄື້ນໄຟຟ້າແມ່ເຫຼັກຄວາມໄວສູງ 600 ກິໂລແມັດ/ຊົ່ວໂມງ ເຊິ່ງເປັນພາຫະນະຄົມມະນາຄົມເທິງໜ້າດິນຂະໜາດໃຫຍ່ທີ່ໄວທີ່ສຸດ, ນອກນັ້ນຍັງມີ, ຂະບວນລົດໄຟອັດສະລິຍະຟູ້ຊີ່ງ ຄວາມໄວ 350 ກິໂລແມັດ/ຊົ່ວໂມງ ເຊິ່ງເປັນລົດໄຟດ່ວນທຸລະກິດທີ່ມີຄວາມໄວສູງທີ່ສຸດໃນໂລກ, ລົດໄຟໃຕ້ດິນທີ່ຂັບເຄື່ອນອັດຕະໂນມັດ 100% , ລົດໄຟອັດສະລິຍະລະຫວ່າງຕົວເມືອງ, ລົດໄຟແບບຫ້ອຍກາງອາກາດ ແລະອື່ນໆ ນັບແຕ່ລົດໄຟຄວາມໄວສູງ, ລົດໄຟຄື້ນໄຟຟ້າແມ່ເຫຼັກ ຄວາມໄວສູງ, ລົດໄຟຂະບວນທໍາມະດາ ຈົນຮອດລົດໄຟລະຫວ່າງຕົວເມືອງຈໍານວນ 20 ກວ່າປະເພດ ຈາກຄວາມໄວ 60 ກິໂລແມັດ/ຊົ່ວໂມງຫາ 600 ກິໂລແມັດ/ຊົ່ວໂມງ ເຊິ່ງອຸປະກອນຄົມມະນາຄົມ ແລະລະບົບລາງທີ່ຜະລິດໂດຍ CRRCໄດ້ນໍາວາງມາສະແດງຢູ່ປະເທດລາວເປັນຄັ້ງທໍາອິດ.

ທ່ານ ນາງ ວິໄລຄຳ ໂພສາລາດ ກ່າວວ່າ: ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ປະເທດລາວກ້າວເຂົ້າສູ່ຍຸກສະໄໝແຫ່ງຂະບວນລົດໄຟ EMU, ປັດຈຸບັນນີ້ “ຂະບວນລ້ານຊ້າງ” ທີ່ໄດ້ແລ່ນວ່ອງໄວນັ້ນ ໄດ້ກາຍເປັນ “ນາມບັດ” ຂອງລາວ, ໄດ້ເຕີມພະລັງທີ່ເຂັ້ມແຂງເຂົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມຂອງສອງປະເທດລາວ ແລະຈີນ, ແລະເປັນສັນຍາລັກດ້ານມິດຕະພາບຂອງສອງປະເທດລາວ-ຈີນ. ກິດຈະກໍາວາງສະແດງວັດທະນະທໍາທາງລົດໄຟຄັ້ງນີ້ ສະແດງໃຫ້ເຫັນເຖິງເຕັກນິກການຜະລິດລົດໄຟ ແລະລະບົບລາງແບບທັນສະໄໝໃນໂລກ, ປະຊາຊົນລາວສາມາດສຳຜັດເຖິງເຕັກນິກ ແລະວັດທະນະທຳລົດໄຟທີ່ທັນສະໄໝແບບໃກ້ໆ. ຫວັງວ່າທາງລົດໄຟລາວ-ຈີນຈະພັດທະນາຢ່າງຮຸ່ງເຮືອງ ແລະມີວິສາຫະກິດຈີນນັບມື້ນັບເພີ່ມຂຶ້ນປະກອບສ່ວນເຂົ້າໃນການພັດທະນາກິດຈະການທາງລົດໄຟຂອງລາວ.

ທ່ານ ຫວັງອານ ອຳນວຍການບໍລິຫານ CRRC ໄດ້ໃຫ້ຄວາມເຫັນວ່າ “ຂະບວນລ້ານຊ້າງ” ເປັນຜົນສຳເລັດດ້ານການຮ່ວມມືມິດຕະພາບລະຫວ່າງຈີນ ແລະລາວ, ຫວັງວ່າ “ສູນວາງສະແດງວັດທະນະທຳທາງລົດໄຟ” ຈະເປັນຕົວເຊື່ອມສາຍສຳພັນ, ສະແດງໃຫ້ເຫັນເຖິງຜົນສຳເລັດດ້ານການຮ່ວມມືລະຫວ່າງຈີນ ແລະລາວໃຫ້ດີຂຶ້ນກວ່າເກົ່າ, ດຶງດູດໃຫ້ປະຊາຊົນສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບຜະລິດຕະພັນຄົມມະນາຄົມລະບົບລາງ ແລະວັດທະນະທຳລົດໄຟ, ເພີ່ມພູນຄູນສ້າງການແລກປ່ຽນ ແລະມິດຕະພາບລະຫວ່າງປະຊາຊົນສອງຊາດ. ໃນຖານະເປັນຜູ້ຜະລິດອຸປະກອນຄົມມະນາຄົມລະບົບລາງ, ບໍລິສັດ CRRC ຍຶດໝັ້ນມະໂນພາບທີ່ຕັ້ງໝັ້ນໃນທ້ອງຖິ່ນ ແລະປະກອບສ່ວນເຂົ້າໃນທ້ອງຖິ່ນ, ຈະຮັບໃຊ້ເສັ້ນທາງລົດໄຟລາວ-ຈີນ, ການພັດທະນາຂອງເສດຖະກິດ-ສັງຄົມຂອງລາວ ກໍຄືປະຊາຊົນລາວໃຫ້ດີສະເໝີຕົ້ນສະເໝີປາຍ.

ທ້າວ ລາສີ ທຳມະວົງສາ ນັກສຶກສາປີ 4 ຂອງມະຫາວິທະຍາໄລແຫ່ງຊາດລາວທີ່ໄດ້ເຂົ້າຮ່ວມຊົມສູນວາງສະແດງ ໄດ້ໃຫ້ສໍາພາດວ່າ: ນີ້ເປັນເທື່ອທໍາອິດທີ່ໄດ້ເຫັນລົດໄຟທັນສະໄໝຫຼາຍປານນີ້, ຮູ້ສຶກວ່າໄດ້ຕື່ນຕາຕື່ນໃຈ”.

ທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າວິສະວະກອນໃຫຍ່ ບໍລິສັດທາງລົດໄຟລາວ-ຈີນຈໍາກັດໃຫ້ຮູ້ວ່າ: ຮອດປັດຈຸບັນນີ້,ຂະບວນລົດໄຟລາວ-ຈີນໄດ້ແລ່ນຢ່າງປອດໄພເປັນເວລາ 563 ມື້, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 2.631.800 ເທື່ອຄົນ.”