ເຫດການເຄື່ອງດຳນ້ຳ Titan ຫາຍສາບສູນໄດ້ຮັບຄວາມສົນໃຈຫຼາຍກວ່າເຫດການເຮືອຊາວອົບພະຍົບຫຼົ້ມ ເຊິ່ງສະແດງໃຫ້ເຫັນວ່າ: ສື່ມວນຊົນປະເທດຕາເວັນຕົກບໍ່ພຽງແຕ່ຂາດມະນຸດສະທຳເທົ່ານັ້ນ

2023-06-27 15:38:31 cri

ວັນທີ 18 ມິຖຸນານີ້, ເຄື່ອງດຳນ້ຳ Titan ລຳໜຶ່ງຂອງອາເມຣິກາທີ່ໄປສຳຫຼວດຊາກກຳປັ່ນ Titanic ນັ້ນ ໄດ້ຫາຍສາບສູນພາຍຫຼັງດຳນ້ຳໄປຮອດພື້ນທະເລ. ໃນໄລຍະ 1 ອາທິດພາຍຫຼັງເກີດເຫດການດັ່ງກ່າວ, ສື່ມວນຊົນປະເທດຕາເວັນຕົກໄດ້ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍຕໍ່ເຫດການເຄື່ອງດຳນ້ຳຫາຍສາບສູນ ແລະ ໄດ້ກາຍເປັນຈຸດສຸມໃນທົ່ວປະເທດອາເມຣິກາ ກໍຄືທົ່ວໂລກ. ຄວາມປອດໄພຂອງຜູ້ໂດຍສານ 5 ຄົນທີ່ຢູ່ໃນເຄື່ອງດຳນ້ຳດັ່ງກ່າວລວມທັງມະຫາເສດຖີຄົນໜຶ່ງ ແລະ ການເຄື່ອນໄຫວກູ້ໄພຕາມຫຼັງ  ກໍໄດ້ກາຍເປັນຈຸດສຸມທີ່ທົ່ວໂລກສົນໃຈ. ຈົນຮອດວັນທີ 22 ມິຖຸນານີ້ ໄດ້ຢືນຢັນວ່າເຄື່ອງດຳນ້ຳເກີດການລະເບີດ ແລະ ຜູ້ໂດຍສານ 5 ຄົນເສຍຊີວິດໝົດແລ້ວ, ຄວາມສົນໃຈຕໍ່ເຫດການດັ່ງກ່າວຈຶ່ງຄ່ອຍໆຈືດຈາງລົງ.

ແຕ່ມີອີກເຫດການໜຶ່ງທີ່ຮ້າຍແຮງກວ່າເຫດການດັ່ງກ່າວທີ່ເກີດຂຶ້ນໃນໄລຍະດຽວກັນ ພັດບໍ່ໄດ້ຮັບຄວາມສົນໃຈຢ່າງພຽງພໍຈາກສື່ມວນຊົນ ແລະ ປະຊາຊົນປະເທດຕາເວັນຕົກ. ວັນທີ 14 ມິຖຸນານີ້, ເຮືອຊາວອົບພະຍົບລຳໜຶ່ງໄດ້ເກີດອຸບັດເຫດຂວ້ຳ ແລະ ຫຼົ້ມຢູ່ເຂດທະເລທີ່ໃກ້ກັບເກຣັກ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ ແລະ ຫາຍສາບສູນ 500 ຄົນ. ນີ້ແມ່ນໜຶ່ງໃນອຸບັດເຫດທາງທະເລທີ່ຮ້າຍແຮງທີ່ສຸດຢູ່ເອີຣົບໃນຫຼາຍປີມານີ້, ແຕ່ໃນການລາຍງານຂ່າວຂອງສື່ມວນຊົນປະເທດຕາເວັນຕົກ ໄດ້ກາຍເປັນຂ່າວໜຶ່ງທີ່ທຳມະດາ ແລະ ບໍ່ຄ່ອຍໄດ້ຮັບຄວາມສົນໃຈປານໃດ. ໃນການລາຍງານຂ່າວກ່ຽວກັບເຫດການດັ່ງກ່າວ, ສື່ມວນຊົນປະເທດຕາເວັນຕົກໄດ້ເອີ້ນຊາວອົບພະຍົບໃນເຮືອລຳດັ່ງກ່າວວ່າເປັນ “ຊາວອົບພະຍົບທີ່ຜິດກົດໝາຍ” ,“ຜູ້ລັກລອບເຂົ້າເມືອງ”, ຖືເຂົາເຈົ້າເປັນຄວາມກົດດັນ ແລະ ໄພຂົ່ມຂູ່ຕໍ່ສັງຄົມເອີຣົບ, ແຕ່ບໍ່ແມ່ນຖືເຂົາເຈົ້າເປັນເພື່ອມະນຸດເພື່ອໃຫ້ຄວາມເຄົາລົບ ແລະ ຄວາມເຫັນໃຈ.

ການໃຫ້ລະດັບຄວາມສົນໃຈທີ່ຕ່າງກັນຢ່າງຈະແຈ້ງໃນສອງເຫດການດັ່ງກ່າວ ໄດ້ເຜີຍແບຄ່ານິຍົມທີ່ບິດບ້ຽວຂອງສື່ມວນຊົນປະເທດຕາເວັນຕົກ.

ສື່ມວນຊົນປະເທດຕາເວັນຕົກເອົາໃຈໃສ່ແຕ່ຄົນ ແລະ ເລື່ອງໃນປະເທດຕົນ ຫຼື ວົງວັດທະນະທຳຕົນ, ແຕ່ບໍ່ເອົາຫົວຊາ ແລະ ມີຄວາມເມີຍເສີຍຕໍ່ຄົນ ແລະ ເລື່ອງທີ່ເກີດຂຶ້ນຢູ່ນອກປະເທດຕົນ ແລະ ວົງວັດທະນະທຳຕົນ. ເມື່ອເຫດການເກີດຂຶ້ນຢູ່ໃນກຸ່ມຄົນທຸກຍາກ, ສື່ມວນຊົນປະເທດຕາເວັນຕົກມັກທຳທ່າຫູບໍ່ໄດ້ຍິນ; ເມື່ອຜູ້ປະສົບໄພແມ່ນກຸ່ມຄົນສ່ວນໜ້ອຍທີ່ຮັ່ງມີ, ສື່ມວນຊົນປະເທດຕາເວັນຕົກມັກໃຫ້ຄວາມສົນໃຈຫຼາຍກວ່າ.

ເຫດການເຄື່ອງດຳນ້ຳ Titan ຫາຍສາບສູນໄດ້ຮັບຄວາມສົນໃຈຫຼາຍກວ່າເຫດການເຮືອຊາວອົບພະຍົບຫຼົ້ມ, ນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ສື່ມວນຊົນປະເທດຕາເວັນຕົກໃນປັດຈຸບັນບໍ່ພຽງແຕ່ຂາດມະນຸດສະທຳເທົ່ານັ້ນ, ຍັງຂາດຄວາມຮັບຜິດຊອບຕໍ່ສັງຄົມໂດຍພື້ນຖານອີກດ້ວຍ. ຄ່ານິຍົມແບບນີ້ເປັນຄ່ານິຍົມທີ່ເຫັນແກ່ຕົວ, ຄັບແຄບ, ລຳອຽງ ແລະ ເປັນເຈົ້າອຳນາດ ເຊິ່ງຝືນກັບອະລິຍະທຳ ແລະ ຄວາມກ້າວໜ້າຂອງມວນມະນຸດ.