ການເຈລະຈາຮອບທີ 3 ກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈັດຂຶ້ນຢູ່ນະຄອນຄຸນມີງ

2023-06-26 17:17:44 cri


    ພິທີໄຂການເຈລະຈາຮອບທີ 3  ກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ໄດ້ຈັດຂຶ້ນຢູ່ນະຄອນຄຸນມີງ, ແຂວງຢູນນານຈີນ ໃນວັນທີ 25 ມິຖຸນານີ້. ການເຈລະຈາຄັ້ງນີ້ຈະດຳເນີນໄປລະຫວ່າງວັນທີ 24-27 ມິຖຸນານີ້, ໂດຍມີເຈົ້າໜ້າທີ່ປະມານ 370 ທ່ານ ທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງຂອງຈີນ, 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

    ທ່ານຫວາງໂຊ້ເວີນ ຜູ້ຕາງໜ້າການເຈລະຈາການຄ້າສາກົນກະຊວງການຄ້າຈີນ ທັງເປັນຮອງລັດຖະມົນຕີກະຊວງການຄ້າຈີນໄດ້ກ່າວຄຳປາໄສໃນພິທີໄຂວ່າ: ການສ້າງເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະຍົກສູງລະດັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນຢ່າງຮອບດ້ານ, ໂດຍຜ່ານການເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ການຜະລິດລະຫວ່າງສອງຝ່າຍ, ຊຸກຍູ້ໃຫ້ສາຍພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍພັດທະນາດ້ວຍຄຸນນະພາບສູງ, ກະຕຸ້ນຂະບວນການເສດຖະກິດພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບບັນດາປະເທດສະມາຊິກອາຊຽນ, ສ້າງສົນທິສັນຍາແບບກວມລວມ, ທັນສະໄໝ, ຮອບດ້ານ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.