ແມ່ຍິງຈີນ-ຫວຽດນາມຮ່ວມກັນຈັດກິດຈະກຳໂຄສະນາການຕ້ານຢາເສບຕິດ

2023-06-27 14:58:12 cri

 

    ກິດຈະກຳໂຄສະນາວັນຕ້ານຢາເສບຕິດສາກົນ 26 ມິຖຸນາ 2023 ພາຍໃຕ້ຫົວຂໍ້ “ແມ່ຍິງຈີນ-ຫວຽດນາມເກາະແຂນຮ່ວມມືກັນ ຫ້າມບໍ່ໃຫ້ຢາເສບຕິດເຂົ້າສູ່ບ້ານເມືອງ” ໄດ້ຈັດຂຶ້ນຢູ່ເມືອງຫຼົງໂຈວ່, ນະຄອນສົງໂຈ, ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຈີນ ໃນວັນທີ 26 ມິຖຸນານີ້, ເພື່ອຊຸກຍູ້ການສ້າງເຂດຊາຍແດນທີ່ປອດຢາເສບຕິດ, ສົ່ງເສີມຄວາມປອງດອງກັນ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ.



    ສະມາຊິກສະຫະພັນແມ່ຍິງ ແລະ ຜູ້ຮັບຜິດຊອບອົງການປາບຢາເສບຕິດແຫ່ງຕ່າງໆຂອງເຂດກວາງຊີຈີນ, ຜູ້ຕາງໜ້າແມ່ຍິງທີ່ມາຈາກສະຫະພັນແມ່ຍິງ ແລະ ພະແນກປ້ອງກັນຄວາມສະຫງົບແຂວງກວາງນີງ ຫວຽດນາມ, ພ້ອມດ້ວຍເຂດຊາຍແດນຈີນ-ຫວຽດນາມ ທັງໝົດ 400 ກວ່າທ່ານໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ຜູ້ຕາງໜ້າສອງປະເທດຈີນ-ຫວຽດນາມໄດ້ຮ່ວມກັນອ່ານບົດຂໍ້ລິເລີ່ມການຕ້ານຢາເສບຕິດ, ແລກປ່ຽນເອກະສານໂຄສະນາການຕ້ານຢາເສດຕິດ, ຢ້ຽມຢາມສູນໂຄສະນາການຕ້ານຢາເສບຕິດ, ພ້ອມທັງຈັດກິດຈະກຳຕອບຄຳຖາມເອົາລາງວັນ ແລະ ແຈກຢາຍເອກະສານໂຄສະນາເປັນຕົ້ນ.