ການຢ້ຽມຢາມຈີນເປັນເທົ່າໃດຄັ້ງ ກໍບໍ່ສາມາດປ່ຽນແປງນິດໄສ “ມືຖືດາບ ປາກຖືສິນ” ຂອງອາເມຣິກາ

2023-06-29 11:13:38 cri

ວັນທີ 18 ມິຖຸນານີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເດີນທາງມາຢ້ຽມຢາມຈີນເປັນເວລາ 2 ວັນ.


ເຖິງວ່າການຢ້ຽມຢາມຄັ້ງນີ້ບໍ່ໄດ້ມີໝາກຜົນລັກສະນະທາດແທ້ ແລະ ລັກສະນະສ້າງສັນກໍຕາມ, ແຕ່ຫາງສຽງສາກົນພັດເຫັນວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຫຼາຍ ແລະ ກໍແມ່ນ “ການເລີ່ມຕົ້ນທີ່ດີ” ພ້ອມທັງໄດ້ສົ່ງສັນຍານຕັ້ງໜ້າຕໍ່ວົງການພາຍນອກ.


ສື່ມວນຊົນອາເມຣິກາເຫັນວ່າ, ການຢ້ຽມຢາມຂອງທ່ານອັນໂຕນີ ບລິນເກນຄັ້ງນີ້ ຈະບໍ່ສາມາດເຮັດໃຫ້ການພົວພັນລະຫວ່າງສອງປະເທດກັບຄືນສູ່ປົກກະຕິ, ແຕ່ຢ່າງໃດກໍດີ, ຈະເປັນການເລີ່ມຕົ້ນທີ່ດີ. ຂ່າວສານບລົມເບີກຂອງອາເມຣິກາພິມບົດຄວາມວ່າ, ໝາກຜົນຕັ້ງໜ້າທີ່ສຸດໃນການຢ້ຽມຢາມຂອງທ່ານອັນໂຕນີ ບລິນເກນຄັ້ງນີ້ ກໍແມ່ນສອງຝ່າຍເຫັນດີສືບຕໍ່ສົນທະນາກັນ. ຂ່າວສານອາເປຂອງອາເມຣິກາພັດວິເຄາະວ່າ: “ອາເມຣິກາ ແລະ ຈີນອາດຈະກັບຄືນສູ່ການສົນທະນາລະຫວ່າງຂັ້ນສູງ”.


ອີງຕາມປະເພນີສາກົນ, ຝ່າຍຈີນເຫັນດີໃຫ້ທ່ານອັນໂຕນີ ບລິນເກນມາຢ້ຽມຢາມຈີນແລ້ວ, ຈີນໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈໃຫຍ່ທີ່ສຸດ ໃນການຊຸກຍູ້ໃຫ້ການພົວພັນອັນເຄັ່ງຕຶງລະຫວ່າງສອງປະເທດຜ່ອນຄາຍລົງ, ອາເມຣິກາກໍຄວນພະຍາຍາມໄປສູ່ດ້ານນີ້ເຊັ່ນກັນ ເພື່ອປ່ຽນແປງທ່າທີເປັນປໍລະປັກກັບຈີນ.

ແຕ່ວ່າ, ພາຍຫຼັງທ່ານອັນໂຕນີ ບລິນເກນສິ້ນສຸດການຢ້ຽມຢາມ ແລະ ເດີນທາງອອກຈາກນະຄອນຫຼວງປັກກິ່ງແລ້ວ, ອາເມຣິກາກໍເລີ່ມໃຊ້ຄວາມກົດດັນ ແລະ ທ້າທາຍເກາະຜິດກັບຈີນທັນທີ ຄື: ໄດ້ປະກາດກ່າວຟ້ອງທາງອາຍາຕໍ່ວິສາຫະກິດ 4 ແຫ່ງ ແລະ ພົນລະເມືອງ 8 ຄົນຂອງຈີນ ດ້ວຍຂໍ້ອ້າງບັນຫາກ່ຽວພັນເຖິງເຟນຕານິວ; ກອງທັບອາເມຣິກາໄດ້ສົ່ງກອງກຳປັ່ນບັນທຸກເຮືອບິນ “ຣີເກນ” ເຂົ້າມາດຳເນີນການຊ້ອມຮົບຢູ່ທະເລຈີນໃຕ້ ດ້ວຍຂໍ້ອ້າງການເດີນຜ່ານຢ່າງເສລີ; ພາຍໃຕ້ສະພາບທີ່ຈີນໄດ້ລຶບລ້າງຂ່າວບິດເບືອນຫຼາຍເທື່ອແລ້ວ, ອາເມຣິກາຍັງຕັ້ງໃຈປັ້ນຂ່າວວ່າ, ຈີນຈະເຊັນສັນຍາກັບກູບາ ເພື່ອສ້າງຖານທັບຝຶກຊ້ອມຢູ່ປະເທດດັ່ງກ່າວ.


ດັ່ງຄຳຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ໄດ້ເວົ້າວ່າ, ອາເມຣິກາກຳລັງໃຊ້ 3 ວິທີ ຄື: “ການຢ້ຽມຢາມແບບຈອມປອມ, ການເຄື່ອນໄຫວທາງການທະຫານທີ່ດັດຈະລິດ ແລະ ການລົງໂທດທີ່ແທ້ຈິງ” ເພື່ອຢັບຢັ້ງຈີນ, ເປັນການກະທຳທີ່ “ປາກຢ່າງໃຈຢ່າງ” ແທ້ໆ!


ນອກນີ້, ພາຍຫຼັງທ່ານອັນໂຕນີ ບລິນເກນກັບຄືນຮອດອາເມຣິກາພາຍຫຼັງການຢ້ຽມຢາມຈີນແລ້ວ, ທ່ານໄດ້ກ່າວຖ້ອຍຄຳທີ່ບໍ່ເໝາະສົມຢ່າງບັງອາດໃນເວທີສາກົນວ່າ: “ຂ້າພະເຈົ້າຢາກບອກໃຫ້ຈີນຮູ້ວ່າ, ໃນອະນາຄົດ, ເວລາຜະເຊີນໜ້າກັບບັນຫາທີ່ກ່ຽວພັນເຖິງຈີນ, ອາເມຣິກາຈະສືບຕໍ່ເຮັດສິ່ງທີ່ຈີນບໍ່ມັກ ແລະ ເວົ້າສິ່ງທີ່ຈີນບໍ່ຢາກໄດ້ຍິນ.”


ທ່ານອັນໂຕນີ ບລິນເກນເດີນທາງມາຢ້ຽມຢາມຈີນ ແລະ ກ່າວວ່າຈະເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບຈີນ, ເປັນພຽງພາບລວງຕາຕໍ່ປະຊາຄົມໂລກວ່າ, ອາເມຣິກາໄດ້ທຳຄວາມພະຍາຍາມ ເພື່ອຜ່ອນຄາຍການການພົວພັນອັນເຄັ່ງຕຶງກັບຈີນ. ທີ່ຈິງແລ້ວ, ອາເມຣິກາບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍໃນການປັບປຸງ ຫຼື ຟື້ນຟູການພົວພັນກັບຈີນ.


ຝ່າຍຈີນກ່າວເນັ້ນມາແຕ່ດົນແລ້ວວ່າ, ອາເມຣິກາບໍ່ຄວນທຳລາຍຜົນປະໂຫຍດຂອງຈີນ ໃນຂະນະທີ່ສະແຫວງຫາການສົນທະນາກັບຈີນ. ຖ້າເຮັດແນວນີ້, ການມາຢ້ຽມຢາມຈີນຈັກເທົ່າໃດຄັ້ງ, ກໍຈະບໍ່ສາມາດປັບປຸງການພົວພັນກັບຈີນ, ເປັນພຽງຊຸກດັນໃຫ້ການພົວພັນຈີນ-ອາເມຣິກາເຂົ້າສູ່ສະພາບກິນບໍ່ເຂົ້າຄາຍບໍ່ອອກ, ຈົນເຖິງຂັ້ນຊຸກຍູ້ໃຫ້ຈີນປິດປະຕູບໍ່ເຫັນດີໃຫ້ເຈົ້າໜ້າທີ່ອື່ນໆຂອງອາເມຣິກາມາຢ້ຽມຢາມຈີນອີກ.