ຄວາມໄວຂອງລົດໄຟຈາກາຕາ-ບັນດຸງຂອງອິນໂດເນເຊຍໄດ້ບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງໃນການທົດລອງນຳໃຊ້

2023-06-23 15:53:11 cri

 

ວັນທີ 22 ມິຖຸນານີ້, ຄວາມໄວຂອງລົດໄຟຈາກາຕາ-ບັນດຸງອິນໂດເນເຊຍໄດ້ບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງໃນການທົດລອງນຳໃຊ້ເປັນຄັ້ງທຳອິດ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າທາງລົດໄຟຈາກາຕາ-ບັນດຸງໄດ້ບັນລຸມາດຕະຖານຄວາມໄວການອອກແບບ, ແລະໄດ້ບັນລຸເປົ້າໝາຍໃນຂັ້ນຕອນການທົດລອງ.

 

ນັບແຕ່ທາງລົດໄຟຈາກາຕາ-ບັນດຸງເລີ່ມດຳເນີນການທົດລອງຢ່າງເປັນທາງການໃນວັນທີ 22 ພຶດສະພາແລ້ວນີ້ເປັນຕົ້ນມາ, ບໍລິສັດທາງລົດໄຟສາກົນຈີນຈຳກັດໄດ້ນຳພາບໍລິສັດທາງລົດໄຟຈີນສາຂາປັກກິ່ງ ແລະບໍລິສັດສະຖາບັນຄົ້ນຄວ້າວິທະຍາສາດທາງລົດໄຟຈີນຈຳກັດຮ່ວມກັນດຳເນີນການທົດລອງຍົກສູງຄວາມໄວເປັນກ້າວໆ, ຄວາມໄວຂອງລົດໄຟທີ່ໄດ້ຮັບການຄວດສອບໄດ້ເພີ່ມຈາກ 180 ກິໂລແມັດຕໍ່ຊົ່ວໂມງຂຶ້ນເປັນ 350 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເປັນຄຍາມໄວການອອກແບບເປັນກ້າວໆ, ພາລະບົດບາດ, ຄຸນນະພາບ ແລະມາດຕະຖານຂອງລະບົບຕ່າງໆ ເຊັ່ນ: ລາງລົດໄຟ, ການສະໜອງໄຟຟ້າ, ເຄືອຂ່າຍແຕະຕ້ອງດ ການສື່ສານ, ສັນຍານ, ການຕິດຕາມການເຕືອນໄພ ແລະອື່ນໆຂອງທາງລົດໄຟດັ່ງກ່າວໄດ້ຮັບການຢືນຢັນຢ່າງເຕັມທີ່ ແລະສາມາດຕອບສະໜອງຄວາມຕ້ອງການໃນການອອກແບບ ເຊິ່ງໄດ້ສະໜອງສິ່ງຄ້ຳປະກັນຢ່າງເຂັ້ມແຂງໃຫ້ແກ່ການທົດລອງ ແລະການເປີດບໍລິການໃນຂັ້ນຕອນຕໍ່ໄປ.