ເຫດການເຮືອບິນຕົກຢູ່ອິນໂດເນເຊຍເຮັດໃຫ້ມີຜູ້ຫາຍສາບສູນ 6 ຄົນ

2023-06-25 11:05:13 cri

ສື່ມວນຊົນອິນໂດເນເຊຍລາຍງານວ່າ, ວັນທີ 24 ມິຖຸນານີ້ຕາມເວລາທ້ອງຖິ່ນ, ພາກສ່ວນກູ້ໄພຂອງອິນໂດເນເຊຍໄດ້ດຳເນີນວຽກງານຊ່ວຍເຫຼືອກູ້ໄພຢູ່ຕາແສງອີເລີລິມແຂວງງປາປົວ ເພື່ອຄົ້ນຫາຜູ້ຫາຍສາບສູນໃນເຫດການເຮືອບິນຕົກທີ່ເກີດຂຶ້ນໃນວັນທີ 23 ມິຖຸນານີ້.


ເຈົ້າໜ້າທີ່ຕຳຫຼວດແຂວງປາປົວກ່າວວ່າ, ຕອນເຊົ້າວັນທີ 23 ມິຖຸນານີ້, ເຮືອບິນລຳໜຶ່ງໄດ້ຕົກຢູ່ຕາແສງເອເລີລິມແຂວງປາປົວຂອງອິນໂດເນເຊຍ, ຢູ່ເທິງເຮືອບິນມີ 6 ຄົນ, ລວມທັງຜູ້ໂດຍສານ 4 ຄົນ ແລະ ຈຸບິນ 2 ຄົນ. ຍ້ອນວ່າຈຸດເຮືອບິນຕົກຕັ້ງຢູ່ເຂດພູດອຍ ແລະ ອຸບັດເຫດໄດ້ເກີດຂຶ້ນໃນໄລຍະມີສະພາບອາກາດຮ້າຍແຮງ, ເຈົ້າໜ້າທີ່ຊ່ວຍເຫຼືອກູ້ໄພຈິ່ງມຸ່ງໜ້າໄປສູ່ເຂດເຮືອບິນຕົກໄດ້ຍາກ. ສະນັ້ນ, ຮອດວັນທີ 24 ມິຖຸນານີ້, ສາມາດເດີນທາງໄປເຖິງເຂດເຮືອບິນຕົກ, ເຈົ້າໜ້າທີ່ຊ່ວຍເຫຼືອກູ້ໄພຈິ່ງດຳເນີນວຽກງານຊ່ວຍເຫຼືອຢ່າງຮອບດ້ານ.