ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວໄທໃນປີນີ້ໄດ້ຫຼາຍກວ່າ 1 ລ້ານເທື່ອຄົນ

2023-06-24 15:22:26 cri

 

ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຢູ່ປະເທດໄທເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໃນໄລຍະ 5 ເດືອນຜ່ານມາ, ໄດ້ບັນລຸຫຼາຍກວ່າ 1 ລ້ານເທື່ອຄົນ. ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ນັກທ່ອງທ່ຽວຈີນທີ່ກັບຄືນມາພວມຊຸກຍູ້ການຟື້ນຟູຂອງການທ່ອງທ່ຽວໄທຢ່າງແຂງແຮງ.

 

ເມື່ອບໍ່ດົນມານີ້, ທ່ານອະດີດ ໄຊລັດຕະນະນົງ ເລຂາທິການໃຫຍ່ສະມາຄົມການທ່ອງທ່ຽວໄທໄດ້ແນະນຳໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ຈຳນວນນັກທ່ອງທ່ຽວຈີນທີ່ມາທ່ຽວປະເທດໄທໄດ້ບັນລຸຫຼາຍກວ່າ 1 ລ້ານເທື່ອຄົນ, ເປົ້າໝາຍໃນໝົດປີນີ້ແມ່ນໃຫ້ບັນລຸເຖິງ 5 ລ້ານຫາ 7 ລ້ານເທື່ອຄົນ. ທ່ານກ່າວຕື່ມວ່າ: ປັດຈຸບັນນີ້, ກົມທ່ອງທ່ຽວໄທພວມຕິດຕໍ່ພົວພັນກັບກະຊວງການຕ່າງປະເທດໄທ ແລະພາກສ່ວນທີ່ກ່ຽວຂ້ອງ, ເພື່ອຄົ້ນຄວ້າວິທີເຮັດໃຫ້ຂັ້ນຕອນຂໍວີຊາທ່ອງທ່ຽວໄທສຳລັບນັກທ່ອງທ່ຽວຈີນເປັນແບບກະທັດຮັດ ແລະຕ້ອນຮັບນັກທ່ອງທ່ຽວຈີນຫຼາຍກວ່າເກົ່າ.