ອະນຸລັກດິນປູກຝັງປານກັບອະນຸລັກໝີແພນດາ

2023-06-26 18:10:08 cri



 

   ວັນທີ 25 ມິຖຸນາ2023ນີ້ເປັນວັນທີ່ດິນແຫ່ງຊາດຈີນຄົບຮອບ33ປີ. ຄຳຂວັນປະຈຳປີ2023ນີ້ແມ່ນ “ນຳໃຊ້ທີ່ດິນຢ່າງປະຢັດແລະມີປະສິດທິພາບສູງ, ຮັກສາເສັ້ນແດງດິນປູກຝັງຢ່າງເຂັ້ມງວດ.” ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານອະນຸລັກແລະນຳໃຊ້ດິນປູກຝັງມາໂດຍຕະຫຼອດ ໂດຍເພິ່ນໄດ້ມີທັດສະນະສຳຄັນແລະທິດທາງແຜນການຕ່າງໆຕໍ່ກັບວຽກງານດ້ານນີ້.

 

ດິນປູກຝັງຄືສິ່ງສຳຄັນທີ່ສຸດສຳລັບການຜະລິດພືດພັນທັນຍາຫານ, ສະພາບພື້ນຖານແຫ່ງຊາດຈີນທີ່ມີປະຊາກອນຫຼາຍແຕ່ມີເນື້ອທີ່ດິນປູກຝັງໜ້ອຍ ເຊິ່ງໄດ້ຕັດສິນແລ້ວວ່າ ຈີນຕ້ອງອະນຸລັກດິນປູກຝັງທີ່ຕິດພັນກັບບັນຫາສະບຽງອາຫານສຳລັບປະຊາຊົນຫຼາຍກວ່າ1,4ຕື້ຄົນອັນເປັນບັນຫາສຳຄັນນັ້ນໃຫ້ດີ ໂດຍບໍ່ໃຫ້ມີການຜິດພາດຢ່າງເດັດຂາດ.

 

ສະນັ້ນ ຄວນອະນຸລັກດິນປູກຝັງຄືແນວໃດ?

 

ຕໍ່ກັບເລື່ອງນີ້, ໃນກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນໃນທ້າຍປີ2021, ທ່ານສີຈິ້ນຜິງ ໄດ້ມີຄຳຊີ້ນຳວ່າ: “ຂໍ້ຮຽກຮ້ອງໃນການອະນຸລັກດິນປູກຝັງແມ່ນຕ້ອງຈະແຈ້ງທີ່ສຸດ, ດິນປູກຝັງ120ລ້ານເຮັກຕາຕ້ອງມີໃຫ້ຄົບຈຳນວນ, ດິນນາກໍແມ່ນດິນນາ ແລະຕ້ອງເປັນນາດີ”. ທ່ານສີຈິ້ນຜິງໄດ້ອະທິບາຍຂໍ້ຮຽກຮ້ອງແກນກາງຕໍ່ວຽກງານອະນຸລັກດິນປູກຝັງຈາກດ້ານປະລິມານ,ຄຸນນະພາບແລະວິທີນຳໃຊ້ຄື: ຮັກສາເສັ້ນແດງດິນປູກຝັງ120ລ້ານເຮັກຕາຢ່າງເຂັ້ມງວດ, ເຮັດໃຫ້ດິນປູກຝັງທີ່ມີຢູ່ໃນປັດຈຸບັນກາຍເປັນນາດີ, ສະກັດກັ້ນທ່າອ່ຽງການນຳໃຊ້ດິນປູກຝັງໄປໃນທາງທີ່ບໍ່ແມ່ນການຜະລິດກະສິກຳ, ປ້ອງກັນທ່າອ່ຽງການປູກພືດທີ່ບໍ່ແມ່ນສະບຽງອາຫານຢູ່ດິນປູກຝັງ ເພື່ອຮັບປະກັນໃຫ້ນາດີໃຊ້ສະເພາະແຕ່ການປູກພືດພັນທັນຍາຫານ.

 

ການອະນຸລັກດິນປູກຝັງ, ກ່ອນອື່ນຕ້ອງຮັບປະກັນປະລິມານ.

 

ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງເມື່ອປີ2013, ທ່ານສີຈິ້ນຜິງ ເຄີຍໄດ້ກ່າວເນັ້ນໜັກແລ້ວວ່າ: “ການຮັກສາເສັ້ນແດງດິນປູກຝັງ120ລ້ານເຮັກຕາຢ່າງເດັດດ່ຽວ, ບັນດາສະຫາຍໄດ້ຍື່ນໃບປະຕິຍານແລ້ວ, ຕ້ອງເຮັດໃຫ້ໄດ້, ບໍ່ໃຫ້ມີການຕໍ່ລອງແມ່ນແຕ່ໜ້ອຍດຽວ.”

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳສຳຄັນຕໍ່ວຽກງານອະນຸລັກດິນປູກຝັງມາຫຼາຍຄັ້ງແລ້ວເປັນຕົ້ນແມ່ນ: “ອະນຸລັກດິນປູກຝັງປານກັບອະນຸລັກໝີແພນດາ”, “ນຳໃຊ້ມາດຕະການໄມ້ແຂງ”ແລະອື່ນໆ.

 

   ໃນຊຸມປີຜ່ານມານີ້, ລະບຽບກົດໝາຍທີ່ກ່ຽວຂ້ອງກັບການອະນຸລັກດິນປູກຝັງຂອງຈີນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ສ້າງເສັ້ນຕ້ອງຫ້າມແຫ່ງຄວາມໝັ້ນຄົງດ້ານສະບຽງອາຫານຢ່າງແໜ້ນແກ່ນ.

 

   ຈີນໄດ້ປັບປຸງແລະປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນແລະ ຂໍ້ກຳນົດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄຸ້ມຄອງທີ່ດິນຕາມລຳດັບ, ກົດໝາຍວ່າດ້ວຍການອະນຸລັກດິນດຳກໍໄດ້ສ້າງຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ໂດຍໄດ້ກຳນົດໜ້າທີ່ຮັບຜິດຊອບຂອງແຕ່ລະຂັ້ນໃນການກວດສອບເປົ້າໝາຍອະນຸລັກດິນປູກຝັງຢ່າງເຂັ້ມງວດ, ລະບຽບການວ່າດ້ວຍການສ້າງຄວາມສົມດຸນລະຫວ່າງການຍຶດໃຊ້ກັບການທົດແທນດິນປູກຝັງ ແລະຄວາມດຸນດ່ຽງຂອງການຫັນປ່ຽນວິທີນຳໃຊ້ລະຫວ່າງດິນປູກຝັງກັບດິນກະສິກຳອື່ນໆ ໄດ້ຮັບການປະຕິບັດຢ່າງເຂັ້ມງວດຂຶ້ນເລື້ອຍໆ, ລະບຽບການ “ຫົວໜ້າດິນນາ” ໄດ້ແບ່ງຄວາມຮັບຜິດຊອບດິນທຸກຕອນໃຫ້ບຸກຄົນຢ່າງລະອຽດ. ຈີນໄດ້ກຳນົດຢ່າງຈະແຈ້ງວ່າ:ໜ້າທີ່ເປົ້າໝາຍການຮັກສາດິນປູກຝັງ120ລ້ານເຮັກຕາກັບດິນນາພື້ນຖານຖາວອນ100ລ້ານເຮັກຕາຈະຮັກສາໂດຍບໍ່ມີການປ່ຽນແປງຈົນເຖິງປີ2035.

 

   ນັບມາຮອດວັນທີ 16 ເມສາປີນີ້, ເນື້ອທີ່ດິນປູກຝັງທົ່ວປະເທດແມ່ນບັນລຸເຖິງປະມານ128ລ້ານເຮັກຕາ ໂດຍສາມາດບັນລຸເປົ້າໝາຍທີ່ຍອດປະລິມານດິນປູກຝັງທົ່ວປະເທດເພີ່ມຂຶ້ນເປັນສອງປີລຽນຕິດ.

 



   ການອະນຸລັກດິນປູກຝັງ ບໍ່ພຽງແຕ່ຕ້ອງຮັບປະກັນປະລິມານເທົ່ານັ້ນ ຍັງຕ້ອງຍົກສູງຄຸນນະພາບອີກດ້ວຍ.

 

   ຕໍ່ກັບເລື່ອງນີ້ ທ່ານສີຈິ້ນຜິງໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງຄື: “ການສ້າງດິນນາສະມັດຕະພາບສູງເປັນຈຸດສຸມກຳລັງສຳຄັນຈຸດໜຶ່ງ,ຕ້ອງຍຶດໝັ້ນສຸມກຳລັງເຂົ້າໃນດ້ານນີ້ຢ່າງເດັດດ່ຽວໜຽວແໜ້ນ, ຍົກສູງມາດຕະຖານແລະຄຸນນະພາບໃນການກໍ່ສ້າງ, ເພື່ອບັນລຸເປົ້າໝາຍທີ່ຮັບປະກັນໃຫ້ຜົນເກັບກ່ຽວໄດ້ໃນທຸກສະພາບດິນຟ້າອາກາດ, ມີສະມັດຕະພາບສູງແລະມີຜົນຜະລິດຢ່າງໝັ້ນທ່ຽງໄດ້ຢ່າງແທ້ຈິງ”, “ດິນນາກໍແມ່ນດິນນາ ແລະຕ້ອງເປັນນາດີ, ຕ້ອງສ້າງເຂດອຸດສາຫະກຳຄວາມໝັ້ນຄົງດ້ານສະບຽງອາຫານລະດັບຊາດ, ເພີ່ມທະວີການກໍ່ສ້າງຊົນລະປະທານ, ຈັດຕັ້ງປະຕິບັດໂຄງການອະນຸລັກດິນດຳ, ປັບປຸງດິນເຄັມໂດຍແຍກປະເພດ, ພະຍາຍາມສູ້ຊົນສ້າງໃຫ້ມີດິນນາສະມັດຕະພາບສູງປະມານ67ລ້ານເຮັກຕາ.”

 

   ອີງຕາມບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກກອມມູນິດຈີນໄດ້ລະບຸວ່າ: “ສ້າງດິນນາພື້ນຖານຖາວອນທັງໝົດໃຫ້ເປັນດິນນາສະມັດຕະພາບສູງເທື່ອລະກ້າວ”.

 

  ວັນທີ 11 ພຶດສະພາ2023ນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງນະຄອນຊ່າງໂຈ່ວແຂວງເຫີເປີຍ ເພິ່ນໄດ້ສຳຫຼວດກວດເບິ່ງທົ່ງນາເຂົ້າເບຣແຫ່ງໜຶ່ງທີ່ເປັນດິນເຄັມສາມາດທົນທານກັບຄວາມແຫ້ງແລ້ງໄດ້ຢູ່ເຂດຊ່ຽນຈ່ວງຕາແສງຈິ້ວເສີງເມືອງຫວງຮວາ ເພື່ອຮັບຮູ້ສະພາບການກ່ຽວກັບການປັບປຸງດິນເຄັມ, ການເຜີຍແຜ່ວິທີການປູກເຂົ້າເບຣຢູ່ດິນເຄັມແຫ້ງ ກໍຄືການຫັນເປັນອຸດສາຫະກຳ ເປັນຕົ້ນ. ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ຕ້ອງເລີ່ມຈາກສະພາບຕົວຈິງຂອງປະເທດພວກເຮົາທີ່ມີດິນເຄັມຫຼາຍ ແລະມີທ່າແຮງບົ່ມຊ້ອນອັນມະຫາສານໃນການພັດທະນາດິນເຄັມ, ເສີມຂະຫຍາຍບົດບາດສຳຄັນຕົ້ນຕໍຂອງການປະດິດສ້າງດ້ານວິທະຍາສາດເຕັກນິກ, ເພີ່ມທະວີການປັບປຸງແລະຍົກລະດັບດິນເຄັມໃຫ້ມີຄຸນນະພາບສູງຂຶ້ນ, ເພີ່ມທະວີການພັດທະນາແລະເຜີຍແຜ່ການປູກພືດພັນທີ່ເໝາະສຳລັບປູກຢູ່ໃນດິນເຄັມ, ເປີດກວ້າງເນື້ອທີ່ປູກພືດທີ່ເໝາະສຳລັບປູກຢູ່ໃນດິນເຄັມຢ່າງມີປະສິດທິຜົນ, ຕັ້ງໜ້າພັດທະນາອຸດສາຫະກຳການປຸງແຕ່ງລະອຽດ ເພື່ອພັດທະນາວຽກງານກະສິກຳທີ່ມີເອກະລັກພິເສດຢູ່ເຂດດິນເຄັມໃຫ້ດີ.”

 

   ການຍຶດໝັ້ນໃນການເອົາໃຈໃສ່ອະນຸລັກແລະພັດທະນາໄປພ້ອມກັນ, ເຜີຍແຜ່ເຕັກນິກການປັບປຸງດິນເຄັມໃຫ້ເປັນດິນປູກຝັງທີ່ດີ, ເປີດກວ້າງເນື້ອທີ່ປູກເຂົ້າເບຣຢູ່ດິນເຄັມແຫ້ງ… ນະຄອນຊ່າງໂຈ່ວໃນທຸກມື້ນີ້ກຳລັງສ້າງລະບົບການຜະລິດກະສິກຳເຂດແຄວ້ນແລະລະບົບຄ້ຳຊູດ້ວຍວິທະຍາສາດເຕັກນິກທີ່ສອດຄ່ອງກັບຈຸດພິເສດຂອງດິນເຄັມຂຶ້ນເທື່ອລະກ້າວ.

 



   ສູນກາງພັກກອມມູນິດຈີນໄດ້ຍຶດໝັ້ນທັດສະນະລະບົບ, ເລີ່ມຈາກແງ່ມູມພາກສ່ວນລວມແລະແນວຄິດຍຸດທະສາດ ໂດຍໄດ້ສະເໜີທິດທາງ “ມີສະບຽງອາຫານຂຶ້ນຢູ່ນຳທີ່ດິນ ມີສະບຽງອາຫານຂຶ້ນຢູ່ນຳເຕັກໂນໂລຊີ”, ເນື້ອໃນຈິດໃຈແກນກາງ

ກໍແມ່ນຖະໜອມຫວງແຫນຊັບພະຍາກອນ, ອີງໃສ່ວິທະຍາສາດເຕັກນິກໃນການເດີນຕາມເສັ້ນທາງພັດທະນາຢ່າງມີປະສິດທິພາບສູງ.

 

ການຮັດແໜ້ນພື້ນຖານຂອງດິນປູກຝັງ, ເຮັດໃຫ້ດິນນາກາຍເປັນນາດີ. ນັບມາຮອດວັນທີ 16 ເມສາປີນີ້, ກະຊວງຊັບພະຍາກອນທຳມະຊາດຂອງຈີນໃນເວລາດຳເນີນວຽກງານປັບປຸງທີ່ດິນແບບສັງລວມນັ້ນ, ໄດ້ຈັດເອົາດິນປູກຝັງເຂົ້າໃນການອະນຸລັກພູຜາ, ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ,ທົ່ງຫຍ້າແລະທະເລຊາຍແບບເຊື່ອມໂຍງແລະປົວແປງຢ່າງເປັນລະບົບ ໂດຍໄດ້ສ້າງຈຸດທົດລອງຢູ່28ແຂວງ, ເຂດປົກຄອງຕົນເອງແລະກຳແພງນະຄອນໃນທົ່ວປະເທດ ໂດຍຖືເອົາຕາແສງເປັນຫົວໜ່ວຍພື້ນຖານໃນການປະຕິບັດຈຳນວນ446ແຫ່ງ.

 

ການຮັດແໜ້ນພື້ນຖານຂອງດິນປູກຝັງ, ເຮັດໃຫ້ນາດີບັນລຸການພັດທະນາດ້ວຍຄຸນນະພາບສູງ. ນັບມາຮອດທ້າຍປີ2022, ທົ່ວປະເທດຈີນໄດ້ສ້າງໃຫ້ມີດິນນາສະມັດຕະພາບສູງລວມທັງໝົດປະມານ67ລ້ານເຮັກຕາ, ໂດຍສາມາດຄ້ຳປະກັນຄວາມສາມາດດ້ານການຜະລິດພືດພັນທັນຍາຫານໃຫ້ໄດ້ຫຼາຍກວ່າ 500ລ້ານໂຕນຢ່າງໜັກແໜ້ນ, ປີ2023ນີ້, ຈີນຈະສືບຕໍ່ເພີ່ມທະວີການສ້າງດິນນາສະມັດຕະພາບສູງຄື ສ້າງດິນນາສະມັດຕະພາບສູງໃຫ້ໄດ້ອີກ3ລ້ານເຮັກຕາ, ປັບປຸງດິນນາໃຫ້ມີຄຸນນະພາບສູງຂຶ້ນປະມານ 2,3ລ້ານເຮັກຕາ, ເພື່ອສ້າງເງືື່ອນໄຂທີ່ດີຫຼາຍກວ່າເກົ່າໃຫ້ກັບການຮັດແໜ້ນພື້ນຖານຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮອບບດ້ານ, ເລັ່ງສ້າງສາປະເທດທີ່ເຂັ້ມແຂງດ້ານກະສິກຳ.

 

  ດິນປູກຝັງໃນມື້ນີ້ຄືຖ້ວຍເຂົ້າໃນມື້ໜ້າ, ປະຊາຊົນຈີນໄດ້ກ້າວຂຶ້ນສູ່ຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານແລ້ວ, ບົນຂະບວນການນີ້, ຈີນຈະເຮັດຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ ອະນຸລັກດິນປູກຝັງປານກັບອະນຸລັກໝີແພນດາ, ພະຍາຍາມສູ້ຊົນເຮັດໃຫ້ທີ່ດິນທຸກຕອນກາຍເປັນ ຕອນດິນທີ່ສ້າງຜົນເກັບກ່ຽວໄດ້ຢ່າງອຸດົມສົມບູນ.