ສັບປະດາກິລາໂອລິມປິກເອເລັກໂຕຣນິກຄັ້ງທຳອິດໄດ້ເປີດສາກຢູ່ສິງກະໂປ

2023-06-23 15:54:15 cri

ໃນຕອນຄ່ຳວັນທີ 22 ມິຖຸນານີ້, ສັບປະດາກິລາໂອລິມປິກເອເລັກໂຕຣນິກຄັ້ງປະຖົມມະລືກໄດ້ເປີດສາກຢູ່ສູນປະຊຸມ ແລະວາງສະແດງເມືອງຊັນເທັກສິງກະໂປ. ກິດຈະກຳຄັ້ງນີ້ຈະດຳເນີນໄປເຖິງວັນທີ 25 ມິຖຸນານີ້, ໃນໄລຍະດັ່ງກ່າວຈະຈັດການແຂ່ງຂັນກິລາໂອລິມປິກເອເລັກໂຕຣນິກຮອບສຸດທ້າຍ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການແຂ່ງຂັນກິລາໂອລິມປິກເອເລັກໂຕຣນິກແບບລະບົບຈະປິ່ນອ້ອມລາຍການກິລາເອເລັກໂຕຣນິກປະເພດຕ່າງໆ ເຊັ່ນ: ການຍິງທະນູ, ເບສບອນ, ໝາກເສິກ, ລົດຖີບ ແລະອື່ນໆ, ຈະມີຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍກວ່າ 110 ຄົນຈາກ 64 ປະເທດ ແລະເຂດແຄວ້ນເຂົ້າຮ່ວມ. ຢູ່ສະຖານທີ່ຈັດການແຂ່ງຂັນຄັ້ງນີ້ຍັງໄດ້ສ້າງເຂດສຳພັດໂດຍຟຣີ, ເພື່ອໃຫ້ຜູ້ຊົມມີໂອກາດສຳພັດກັບຄວາມມ່ວນຊື່ນຂອງກິລາເອເລັກໂຕຣນິກ.

 

ທ່ານຮະລິມາ ຢະຄອບ ປະທານາທິບໍດີສິງກະໂປໄດ້ເຂົ້າຮ່ວມພິທີເປີດຜ່ານທາງວິດີໂອ ແລະກ່າວປະກາດເປີດສັບປະດາກິລາໂອລິມປິກເອເລັກໂຕຣນິກຄັ້ງປະຖົມມະລືກ.