ໄຂກອງປະຊຸມສຸດຍອດສື່ມວນຊົນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

2023-06-28 15:21:46 CRI

 

ຕາມຂ່າວCRI: ວັນທີ 27 ມິຖຸນານີ້, ກອງປະຊຸມສຸດຍອດສື່ມວນຊົນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ແຂກຜູ້ມີກຽດຈາກຈີນແລະຕ່າງປະເທດເຫັນວ່າ: ນັບແຕ່ໄດ້ເລີ່ມດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນມາ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນລາວ, ຈີນ, ໄທ, ມຽນມາ, ກຳປູເຈຍແລະຫວຽດນາມເຊິ່ງເປັນ 6 ປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຫວັງວ່າຜ່ານການຮ່ວມມືດ້ານສື່ມວນຊົນຈະຊຸກຍູ້ໃຫ້ມີການແລກປ່ຽນລະຫວ່າງມວນຊົນ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ.

 


ກອງປະຊຸມສຸດຍອດຄັ້ງນີ້ໂດຍການເປັນເຈົ້າພາບຈັດຂຶ້ນຂອງໜັງສືພິມເຢິມມິນຢື້ປາວຈີນ, ມີຫົວຂໍ້ວ່າ: ຮ່ວມກັນສົນທະນາກ່ຽວກັບການເຊື່ອມຕໍ່ຈິດໃຈປະຊາຊົນ, ຮ່ວມກັນຕ້ອນຮັບອະນາຄົດອັນດີງາມ. ມີຜູ້ຕາງໜ້າ 130 ກວ່າທ່ານທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງແລະສື່ມວນຊົນຫຼັກຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຂົ້າຮ່ວມ, ໂດຍໄດ້ແລກປ່ຽນແລະເປິກສາຫາລືຢ່າງເລິກເຊິ່ງກ່ຽວກັບການບັນລຸການພັດທະນາໂດຍສັນຕິ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການເຊື່ອມຕໍ່ຈິດໃຈປະຊາຊົນໃນພາກພື້ນຄືແນວໃດ, ແລະການປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ.