ການຮຽກຮ້ອງເຂົ້າເປັນສະມາຊິກນາໂຕຫຼາຍເທື່ອພັດຖືກປະຕິເສດ ອູແກຣນຄວນມີສະຕິຕື່ນຕົວໄດ້ແລ້ວ

2023-06-25 16:27:25 cri

ຄຽງຄູ່ກັບກອງປະຊຸມສຸດຍອດນາໂຕຈະຈັດຂຶ້ນຢູ່ນະຄອນວິນນາດປະເທດລິຕົວນີໃນເດືອນກໍລະກົດໜ້ານີ້, ປະຊາຄົມໂລກນັບມື້ນັບເອົາໃຈໃສ່ຕໍ່ກໍລະນີທີ່ອູແກຣນຈະສາມາດເຂົ້າເປັນສະມາຊິກນາໂຕໄດ້ຫຼືບໍ່. ຫວ່າງມໍ່ໆມານີ້, ສະພາເອີຣົບໄດ້ຜ່ານມະຕິ ໂດຍຮຽກຮ້ອງໃຫ້ເຊື້ອເຊີນອູແກຣນເຂົ້າເປັນສະມາຊິກນາໂຕໃນກອງປະຊຸມສຸດຍອດດັ່ງກ່າວ. ໃນເວລາທ່ານໂວໂລດິເມຍ ເຊເລນສະກີ ປະທານາທິບໍດີອູແກຣນເຂົ້າຮ່ວມກອງປະຊຸມສຸດຍອດປະຊາຄົມການເມືອງເອີຣົບ, ທ່ານກໍກ່າວວ່າ, ອູແກຣນໄດ້ກຽມພ້ອມທຸກປະການ ເພື່ອເຂົ້າເປັນສະມາຊິກນາໂຕ ແລະ ກ່າວເຕືອນວ່າ: “ຄວາມລະແວງສົງໄສໃດໆຕໍ່ອູແກຣນໃນການເຂົ້າເປັນສະມາຊິກນາໂຕນັ້ນ ລ້ວນແຕ່ຈະສ້າງຜົນຮ້າຍໃຫ້ແກ່ເອີຣົບ”.


ແຕ່ວ່າ, ກ່ຽວກັບກໍລະນີທີ່ອູແກຣນເຂົ້າເປັນສະມາຊິກນາໂຕ, ສຽງຈາກຫຼາຍຝ່າຍທີ່ໄດ້ເປີດເຜີຍໃນຫຼາຍມື້ມໍ່ໆມານີ້ອາດໄດ້ສະແດງໃຫ້ເຫັນວ່າ, ອູແກຣນອາດຈະຜິດຫວັງຕໍ່ການເຂົ້າເປັນສະມາຊິກນາໂຕໄດ້ “ຢ່າງວ່ອງໄວ”. ຫວ່າງມໍ່ໆມານີ້, ຂ່າວສານບລຸມເບີກຂອງອາເມຣິກລາຍງານວ່າ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ, ຈະບໍ່ສະໜັບສະໜູນຂັ້ນຕອນເຂົ້າເປັນສະມາຊິກນາໂຕຂອງອູແກຣນແບບລວບລັດ, ອູແກຣນຕ້ອງ “ບັນລຸມາດຕະຖານທີ່ຄືກັນ” ກັບປະເທດສະຫະພັນຂ້າມມະຫາສະໝຸດອັດລັງຕິກອື່ນໆ ຈິ່ງຈະສາມາດເຂົ້າເປັນປະເທດສະມາຊິກນາໂຕໄດ້. ກ່ອນໜ້ານີ້ບໍ່ດົນ, ທ່ານນາງອັນນາເລນາ ບາເອີບັອກ ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນກ່າວຢ່າງຈະແຈ້ງວ່າ, ນາໂຕຈະບໍ່ສາມາດຮັບເອົາສະມາຊິກໃໝ່ ທີ່ພວມຕົກຢູ່ໃນສະພາບສົງຄາມ. ທ່ານເອັມ ມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງກໍໄດ້ປະຕິເສດຄວາມອາດເປັນໄປໄດ້ໃນການບັນລຸສັນຍາລະຫວ່າງປະເທດສະມາຊິກນາໂຕ ທີ່ຈະໃຫ້ອູແກຣນເຂົ້າເປັນສະມາຊິກນາໂຕ ໃນກອງປະຊຸມສຸດຍອດນາໂຕ ທີ່ຈະຈັດຂຶ້ນໃນເດືອນກໍລະກົດໜ້ານີ້. ທ່ານເຈນ ສະໂຕນເຕນເບີກ ເລຂາທິການໃຫຍ່ນາໂຕ ພັດບໍ່ໄດ້ໃຫ້ຄຳວິຈານປະການໃດຕໍ່ເລື່ອງນີ້, ພຽງແຕ່ກ່າວວ່າ, ນາໂຕຄວນໃຫ້ການຊ່ວຍເຫຼືອທາງການທະຫານໄລຍະຍາວແກ່ອູແກຣນ ແລະ ຄົ້ນຄວ້າກົນໄກຮັບປະກັນດ້ານຄວາມໝັ້ນຄົງຂອງອູແກຣນ.

ນີ້ບໍ່ແມ່ນເລື່ອງຜິດປົກກະຕິ. ເມື່ອຫວນຄືນແລ້ວຈະໄດ້ເຫັນວ່າ, ການເຊື້ອເຊີນອູແກຣນເຂົ້າເປັນສະມາຊິກນາໂຕ ໄດ້ມີການວາງແຜນມາເປັນເວລາຫຼາຍປີແລ້ວ. ປີ 2008, ນາໂຕກໍໄດ້ປ່າວປະກາດວ່າ: “ໃນອະນາຄົດ, ອູແກຣນຈະເຂົ້າເປັນສະມາຊິກນາໂຕ”. ພາຍໃຕ້ຄວາມພະຍາຍາມຢ່າງບໍ່ລົດລະຂອງອາເມຣິກາ, ອູແກຣນໄດ້ຫຍັບເຂົ້າໃກ້ຕາເວັນຕົກເທື່ອລະກ້າວ. ໃນທີ່ສຸດ, ອູແກຣນໄດ້ຜ່ານກົດໝາຍປະຖິ້ມຖານະບໍ່ຮ່ວມກຸ່ມຂອງຕົນໃນປີ 2014, ຕັດສິນໃຈລົງເລິກການຮ່ວມມືກັບນາໂຕ. ຫຼັງຈາກນັ້ນ 5 ປີ, ອູແກຣນໄດ້ຈັດເອົາການເຂົ້າເປັນສະມາຊິກສະຫະພາບເອີຣົບ ແລະ ສະມາຊິກນາໂຕເປັນແນວທາງພື້ນຖານແຫ່ງຊາດ ແລະ ລະບຸໄວ້ໃນລັດຖະທຳມະນູນຂອງປະເທດຕົນ. ແຕ່ວ່າ, ອູແກຣນກໍຍັງບໍ່ໄດ້ເຂົ້າເປັນສະມາຊິກຂອງນາໂຕມາໂດຍຕະຫຼອດ, ໃນເມື່ອສົງຄາມດອນບາສໄດ້ເລີ່ມຂຶ້ນໃນປີ 2014, ເງື່ອນໄຂເບື້ອງຕົ້ນໃນການເຂົ້າເປັນສະມາຊິກນາໂຕຂອງອູແກຣນກໍບໍ່ໄດ້ສອດຄ່ອງແລ້ວ ນັ້ນກໍຄື: ປະເທດທີ່ບໍ່ຕົກຢູ່ໃນສະພາບການປະທະກັນດ້ວຍກຳລັງອາວຸດ.


ຂະບວນການອູແກຣນຢາກເຂົ້າເປັນສະມາຊິກນາໂຕ ໄດ້ເຕັມໄປດ້ວຍຄວາມບໍ່ແນ່ນອນຫຼາຍປະການ. ໃນຂະນະດຽວກັນ, ຖ້າອູແກຣນ “ເຂົ້າເປັນປະເທດສະມາຊິກນາໂຕແລ້ວ” ອາດຈະເຮັດໃຫ້ເກີດມີຜົນຮ້າຍຢ້ອນຫຼັງຫຼາຍຢ່າງ. ທ່ານດານີເອວ ເດວິດ ອະດີດນາຍທະຫານ, ນັກວິເຄາະນະໂຍບາຍການຕ່າງປະເທດຂອງອາເມຣິກາໄດ້ພິມບົດຄວາມລົງ “ວາລະສານຂ່າວສັບປະດາ” ຂອງອາເມຣິກາ ໂດຍກ່າວເຕືອນວ່າ, ອາເມຣິກາຄວນ “ປະຕິເສດ” ຕໍ່ບັນຫາສຳຄັນທີ່ເປັນຂໍກະແຈດັ່ງກ່າວຈາກທາງການເມືອງຢ່າງຖາວອນ. ຖ້າບໍ່ດັ່ງນັ້ນ, ອາດຈະເຮັດໃຫ້ສົງຄາມເພີ່ມຄວາມຮຸນແຮງຂຶ້ນອີກ ແລະ ຈົນເຖິງຂັ້ນເຮັດໃຫ້ສະຖານະການນິວເຄລຍຮຸນແຮງຂຶ້ນອີກ ເຊິ່ງຈະເກີດມີຜົນຮ້າຍຢ້ອນຫຼັງ “ລັກສະນະເປັນພິພິບັດຕໍ່ອູແກຣນ, ອາເມຣິກາ ແລະ ທົ່ວໂລກ”.

ນາໂຕກໍຍັງຄົງເປັນນາໂຕຄືເກົ່າ ແລະ ບໍ່ຢາກໃຫ້ມີການເຂົ້າແຊກແຊງການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນ ດ້ວຍກຳລັງອາວຸດ. ເພາະວ່າ ຖ້າສົງຄາມສູນເສຍການຄວບຄຸມແລ້ວນາໂຕແຊກແຊງເຂົ້າ ຈະເຮັດໃຫ້ນາໂຕປະສົບຄວາມເສຍຫາຍຢ່າງໜັກໜ່ວງ ຈົນເຖິງຂັ້ນແຕກສະຫຼາຍ. ຝ່າຍທີ່ຊ່າງຄິດໄລ່ຄືນາໂຕ ໂດຍສະເພາະແມ່ນອາເມຣິກາ ຈະບໍ່ດຳເນີນທຸລະກິດທີ່ຫຼຸບທຶນແບບນີ້. ເຮັດຄືປະຈຸບັນທີ່ນາໂຕສະໜອງອາວຸດ, ອູແກຣນເສຍເລືອດເນື້ອຂອງປະຊາຊົນປະເທດຕົນຈະດີກວ່າ. ອາດເວົ້າໄດ້ວ່າ, ອູແກຣນເປັນພຽງລູກໝາກເສິກໃນກຳມືນາໂຕເທົ່ານັ້ນ, ນາໂຕຈະບໍ່ເອົາໃຈໃສ່ຕໍ່ອູແກຣນຢ່າງແທ້ຈິງ. ສະນັ້ນ, ການຮຽກຮ້ອງເຂົ້າເປັນສະມາຊິກນາໂຕເທື່ອແລ້ວເທື່ອອີກ ກໍຍັງຖືກປະຕິເສດ, ອູແກຣນຄວນມີສະຕິຕື່ນຕົວໄດ້ແລ້ວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ