ທ່ານຫຼີວກົວຈຸ່ງເຂົ້າຮ່ວມພິທີເປີດເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມ

2023-06-29 16:03:34 cri

ວັນທີ 28 ມິຖຸນານີ້, ເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຈີນ. ທ່ານຫຼີວກົວຈຸ່ງ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ ທັງເປັນຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີເປີດດັ່ງກ່າວ ແລະກ່າວຄຳປາໄສ.

 

ທ່ານຫຼີວກົວຈຸ່ງກ່າວວ່າ: ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສອງປະເທດ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມໄດ້ຮັບໝາກຜົນຢ່າງຫຼວງຫຼາຍ. ຈີນຍິນດີກ້າວໄປຂ້າງໜ້າກັບຫວຽດນາມ, ເລັ່ງລັດການເຊື່ອມຕໍ່ຍຸດທະສາດດ້ານການພັດທະນາ, ຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ຍົກສູງຄຸນນະພາບ ແລະເພີ່ມທະວີປະສິດທິຜົນ, ລົງເລິກການຮ່ວມມືດ້ານຄວາມສາມາດການຜະລິດ ແລະການລົງທຶນ, ເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະການຮ່ວມມືພາກພື້ນ, ລົງເລິກຊຸກຍູ້ການປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ, ຮ່ວມກັນຊຸກຍູ້ການພົວພັນຈີນ-ຫວຽດນາມໃຫ້ພັດທະນາກ້າວຂຶ້ນສູ່ລະດັບໃໝ່.

 

ເວທີເປິກສາຫາລືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມລະຫວ່າງສະມາຄົມສົ່ງເສີມການຄ້າຈີນ ກັບກະຊວງແຜນການ ແລະການລົງທຶນຫວຽດນາມ. ມີຜູ້ຕາງໜ້າຈາກລັດຖະບານ ແລະວົງການອຸດສາຫະກຳ-ການຄ້າຂອງສອງປະເທດປະມານ 400 ຄົນເຂົ້າຮ່ວມ.