ອາເມຣິກາຖິ້ມໂທດໃຫ້ຈີນໃນບັນຫາເຟນຕານິວພາຍໃນປະເທດຈະມີກົນອຸບາຍຫຍັງ?

2023-06-28 17:17:48 cri

ເຟນຕານິວແມ່ນຢາປະເພດທີ່ມີສ່ວນຜະສົມທີ່ກັ່ນຈາກຕົ້ນຝິ່ນ ຫຼື ໂອປີອອຍທີ່ມີປະສິດທິພາບສູງຊະນິດໜຶ່ງ, ສາມາດໃຊ້ ເພື່ອຮັກສາອາການເຈັບປວດຢ່າງຮຸນແຮງ, ແຕ່ກໍຈະເຮັດໃຫ້ຕິດຢາງ່າຍ ຫຼື ໃຊ້ຫຼາຍແລ້ວຈະເຮັດໃຫ້ຜູ້ກ່ຽວເສຍຊີວິດກໍເປັນໄດ້.


ປັດຈຸບັນ, ອາເມຣິກາພວມຜະເຊີນກັບວິກິດການຢາປະເພດໂອປີອອຍ ທີ່ເກີດມາຈາກເຟນຕານິວ ແລະ ຢາຊະນິດອື່ນໆ. ຕາມສະຖິຕິ, ໃນປີ 2021, ມີຊາວອາເມຣິກາຫຼາຍກວ່າ 1 ແສນຄົນເສຍຊີວິດຍ້ອນສູບຢາເສບຕິດຫຼາຍເກີນໄປ, ໃນນັ້ນ, ມີ 66% ເສຍຊີວິດຍ້ອນໃຊ້ຢາປະເພດທີ່ມີສ່ວນຜະສົມຈາກຝິ່ນ ເຊັ່ນ: ເຟນຕານິວ ຢ່າງຊະຊາຍ. ນີ້ເປັນບັນຫາສັງຄົມທີ່ໜັກໜ່ວງ, ຕ້ອງການໃຫ້ລັດຖະບານ ແລະ ວົງການຕ່າງໆໃນສັງຄົມອາເມຣິກາພະຍາຍາມແກ້ໄຂຮ່ວມກັນ. ແຕ່ວ່າ, ລັດຖະບານອາເມຣິກາພັດບໍ່ເອົາຫົວຊາຕໍ່ຄວາມຮັບຜິດຊອບຂອງຕົນໃນການເສຍການຄວບຄຸມຕໍ່ເຟນຕານິວ, ພັດມາຖິ້ມໂທດໃສ່ຈີນ ໂດຍກ່າວໂທດຈີນເປັນແຫຼ່ງຕົ້ນຕໍທີ່ເຮັດໃຫ້ອາເມຣິກາໃຊ້ເຟນຕານິວຢ່າງຊະຊາຍ.

ນີ້ເປັນການກ່າວໂທດທີ່ໄຮ້ເຫດຜົນທີ່ສຸດ ແລະ ກໍບໍ່ມີນ້ຳໃຈຮັບຜິດຊອບແມ່ນແຕ່ໜ້ອຍ.

ການທີ່ອາເມຣິກາກ່າວໂທດຈີນຢ່າງໄຮ້ເຫດຜົນແບບນີ້, ທີ່ຈິງແລ້ວແມ່ນມີຈຸດປະສົງທາງການເມືອງທີ່ເລິກແລບຫຼາຍກວ່າ.


ດ້ານໜຶ່ງ, ອາເມຣິກາຢາກຖືໂອກາດນີ້ ຫັນເຫສາຍຕາ ແລະ ຄວາມບໍ່ພໍໃຈຂອງປະຊາຊົນພາຍໃນປະເທດ ຕໍ່ກໍລະນີທີ່ອາເມຣິກາຊຳລະແກ້ໄຂວິກິດການຢາປະເພດໂອປີອອຍບໍ່ໄດ້ດີ ໂດຍຖືເອົາຈີນເປັນແກະຮັບບາບກໍຄືເປົ້າໝາຍກ່າວໂຈມຕີ. ອີກດ້ານໜຶ່ງ, ອາເມຣິກາຢາກຖືໂອກາດນີ້ສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນ, ເພື່ອສ້າງຂໍ້ອ້າງ ແລະ ຫາງສຽງ ໃນການກົດດັນ ແລະ ສະກັດກັ້ນການພັດທະນາຂອງຈີນ ເຊິ່ງນີ້ກໍແມ່ນວິທີໜຶ່ງ ໃນການປະຕິບັດອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກຈີນ” ຂອງອາເມຣິກາ. ອາເມຣິກາເຈຕະນາທຳລາຍມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງຈີນ ແລະ ປະເທດອື່ນ ດ້ວຍຮູບການນີ້ ໂດຍປຸກປັ່ນໃຫ້ປະເທດອື່ນ ຕັດສາຍພົວພັນດ້ານເສດຖະກິດກັບຈີນ.

ແຕ່ວ່າ, ການກະທຳແບບຖິ້ມໂທດຂອງອາເມຣິການີ້ ຈະມີຂໍ້ບົກຜ່ອງຫຼາຍບ່ອນ. ກ່ອນອື່ນ, ອາເມຣິກາບໍ່ມີຫຼັກຖານແທ້ໆ ທີ່ຢືນຢັນໄດ້ວ່າ ຈີນແມ່ນແຫຼ່ງຕົ້ນຕໍທີ່ເຮັດໃຫ້ຢາເຟນຕານິວແຜ່ຜາຍຢ່າງຊະຊາຍພາຍໃນປະເທດອາເມຣິກາ. ສອງ, ມີຫຼາຍປະເທດໃນໂລກ ເຊັ່ນ: ຫຼາຍປະເທດໃນເອີຣົບ, ຍີ່ປຸ່ນ, ສ.ເກົາຫຼີເປັນຕົ້ນ ລ້ວນແຕ່ໄດ້ຮັກສາການໄປມາຫາສູ່ດ້ານເສດຖະກິດການຄ້າ ແລະ ການແລກປ່ຽນປະຊາຊົນກັບຈີນ, ແຕ່ປະເທດເຫຼົ່ານີ້ບໍ່ເກີດມີບັນຫາທີ່ໃຊ້ຢາເຟນຕານິວຢ່າງຊະຊາຍ ເຊິ່ງສະແດງໃຫ້ເຫັນວ່າ: ຂໍກະແຈກ່ຽວກັບບັນຫາເຟນຕານິວບໍ່ຢູ່ນຳຈີນ, ຫາກຢູ່ນຳອາເມຣິກາເອງ.


ທີ່ຈິງແລ້ວ, ຈີນມີກົດໝາຍ ແລະ ມາດຕະການຕິດຕາມຄຸ້ມຄອງທີ່ເຂັ້ມງວດ ຕໍ່ການຜະລິດ ແລະ ການສົ່ງອອກຢາປະເພດເຟນຕານິວ. ໃນປີ 2018, ໂກຕາຢາເຟນຕານິວຂອງອາເມຣິກາມີເຖິງ 1,19 ໂຕນ, ແຕ່ປີນັ້ນ, ປະລິມານຜະລິດຢາເຟນຕານິວຂອງຈີນມີພຽງແຕ່ 50,03 ກິໂລເທົ່ານັ້ນ, ຜົນຜະລິດໜ້ອຍປານນັ້ນ, ຈີນໃຊ້ເອງກໍຍັງບໍ່ພໍເທື່ອ, ຈະມີເຟນຕານິວສົ່ງອອກຕໍ່ອາເມຣິກາເປັນຈຳນວນຫຼວງຫຼາຍໄດ້ແນວໃດ? ສ່ວນເຟນຕານິວຂອງອາເມຣິກາຕົ້ນຕໍແມ່ນນຳເຂົ້າຈາກແມັກຊິກ, ກຸ່ມຄ້າຂາຍຢາເສບຕິດຂອງແມັກຊິກໄດ້ຜະລິດເຟນຕານິວເຫຼົ່ານີ້ດ້ວຍຜະລິດຕະພັນເຄມີ ແລ້ວຂົນສົ່ງເຂົ້າອາເມຣິກາ. ແຕ່ສິ່ງທີ່ບໍ່ເປັນຈັ່ງບຸນນັ້ນກໍຄື: ສຳນັກງານປາບປາມຢາເສບຕິດຂອງອາເມຣິກາໄຮ້ຄວາມສາມາດໃນການໂຈມຕີກຸ່ມຄ້າຂາຍຢາເສບຕິດເຫຼົ່ານີ້, ພັດກັບມາຖິ້ມໂທດໃສ່ຈີນບໍ່ໄດ້ຄວບຄຸມການສົ່ງອອກຢາເຟນຕານິວ.

ບັນຫາເຟນຕານິວແມ່ນບັນຫາລັກສະນະສາກົນ, ຕ້ອງການໃຫ້ປະເທດຕ່າງໆພະຍາຍາມຮ່ວມກັນຈິ່ງຈະສາມາດແກ້ໄຂໄດ້ຢ່າງບັງເກີດຜົນ. ອາເມຣິກາບໍ່ຄວນຖິ້ມໂທດໃສ່ຈີນ, ຫາກຄວນສຳຫຼວດຕົນເອງ ເພື່ອຊອກຫາວິທີແກ້ໄຂບັນຫາເຟນຕານິວຢ່າງເຖິງຖອງ. ເຮັດແບບນີ້, ຈິ່ງຈະສາມາດປົກປ້ອງສຸຂະພາບທາງຊີວິດຂອງປະຊາຊົນອາເມຣິກາໄດ້ຢ່າງແທ້ຈິງ ແລະ ຈິ່ງຈະສາມາດປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກໄດ້.