“ທິດຊີ້ນໍາເນື່ອງໃນໂອກາດວັນສ້າງຕັ້ງພັກ” ຂອງທ່ານສີຈິ້ນຜິງມີຄວາມໝາຍເລິກເຊິ່ງຄືແນວໃດ?

2023-06-30 15:06:26 CRI

 

   ວັນທີ 1 ກໍລະກົດປີ 2023 ເປັນວັນລະນຶກການສ້າງຕັ້ງພັກກອມມູນິດຈີນຄົບຮອບ 102 ປີ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນ ໄດ້ໃຫ້ທິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງພັກກໍຄືວຽກງານຈັດຕັ້ງຂອງພັກກອມມູນິດຈີນໃນຫວ່າງມໍ່ໆມານີ້ວ່າ: ຕ້ອງຖືເອົາການແກ້ໄຂຄວາມຫຍຸ້ງຍາກທີ່ພັກໃຫຍ່ຈຶ່ງມີເທົ່ານັ້ນ ກໍຄື ປັບປຸງລະບົບການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານໃຫ້ສົມບູນ ນັ້ນເປັນໜ້າທີ່ສໍາຄັນ, ສຸມກໍາລັງສ້າງຄວາມເຂັ້ມແຂງໃຫ້ກັບຖັນແຖວພະນັກງານຫຼັກແຫຼ່ງທີ່ມີຄຸນນະພາບສູງທີ່ສາມາດແບກຫາບໜ້າທີ່ອັນສໍາຄັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

 


   ຄົນທີ່ຮູ້ປະຫວັດສາດຂອງຈີນລ້ວນແຕ່ຮັບຮູ້ວ່າ: ປະຫວັດສາດໃນຮອບ 100 ປີຜ່ານມາຂອງຈີນແມ່ນປາສະຈາກພັກກອມມູນິດຈີນບໍ່ໄດ້. ໃນຮອບ 100 ປີທີ່ຜ່ານມາ, ໄຊຊະນະຂອງພັກກອມມູນິດຈີນແມ່ນໄດ້ອາໄສການນໍາພາທີ່ເຂັ້ມແຂງ, ການກໍ່ສ້າງພັກທີ່ເຂັ້ມແຂງ ກໍຄືວຽກງານການຈັດຕັ້ງທີ່ເຂັ້ມແຂງຂອງຕົນເອງ. ນັບແຕ່ທ່ານ ສີຈິ້ນຜິງ ໄດ້ດໍາລົງຕໍາແໜ່ງເປັນຜູ້ນໍາສູງສຸດຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນນໍານັ້ນໄດ້ຍຶດໝັ້ນແລະເພີ່ມທະວີການນໍາພາຢ່າງຮອບດ້ານຂອງພັກ, ພ້ອມທັງໄດ້ສະເໜີແລະຈັດຕັ້ງປະຕິບັດທິດສະດີກໍຄືມາດຕະການຕ່າງໆທີ່ມີລັກສະນະປະດິດສ້າງໃໝ່ເຊັ່ນ: ພັກຕ້ອງຄຸ້ມຄອງພັກ, ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານເປັນຕົ້ນ, ເຊິ່ງໄດ້ບຸກເບີກລະດັບໃໝ່ແຫ່ງການປະຕິວັດຕົນເອງຂອງພັກໃຫຍ່ທີ່ມີປະຫວັດມາເປັນເວລາຮ້ອຍປີ.



   ທ່ານ ສີຈິ້ນຜິງ ໄດ້ຈັດວາງຈຸດສຸມວຽກງານຂອງຕົນເອງໄວ້ໃນການກໍ່ສ້າງພັກ, ໂດຍໄດ້ສະເໜີຄວາມຮຽກຮ້ອງແຫ່ງການກໍ່ສ້າງພັກທີ່ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຢ່າງມີລັກສະນະປະດິດສ້າງ, ພ້ອມທັງໄດ້ຈັດຄວາມຮຽກຮ້ອງຕ້ອງການດັ່ງກ່າວປະສານສົມທົບກັບການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ການລົງເລິກການປະຕິຮູບຢ່າງຮອບດ້ານແລະການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ, ໂດຍໄດ້ສ້າງເປັນແຜນຍຸດທະສາດກໍຄືໂຄງຮ່າງລວມແຫ່ງການປົກຄອງບໍລິຫານປະເທດຂອງພັກກອມມູນິດຈີນ, ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງການພົວພັນລະຫວ່າງພັກກອມມູນິດຈີນກັບການສ້າງຄວາມທັນສະໄໝແບບຈີນ, ການສ້າງອະລິຍະທໍາທັນສະໄໝຂອງປະຊາຊາດຈີນກໍຄືການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ນັ້ນກໍຄື: ຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະທາດແທ້ທີ່ສຸດແຫ່ງການເຮັດວຽກຂອງຈີນໃຫ້ດີຄື: ຍຶດໝັ້ນການນໍາພາຂອງພັກກອມມູນິດຈີນ.



   ໃນແນວຄວາມຄິດການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຂອງທ່ານ ສີຈິ້ນຜິງ, ແມ່ນໄດ້ກວມເອົາເນື້ອໃນອັນສໍາຄັນຕ່າງໆເຊັ່ນ: ການປັບປຸງແບບແຜນດໍາເນີນງານດ້ວຍລະບຽບວິໄນທີ່ເຂັ້ມງວດ, ການຕ້ານການສໍ້ລາດບັງຫຼວງແລະລົງໂທດຄວາມຊົ່ວຮ້າຍຢ່າງເຂັ້ມ-ງວດ, ສະໜອງສິ່ງຄໍ້າປະກັນດ້ວຍລະບົບທີ່ປັບປຸງຕົນເອງໃຫ້ສົມບູນດີຂຶ້ນ ເປັນຕົ້ນ. ພັກກອມມູນິດຈີນພາຍໃຕ້ການນໍາພາຂອງທ່ານ ສີຈິ້ນຜິງ, ໄດ້ດໍາເນີນບັ້ນຮົບບຸກບືນແລະຍາວນານແຫ່ງການປະຕິວັດຕົນເອງຂອງພັກກໍາອໍານາດ, ໄດ້ນໍາພາການປະຕິວັດຂອງສັງຄົມດ້ວຍການປະຕິວັດຕົນເອງ ເພື່ອສະໜອງສິ່ງຄໍ້າປະກັນດ້ານການຈັດຕັ້ງທີ່ເຂັ້ມແຂງໃຫ້ກັບການຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງກໍຄືພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.