ກອງທັບຈີນ-ຫວຽດນາມດຳເນີນການລາດຕະເວນຮ່ວມຕາມອ່າວເປີຍປູ້ຄັ້ງທີ 34

2023-06-28 11:35:22 cri

 

    ອີງຕາມສັນຍາທີ່ກ່ຽວຂອງ ແລະ ແຜນດຳເນີນງານປະຈຳປີລະຫວ່າງກອງທັບສອງປະເທດຈີນ-ຫວຽດນາມ, ກອງກຳປັ່ນຂອງກອງທັບເຮືອຈີນ-ຫວຽດນາມໄດ້ເລີ່ມດຳເນີນການລາດຕະເວນຮ່ວມຕາມອ່າວເປີຍປູ້ຄັ້ງທີ 34 ຢູ່ເຂດທະເລອ່າວເປີຍປູ້ ໃນວັນທີ 27 ມິຖຸນານີ້.

    ສອງຝ່າຍຕ່າງໄດ້ສົ່ງກຳປັ່ນກອງທັບເຮືອ 2 ລຳ, ສ່ວນຝ່າຍຈີນແມ່ນສົ່ງກຳປັ່ນກວາງຢວນ ແລະ ກຳປັ່ນຮັ້ນຈົ່ງຂອງກອງທັບເຮືອເຂດສູ້ຮົບພາກໃຕ້ເຂົ້າຮ່ວມການລາດຕະເວນຮ່ວມໃນຄັ້ງນີ້.

ໃນໄລຍະດຳເນີນການລາດຕະເວນຮ່ວມຄັ້ງນີ້, ກອງກຳປັ່ນສອງຝ່າຍຈະເພີ່ມທະວີການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ແນະນຳຂໍ້ມູນຕ່າງໆ ເຊັ່ນ: ອຸຕຸນິຍົມ ແລະ ອຸທົກກະສາດຢູ່ເຂດທະເລລາດຕະເວນ, ສະພາບອາກາດ ແລະທະເລ,  ທິດທາງ ແລະ ຄວາມໄວການເດີນທະເລຂອງກອງກຳປັ່ນ ແລະ ອື່ນໆ ໃຫ້ກັນ ແລະກັນຊາບ.