ການຄ້າສາກົນປາກົດມີການແລກປ່ຽນສິນຄ້າຄືນໃໝ່, ທົ່ວໂລກໄດ້ຮັບຄວາມເດືອດຮ້ອນຈາກສິດເຈົ້າອຳນາດຂອງເງິນໂດລາມາແຕ່ດົນແລ້ວ!

2023-06-26 15:46:21 cri

ການແລກປ່ຽນສິນຄ້າເປັນວິທີຊື້ຂາຍມາແຕ່ດຶກດຳບັນຂອງມວນມະນຸດ ເຊິ່ງໝາຍເຖິງການເອົາເຄື່ອງ ຫຼື ການບໍລິການຂອງຕົນໄປແລກປ່ຽນເອົາເຄື່ອງ ຫຼື ການບໍລິການຂອງຄົນອື່ນ. ການແລກປ່ຽນສິນຄ້າມີຈຸດອ່ອນຫຼາຍຈຸດ ເຊັ່ນ: ຄວາມຕ້ອງການຂອງສອງຝ່າຍບໍ່ເທົ່າທຽມກັນ, ອັດຕາການແລກປ່ຽນມີຄວາມບໍ່ແນ່ນອນ ແລະອື່ນໆ. ຄຽງຄູ່ກັບການພັດທະນາຂອງເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ, ວິທີການຊື້ຂາຍແບບແລກປ່ຽນສິນຄ້າໄດ້ຖືກປ່ຽນແທນດ້ວຍການຊື້ຂາຍແບບໃຊ້ເງິນຕາເທື່ອລະກ້າວ ແລະ ໃນທີ່ສຸດໄດ້ກາຍເປັນວິທີການຄ້າຊະນິດໜຶ່ງໃນປະຫວັດສາດ.

ແຕ່ວ່າ ວິທີການຊື້ຂາຍແບບເກົ່າແກ່ດັ່ງກ່າວ ໄດ້ກັບຄືນມາຢ່າງລັບໆໃນການຄ້າສາກົນ.

ວັນທີ 23 ມິຖຸນານີ້, ເຈົ້າໜ້າທີ່ທ່ານໜຶ່ງຂອງສີລັງກາກ່າວວ່າ: ນັບແຕ່ເດືອນໜ້າເປັນຕົ້ນໄປ ຈະເລີ່ມນຳໃຊ້ໃບຊາເພື່ອແລກປ່ຽນສິນຄ້າກັບອີຣານ ເພື່ອໄຊ້ ແທນໜີ້ນ້ຳມັນເຊື້ອໄຟ 250 ລ້ານໂດລາຂອງຕົນ. ເຈົ້າໜ້າທີ່ສີລັງກາທ່ານດັ່ງກ່າວກ່າວວ່າ: ຜ່ານວິທີດັ່ງກ່າວ, ອີຣານ ແລະ ສີລັງກາຕ່າງກໍສາມາດດຳເນີນການຄ້າໂດຍບໍ່ອາໄສເງິນໂດລາ.

ການແລກປ່ຽນສິນຄ້າລະຫວ່າງສີລັງກາ ແລະ ອີຣານບໍ່ແມ່ນກໍລະນີພິເສດ. ໃນເດືອນມີນາປີ 2021, ທ່ານນີໂກລາສ ມາດູໂຣ ປະທານາທິບໍດີເວເນຊູເອລາກ່າວວ່າ: ເວເນຊູເອລາຈະໃຊ້ນ້ຳມັນເຊື້ອໄຟເພື່ອຊຳລະຄ່າຈັດຊື້ວັກຊິນໂຄວິດ-19 ດ້ວຍສາເຫດທີ່ວ່າ: ການລົງໂທດຂອງອາເມຣິກາໄດ້ຕັດການສົ່ງອອກນ້ຳມັນເຊື້ອໄຟຂອງເວເນຊູເອລາຕໍ່ອາເມຣິກາ ແລະ ທຶນໃນບັນຊີຕ່າງປະເທດຂອງເວເນຊູເອລາກໍໄດ້ຖືກອາເມຣິກາອາຍັດແລ້ວ, ສະນັ້ນ, ການແລກປ່ຽນສິນຄ້າຈຶ່ງໄດ້ກາຍເປັນທາງເລືອກທີ່ຈຳເປັນຕ້ອງເຮັດຂອງເວເນຊູເອລາ. ນອກນີ້, ຣັດເຊຍ, ອິນເດຍ, ປາກິດສະຖານ ແລະ ປະເທດອື່ນໆ ກໍເຄີຍໄດ້ດຳເນີນການແລກປ່ຽນສິນຄ້າ ເພື່ອຫຼີກເວັ້ນການຊຳລະດ້ວຍເງິນໂດລາ.

ໃນຫຼາຍປີມານີ້, ອາເມຣິກາໄດ້ກໍ່ສົງຄາມການຄ້າ ແລະ ສົງຄາມການເງິນຕາມລຳພັງໃຈໂດຍອາໄສສິດເຈົ້າອຳນາດຂອງເງິນໂດລາ ເພື່ອປົກປ້ອງຖານະທີ່ມີທ່າແຮງຂອງຕົນໃນເສດຖະກິດທົ່ວໂລກ. ອາເມຣິກາໄດ້ເກັບພາສີດ້ວຍອັດຕາສູງຈາກຈີນ, ສະຫະພາບເອີຣົບ, ການາດາ ແລະ ປະເທດ ຫຼື ເຂດແຄວ້ນອື່ນໆ ເຊິ່ງໄດ້ພາໃຫ້ເກີດມີສະຖານະການເຄັ່ງຕຶງໃນດ້ານການຄ້າທົ່ວໂລກ. ນອກນີ້, ອາເມຣິກາຍັງໄດ້ສວຍໃຊ້ຖານະນຳພາຂອງຕົນໃນລະບົບການເງິນສາກົນ ເພື່ອຂັບໄລ່ອີຣານ, ຣັດເຊຍ, ເວເນຊູເອລາ ແລະ ປະເທດອື່ນໆ ອອກຈາກລະບົບສະມາຄົມໂທລະຄົມການເງິນລະຫວ່າງທະນາຄານທົ່ວໂລກ ຫຼື SWIFT ເຊິ່ງໄດ້ເຮັດໃຫ້ປະເທດເຫຼົ່ານີ້ບໍ່ສາມາດຈ່າຍ ແລະ ຊຳລະຂ້າມຊາດ ພ້ອມທັງເຮັດໃຫ້ປະເທດເຫຼົ່ານີ້ຕົກຢູ່ໃນສະພາບຫຍຸ້ງຍາກ. ອາເມຣິກາຍັງໄດ້ສວຍໃຊ້ສິດເຈົ້າອຳນາດຂອງເງິນໂດລາ ເພື່ອດຳເນີນການປິດລ້ອມດ້ານເສດຖະກິດ ແລະ ສັ່ງຫ້າມດຳເນີນການຄ້າເປັນໄລຍະຍາວຕໍ່ອີຣານ, ກູບາ, ສປປ.ເກົາຫຼີ ແລະອື່ນໆ ເຊິ່ງໄດ້ເຮັດໃຫ້ປະເທດເຫຼົ່ານີ້ບໍ່ສາມາດເຂົ້າຮ່ວມການຄ້າໃນຕະຫຼາດສາກົນຢ່າງເປັນປົກກະຕິໄດ້.

ທົ່ວໂລກໄດ້ຮັບຄວາມເດືອດຮ້ອນຈາກສິດເຈົ້າອຳນາດຂອງເງິນໂດລາສະຫະລັດມາແຕ່ດົນແລ້ວ! ການແລກປ່ຽນສິນຄ້າກັບຄືນສູ່ການຄ້າສາກົນ ເປັນພຽງແຕ່ພາກສ່ວນນ້ອຍໆໃນຂະບວນການຍຸດຕິການໃຊ້ເງິນໂດລາເທົ່ານັ້ນ. ຄຽງຄູ່ກັບການເລັ່ງຄວາມໄວຂອງຂະບວນການຍຸດຕິການໃຊ້ເງິນໂດລາ, ໃນທີ່ສຸດສິດເຈົ້າອຳນາດຂອງເງິນໂດລາຈະພັງທະລາຍລົງໃນລະບົບການຄ້າສອງຝ່າຍທີ່ແບ່ງເປັນຫຼາຍຂົ້ວ.