ສານຊົມເຊີຍສະບັບໜຶ່ງທີ່ຕິດພັນກັບສາຍຜູກພັນເປັນເວລາຮ້ອຍປີລະຫວ່າງປະຊາຊົນຈີນ-ອາເມຣິກາ

2023-06-30 19:13:09 cri



 

ວັນທີ 28 ມິຖຸນາ2023ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ “ສາຍຜູກພັນກັບກູຫຼິງ” ທີ່ໄຂຂຶ້ນໃນມື້ດຽວກັນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນທາງພາກຕາເວັນອອກສຽງໃຕ້ຂອງຈີນ. ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ເລົ່າຄືນຫຼັງເລື່ອງເມື່ອ30ກວ່າປີກ່ອນທີ່ເພິ່ນໄດ້ເຊື້ອເຊີນພັນລະຍາຂອງທ່ານມິວຕັນ ກາດເນີ ໄປຢ້ຽມຢາມກູຫຼິງ ເພື່ອຊ່ວຍເພິ່ນເຮັດໃຫ້ຄວາມປາດຖະໜາຂອງສາມີທີ່ຝັນຢາກກັບຄືນເມືອບ້ານເມືອງເກົ່າອີກຄັ້ງໜຶ່ງ.

 

ທ່ານມິວຕັນ ກາດເນີ ແມ່ນໃຜ, ກູຫຼິງຢູ່ໃສ, ຢູ່ເບື້ອງຫຼັງສານຊົມເຊີຍສະບັບນີ້ມີເລື່ອງລາວທີ່ໜ້າສະເທືອນໃຈຄືແນວໃດ?

 

ກູຫຼິງທີ່ອຸດົມສົມບູນໄປດ້ວຍທິວທັດທຳມະຊາດທີ່ມີເອກະລັກສະເພາະຕົວ ຕັ້ງຢູ່ນະຄອນຟູໂຈ່ວ ແຂວງຟູຈ້ຽນ, ມີຊື່ສຽງໂດ່ງດັງຢູ່ໃນໂລກເນື່ອງຈາກເປັນສະຖານທີ່ຫຼົບຄວາມຮ້ອນນັບຕັ້ງແຕ່ບູຮານນະການເປັນຕົ້ນມາ. ເມື່ອກາງສະຕະວັດທີ19, ນະຄອນຟູໂຈ່ວ ໃນຖານະເປັນໜຶ່ງໃນ 5 ດ່ານການຄ້າທີ່ເປີດປະຕູສູ່ໂລກພາຍນອກກ່ອນໝູ່ຢູ່ຈີນນັ້ນ ໄດ້ເລີ່ມດຶງດູດຊາວຕ່າງປະເທດຈຳນວນຫຼວງຫຼາຍມາເຮັດວຽກເຊັ່ນ ການຄ້າເປັນຕົ້ນຢູ່ທີ່ແຫ່ງນີ້.

 

ປີ1901, ເດັກແດງອາເມຣິກາທີ່ມີອາຍຸບໍ່ຮອດໜຶ່ງຂວບ ຊື່ວ່າ ມິວຕັນ ກາດເນີ ໄດ້ຕິດຕາມພໍ່ແມ່ເດີນທາງໄກແສນໄກຂ້າມມະຫາສະໝຸດໄປເຖິງຟູໂຈ່ວ ແລ້ວໄດ້ໃຊ້ຊີວິດໃນໄວເດັກເປັນເວລາ 10 ປີຢ່າງສະໜຸກສະໜານຢູ່ກູຫຼິງ.

 

ຫຼັງຈາກຕິດຕາມຄອບຄົວກັບເມືອຢູ່ອາເມຣິກາແລ້ວ, ຕະຫຼອດເວລາທ່ານກາດເນີຊ້ຳພັດລືມກູຫຼິງບໍ່ລົງ, ແຕ່ເພິ່ນບໍ່ສາມາດກັບຄືນມາເຖິງບ້ານເມືອງເກົ່າຍາມເຍົາໄວໄດ້ອີກໃນເວລາທີ່ຍັງມີຊີວິດຢູ່. ເວລາໃກ້ຈະໝົດລົມຫາຍໃຈ, ເພິ່ນຍັງຈົ່ມພຶມພຳໃນຄຳທີ່ວ່າ “Kuliang” “Kuliang”. ເພື່ອເຮັດໃຫ້ຄວາມປາດຖະໜາຂອງສາມີປາກົດຜົນເປັນຈິງ, ພັນລະຍາຂອງທ່ານກາດເນີ ໄດ້ເດີນທາງໄປປະເທດຈີນຫຼາຍເທື່ອເພື່ອຊອກຫາ“Kuliang”, ແຕ່ທຸກເທື່ອກໍກັບເມື່ອດ້ວຍຄວາມຜິດຫວັງ. ບັງເອີນມີເທື່ອໜຶ່ງ ເວລາເກັບມ້ຽນເຄື່ອງຂອງສາມີ, ເພິ່ນໄດ້ພົບສະແຕມ 11 ດວງທີ່ມີກາທັບໄປສະນີດ້ວຍຕົວໜັງສືທີ່ວ່າ “ກູຫຼິງ ຟູໂຈ່ວ”, ຈາກນັ້ນ ປິດສະໜາກ່ຽວກັບ “Kuliang” ຈຶ່ງຖືກເປີດເຜີຍອອກມາ, “Kuliang” ກໍແມ່ນ ກູຫຼິງ ນັ້ນເອງ.

 

ຕໍ່ມາ, ມີສື່ມວນຊົນໄດ້ລາຍງານ “ເລື່ອງລາວກູຫຼິງ”, “ສາຍຜູກພັນກັບກູຫຼິງ”ຂອງສອງຜົວເມຍທ່ານກາດເນີເຊິ່ງໄດ້ສ້າງຄວາມສະເທືອນໃຈໃຫ້ຜູ້ຄົນຈຳນວນຫຼວງຫຼາຍ, ໃນນັ້ນ, ກໍມີທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວໃນເວລານັ້ນ.

 

ປີ1992, ເມື່ອໄດ້ອ່ານບົດຄວາມທີ່ມີຫົວຂໍ້ວ່າ “ໂອ້, ກູຫຼິງ!” ຈາກໜັງສືພິມແລ້ວ, ທ່ານສີຈິ້ນຜິງຮີບເຊື້ອເຊີນທ່ານນາງກາດເນີມາກູຫຼິງ. ໃນການຢ້ຽມຢາມກູຫຼິ້ງເທື່ອນັ້ນ, ທ່ານນາງກາດເນີບໍ່ພຽງແຕ່ໄດ້ໄປເສັ້ນທາງເທິງພູທຸກສາຍທີ່ເຕັມໄປດ້ວຍຕົ້ນສົນຫຼິວຊ່ານທົ່ວທຸກແຫ່ງ ເຊິ່ງສາມີຂອງເພິ່ນເຄີຍແລ່ນຫຼິ້ນໃນຄາວຍັງນ້ອຍເທົ່ານັ້ນ, ຍັງໄດ້ພົບໜ້າກັບໝູ່ຫຼິ້ນຕອນຍັງນ້ອຍຂອງສາມີທີ່ອາຍຸກາຍ90ປີແລ້ວ ຈຳນວນ 9 ທ່ານອີກດ້ວຍ. ໃນທີ່ສຸດ, ທ່ານນາງກາດເນີກໍສາມາດເຮັດໃຫ້ຄວາມຝັນຂອງສາມີຕອນຍັງມີຊີວິດຢູ່ນັ້ນໃຫ້ກາຍເປັນຈິງ, ເພິ່ນອົດຕື້ນຕັນໃຈບໍ່ໄດ້, ມີຄວາມຮູ້ບຸນຄຸນເປັນຢ່າງສູງ, ໂດຍມີຄວາມປາດຖະໜາວ່າຈະສືບທອດມິດຕະພາບຂ້າມຊາດແບບນີ້ຕະຫຼອດໄປ.

 

ຫຼັງຈາກນັ້ນ 20 ປີ ຄືໃນເດືອນກຸມພາປີ2012, ທ່ານສີຈິ້ນຜິງ ຮອງປະທານປະເທດຈີນໃນເວລານັ້ນໄດ້ເລົ່າເລື່ອງລາວກູຫຼິງເລື່ອງນີ້ໃນໄລຍະຢ້ຽມຢາມອາເມຣິກາ ເຊິ່ງໄດ້ສ້າງຄວາມສະເທືອນໃຈໃຫ້ກັບປະຊາຊົນສອງຊາດຈີນ-ອາເມຣິກາ ແລະໄດ້ເຮັດໃຫ້ກູຫຼິງດຶງດູດສາຍຕາຂອງຊາວໂລກນັບມື້ນັບຫຼາຍຂຶ້ນ.

 

ຄວາມຈິງແລ້ວ, ເລື່ອງລາວໜ້າປະທັບໃຈທີ່ເກີດຂຶ້ນລະຫວ່າງປະຊາຊົນສອງປະເທດຈີນ-ອາເມຣິກາຄ້າຍຄືກັບເລື່ອງລາວຂອງສອງຜົວເມຍທ່ານກາດເນີແບບນີ້ຍັງມີຢູ່ເປັນຈຳນວນຫຼວງຫຼາຍ.

 

ໃນມື້ບຸນຊິງໝິງ ເມື່ອປີ2016 ເຊິ່ງເປັນມື້ບຸນສຳລັບໄວ້ອາໄລບັນພະບຸລຸດຂອງຊາວຈີນ, ທ່ານນາງເອລິນ ເມັກອີເນີສ ຊາວອາເມຣິກາ ໄດ້ຮີບຮ້ອນເດີນທາງໄປຮອດແຂວງຟູຈ້ຽນ ເພື່ອໄຫວ້ບູຊາ ທ່ານ ໂດນັນ ເມັກອີເນີສ  ພໍ່ປູ່ຂອງຕົນ. ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຕໍ່ກອງປະຊຸມເວທີເປິກສາຫາລືມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ “ສາຍຜູກພັນກັບກູຫຼິງ” ໄດ້ລະບຸເຖິງ ທ່ານໂດນັນ ເມັກອີເນີສ ເຊິ່ງເພິ່ນໄດ້ມີສາຍຜູກພັນທີ່ລືມບໍ່ລົງກັບຟູຈ້ຽນທັງໝົດ3ຕອນຄື:

 

ປີ1940 ທ່ານໂດນັນ ເມັກອີເນີສ ທີ່ກຳລັງຮຽນຢູ່ມະຫາວິທະຍາໄລໄດ້ເດີນທາງຈາກອາເມຣິກາໄປນະຄອນຟູໂຈ່ວຂອງຈີນ ໂດຍເພິ່ນໄດ້ເປັນຄູສອນຢູ່ໂຮງຮຽນມັດທະຍົມແຫ່ງໜຶ່ງເປັນເວລາໜຶ່ງປີ. ປີ1945, ໃນຖານະເປັນຮ້ອຍໂທກອງທະຫານອາກາດອາສາສະໝັກອາເມຣິກາຫຼື Flying Tigers (ກຳລັງເສືອບິນ) ເພິ່ນໄດ້ຜ່າແປວໄຟສົງຄາມມາຊ່ວຍເຫຼືອປະເທດຈີນຕໍ່ຕ້ານຟາຊິດຍີ່ປຸ່ນ, ພາຍຫຼັງຈົບໜ້າທີ່ແລ້ວໄດ້ກັບຄືນເມືອອາເມຣິກາເພື່ອສືບຕໍ່ການສຶກສາຂອງຕົນ. ຫຼັງຈາກນັ້ນ 2ປີ, ທ່ານໂດນັນ ເມັກອີເນີສ ທີ່ໄດ້ຮັບປະລິຍານໂທນັ້ນໄດ້ພາພັນລະຍາແລະລູກຊາຍກົກເດີນທາງໄປຟູຈ້ຽນເປັນຄັ້ງທີ3, ໂດຍໄດ້ເປັນອາຈານສອນຢູ່ມະຫາວິທະຍາໄລເສເຫີຟູຈ້ຽນ, ແລະຢູ່ທີ່ແຫ່ງນີ້ ເພິ່ນໄດ້ລູກຊາຍຜູ້ທີສອງ ຊື່ວ່າ  ປີເຕີ ເມັກອີເນີສ, ໃນໄລຍະທີ່ເຮັດວຽກຢູ່ຟູໂຈ່ວ, ພໍເຖິງໄລຍະລະດູຮ້ອນແຮງທີ່ສຸດຂອງແຕ່ລະປີ, ເພິ່ນໄດ້ພາໝົດຄອບຄົວໄປພັກຜ່ອນຢ່ອນອາລົມຫຼົບຄວາມຮ້ອນຢູ່ກູຫຼິງ.

 

ຫຼັງຈາກທ່ານໂດນັນ ເມັກອີເນີສ ເຖິງແກ່ກຳຢູ່ອາເມຣິກາແລ້ວ, ທ່ານນາງເອລິນເມັກອີເນີສພ້ອມດ້ວຍທ່ານ ປີເຕີ ເມັກອີເນີສ ຜູ້ເປັນສາມີໄດ້ນຳເອົາຂີ້ເທົ່າສ່ວນໜຶ່ງຂອງພໍ່ຈາກອາເມຣິກາເດີນທາງໄປຮອດນະຄອນຟູໂຈ່ວ ທີ່ເປັນບ້ານເກີດເມືອງນອນແຫ່ງທີສອງຂອງເພິ່ນ, ໂດຍຫວ່ານລົງສູ່ແມ່ນ້ຳມິນຈ່ຽງ ເພື່ອບັນລຸຄວາມປາດຖະໜາຕອນຍັງມີຊີວິດຂອງທ່ານໂດນັນ ເມັກອີເນີສທີ່ຫວັງຢາກໃຫ້ດວງວິນຍານກັບຄືນສູ່ບ້ານເກົ່າ. ສຳລັບຫຼານຍິງສອງຄົນຂອງທ່ານໂດນັນເມັກອີເນີສ ໄດ້ຕັ້ງຊື່ຈີນວ່າ “ອ້າຍຈົ່ງ” ແລະ “ອ້າຍຮວາ” ເຊິ່ງມີຄວາມໝາຍວ່າ “ຮັກຈີນ” ນັ້ນເອງ, ເພື່ອເປັນການສືບສານສາຍຜູກພັນທີ່ຕັດຂາດໄດ້ຍາກລະຫວ່າງວົງຕະກຸນກັບຈີນ.

 

ປີ1988, ສອງຜົວເມຍຂອງທ່ານນາງ ເອລິນ ເມັກອີເນີແລະທ່ານ ປີເຕີ ເມັກອີເນີສ ໄດ້ພາລູກສາວສອງຄົນ “ອ້າຍຈົ່ງ” ແລະ “ອ້າຍຮວາ” ໄປຮອດຈີນ, ຕັ້ງຫຼັງປັກຖານເປັນເວລາ30ກວ່າປີ, ແລະຍັງໄດ້ຮັບໃບອະນຸຍາດຄົນຕ່າງປະເທດພັກເຊົາຢູ່ຈີນຖາວອນຫຼືບັດຂຽວ. ລູກສາວສອງຄົນຂອງເຂົາເຈົ້າມີໜ້າຕາຄືຄົນເອີຣົບແບບຜົມສີທອງຕາສີຟ້າ ແຕ່ເວົ້າພາສາຈີນກາງໄດ້ມາດຕະຖານດີ ຈຶ່ງໄດ້ເຂົ້າຮ່ວມການຖ່າຍທຳລາຍການໂທລະພາບ ຈົນກາຍເປັນ “ດາລາເດັກ”ທີ່ປະຊາຊົນທົ່ວປະເທດຈີນທຸກຄອບຄົວຮູ້ຈັກກັນໂດຍທົ່ວໄປ.

 

ທ່ານນາງ ເອລິນ ເມັກອີເນີສໄດ້ສຸມໃສ່ຄົ້ນຫາຂໍ້ມູນປະຫວັດສາດອັນລ້ຳຄ່າກ່ຽວກັບກູຫຼິງ ແລະສ້າງໂອກາດຫຼາຍກວ່າເກົ່າເພື່ອຊຸກຍູ້ສົ່ງເສີມການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ອາເມຣິກາຕະຫຼອດມາ. ໃນຂະບວນການຊອກຄົ້ນຫາຂໍ້ມູນປະຫວັດສາດ, ເພິ່ນໄດ້ຮັບຮູ້ເລື່ອງລາວເພື່ອນມິດເກົ່າຂອງກູຫຼິງຈຳນວນຫຼວງຫຼາຍ. ຄົນຮຸ່ນຫຼັງຂອງທ່ານ  ເອັດວອດ ບຣີສ ທ່ານໝໍຊາວອາເມຣິກາໄດ້ບອກໃຫ້ຮູ້ວ່າ: ຄຳພິໄນກຳຂອງທ່ານເອັດວອດ ບຣີສ ແມ່ນ “ຂ້ອຍຮັກປະຊາຊົນຈີນ”.ທ່ານນາງເອລິນ ເມັກອີເນີສ ໄດ້ບັນທຶກເລື່ອງນີ້ໄວ້ດ້ວຍຄວາມຕັ້ງໃຈ ພ້ອມທັງນຳເອົາຄວາມຮັກອັນດູດດື່ມນີ້ກັບຄືນສູ່ກູຫຼິງ.

 

ນອກນີ້ ໃນສານຊົມເຊີຍຂອງທ່ານສີຈິ້ນຜິງຍັງໄດ້ຍົກໃຫ້ເຫັນເລື່ອງລາວຂອງທ່ານ Lynn ລີນ ຊາວອາເມຣິກາຜູ້ມີອາຍຸເຖິງ103ປີ ທີ່ໄດ້ຖ່າຍພາບກູຫຼິງເປັນຈຳນວນຫຼວງຫຼາຍ.

 

ການໄປມາຫາສູ່ກັນລະຫວ່າງຊາດແມ່ນຂຶ້ນຢູ່ກັບຄວາມສະໜິດສະໜົມກັນລະຫວ່າງປະຊາຊົນ, ຄວາມສະໜິດສະໜົມກັນລະຫວ່າງປະຊາຊົນແມ່ນຂຶ້ນຢູ່ກັບການເຊື່ອມສານດ້ານຈິດໃຈ. ບໍ່ວ່າຈະເປັນ ທ່ານລີນ, ສອງຜົວເມຍທ່ານກາດເນີ ກໍຄືວົງຕະກຸນໂດນັນ ເມັກອີເນີສ, ເພື່ອນມິດກູຫຼິງເຫຼົ່ານີ້ຕ່າງກໍເອົາໃຈໃສ່ສາຍຜູກພັນກັບກູຫຼິງທີ່ມີປະຫວັດມາເປັນເວລາຮ້ອຍປີ ແລະໄດ້ກາຍເປັນທູດມິດຕະພາບປະຊາຊົນທີ່ສົ່ງເສີມການໄປມາຫາສູ່ກັນດ້ວຍໄມຕີຈິດມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາ.

 

ດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າໃນເວລາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ບິວເກດ (Bill Gates)ປະທານຮ່ວມຂອງມູນນິທິບິວແລະເມລິນດາເກດອາເມຣິກາເມື່ອວັນທີ 16 ມິຖຸນາ2023ນີ້ວ່າ: “ພື້ນຖານຂອງການພົວພັນຈີນ-ອາເມຣິກາຢູ່ນຳປະຊາຊົນ, ພວກເຮົາໄດ້ຝາກຄວາມຫວັງໄວ້ນຳປະຊາຊົນອາເມຣິກາຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າມິດຕະພາບຂອງປະຊາຊົນສອງຊາດຈະສືບສານຕໍ່ໆໄປ.” ສ່ວນເລື່ອງລາວກ່ຽວກັບເພື່ອນມິດກູຫຼິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ ປະຊາຊົນສອງຊາດຈີນ-ອາເມຣິກາແມ່ນສາມາດຜ່ານຜ່າຄວາມແຕກຕ່າງກັນດ້ານລະບອບ, ວັດທະນະທຳ ແລະພາສາໄດ້ຢ່າງເຖິງຖອງ ເພື່ອສ້າງມິດຕະພາບອັນເລິກເຊິ່ງ ປຽບເໝືອນຕົ້ນສົນຫຼິວຊ່ານອາຍຸພັນປີຢູ່ເທິງພູກູຫຼິງ ທີ່ເຕີບໂຕຢ່າງແຂງແຮງແລະຍືນຍົງຄົງຕົວຕະຫຼອດໄປ.