ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີ:ປະຕິເສດຄວາມກົດດັນຈາກພາຍໃນເອີຣົບ ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນ

2023-06-28 15:02:32 cri


ເມື່ອບໍ່ດົນມານີ້, ທ່ານຊີຈາກໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີໄດ້ໃຫ້ສຳພາດຕໍ່ນາງໂຈ່ຢຸ້ນ ນັກຂ່າວ CMG ກ່ຽວກັບບັນຫາ: ທ່ານຕີລາຄາການພົວພັນລະຫວ່າງຈີນ-ຮົງກາຣີສອງປະເທດຄືແນວໃດ? ແລະມີຄວາມເຫັນຄືແນວໃດຕໍ່ການຂະຫຍາຍຕົວຂອງສາຍພົວພັນສອງປະເທດໃນອະນາຄົດ?


ທ່ານຊີຈາກໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີກ່າວວ່າ: ບໍ່ເທົ່າໃດປີກ່ອນ, ຜູ້ນຳສອງປະເທດໄດ້ຍົກລະດັບສາຍພົວພັນຂອງສອງປະເທດຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ເມື່ອເວົ້າເຖິງການຮ່ວມມືຍຸດທະສາດ, ພວກເຮົາບໍ່ແມ່ນເວົ້າພຽງແຕ່ປາກເປົ່າເທົ່ານັ້ນ, ແຕ່ໄດ້ຊຸກຍູ້ການປະຕິບັດງານຢ່າງແທ້ຈິງ. ຄວາມຈິງຢືນຢັນໃຫ້ເຫັນວ່າ, ໃນຊຸມປີຜ່ານມານີ້, ການຮ່ວມມືສອງຝ່າຍແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ, ຂ້າພະເຈົ້າຄິດວ່າ ຂໍກຸນແຈສຳຄັນຄື, ພວກເຮົາໄດ້ສ້າງສາຍພົວພັນຄູ່ຮ່ວມບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ. ພວກເຮົາບໍ່ເຄີຍຊີ້ໄມ້ຊີ້ມືວ່າ ຊາວຈີນຄວນເຮັດແນວໃດຈຶ່ງສາມາດດຳລົງຊີວິດຂອງຕົນໃຫ້ດີ; ພວກເຮົາບໍ່ເຄີຍມີເຈຕະນາ ສອນໃຫ້ຊາວຈີນຄວນນຳໃຊ້ຮູບແບບການດຳລົງຊີວິດຄືແນວໃດ; ພວກເຮົາໄດ້ປະຕິເສດຄວາມກົດດັນຈາກພາຍໃນເອີຣົບມາໂດຍຕະຫຼອດ, ປະຕິເສດບໍ່ຕຳໜິວິຈານ ຫຼື ຊີ້ໄມ້ຊີ້ມືໃສ່ຈີນ. ສະນັ້ນຂ້າພະເຈົ້າຄິດວ່າ, ສາຍພົວພັນແບບເຄົາລົບເຊິ່ງກັນແລະກັນລະຫວ່າງສອງປະເທດໄດ້ຮັບໝາກຜົນທີ່ພົ້ນເດັ່ນແລ້ວ. ນອກຈາກໝາກຜົນການຮ່ວມມືທີ່ທ່ານໄດ້ເວົ້າມາແລ້ວນັ້ນ, ຂ້າພະເຈົ້າຢາກເວົ້າເພີ່ມເຕີມວ່າ, ພວກເຮົາພາກພູມໃຈຫຼາຍທີ່ໄດ້ກາຍເປັນເປົ້າໝາຍການລົງທຶນໃຫຍ່ອັນດັບໜຶ່ງຂອງວິສາຫະກິດຈີນຢູ່ພາກພື້ນເອີຣົບກາງ. ຊຸມປີມໍ່ໆມານີ້, ຈີນໄດ້ກາຍເປັນປະເທດແຫຼ່ງທຶນໃຫຍ່ທີ່ສຸດຂອງຮົງກາຣີຫຼາຍປີລຽນຕິດ. ປີນີ້ກໍເຊັ່ນດຽວກັນ. ບໍລິສັດໃຫຍ່ຫຼາຍແຫ່ງຂອງຈີນຕົກລົງໄປລົງທຶນຢູ່ຮົງກາຣີ. ບໍລິສັດ CATL ຂອງຈີນເປັນຜູ້ຜະລິດໝໍ້ໄຟລົດພະລັງງານໃໝ່ໃຫຍ່ອັນດັບໜຶ່ງຂອງໂລກ, ປັດຈຸບັນໃກ້ຈະສຳເລັດການລົງທຶນກໍ່ສ້າງໃໝ່ ຫຼື  Greenfield-Investment ຂະໜາດໃຫຍ່ທີ່ສຸດໃນປະຫວັດການພັດທະນາເສດຖະກິດຂອງຮົງກາຣີ. ຍັງມີບໍລິສັດລົດພະລັງງານໃໝ່ຂອງຈີນນັບມື້ນັບຫຼາຍຈະສ້າງສາຂາເອີຣົບຢູ່ຮົງກາລີ. ນີ້ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ພວກເຮົາ, ເພາະພວກເຮົາບໍ່ເຄີຍຖືຈີນເປັນຄວາມສ່ຽງ ຫຼື ໄພຂົ່ມຂູ່ຈັກເທື່ອ. ພວກເຮົາໄດ້ປະຕິເສດການກະທຳແບບນີ້ຢູ່ເອີຣົບມາໂດຍຕະຫຼອດ. ສະນັ້ນ, ພວກເຮົາບໍ່ສາມາດເຂົ້າໃຈຖ້ອຍຄຳທີ່ເອີ້ນວ່າ “ຕັດສາຍພົວພັນ” ຫຼື “ລຶບລ້າງຄວາມສ່ຽງ”. ຍ້ອນວ່າ ບໍ່ມີ “ຄວາມສ່ຽງ”, ຊິລຶບລ້າງຄວາມສ່ຽງໄດ້ແນວໃດ? ພວກເຮົາມີຄວາມເຫັນມາໂດຍຕະຫຼອດວ່າ ການຮ່ວມມືກັບຈີນຈະບັນລຸເປົ້າໝາຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃນອະນາຄົດພວກເຮົາຈະສືບຕໍ່ເຮັດແນວນີ້ເຊັ່ນດຽວກັນ.